ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານການສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 5 ປີ ຄັ້ງທີ I


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານການສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 5 ປີ ທົ່ວປະເທດຄັ້ງ  ທີ I ໄດ້ໄຂຂຶ້ນ ແລະປິດລົງດ້ວຍໝາກຜົນອັນຈົບງາມໃນ ວັນ
ທີ 6 ທັນວານີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ
ລັດຖະມົນຕີ ກະຊວງປ້ອງກັນປະເທດ, ໂດຍມີຜູ້ຕາງໜ້າຄະນະຜູ້ແທນຂັ້ນສູນກາງ, ຄະນະສະພາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຄະນະນຳກົມໃຫຍ່,
ຄະນະກອງເລຂານຸການ, ຄະນະກົມ ແລະ ວິຊາການ, ການສຶກສາພາກເອກະຊົນ, ອະທິການບໍດີ ແລະ ຫ້ອງການ ມະຫາວິທະຍາໄລແຫ່ງຊາດ, ຄະນະພັກ-ຄະນະບັນຊາບັນ
ດາກອງພົນ, ບັນດາວິທະຍາຄານກອງທັບ, ໂຮງຮຽນ ແລະ ບັນດາກົມ, ກອງ, ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນວາລະການດຳເນີນກອງປະຊຸມ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ດຳລັດ
ວ່າດ້ວຍການອົບຮົມວຽກງານການສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 5 ປີຜ່ານມາ, ຕີລາຄາຄືນຜົນໄດ້ຮັບ ແລະຂໍ້ຄົງຄ້າງ, ຍົກໃຫ້ເຫັນດ້ານດີ-ດ້ານ
ອ່ອນ ແລະບົດຮຽນທີ່ຖອດຖອນໄດ້, ທົບທວນຄືນບາງນິຕິກຳທີ່ພົວພັນ ເຖິງວຽກງານການສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫັນເຂົ້າສູ່ປວງຊົນທຸກຊັ້ນຄົນ,
ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ເຂົ້າໃຈ ແລະເຊື່ອມຊຶມກຳແໜ້ນເນື້ອໃນ, ຄວາມໝາຍຄວາມສຳຄັນ ແລະຄວາມຈຳເປັນຂອງວຽກງານ ດັ່ງກ່າວປະກອບສ່ວນເຂົ້າໃນວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ. ໃນຊຸມປີຜ່ານມາແຕ່ລະພາກສ່ວນໄດ້ເປັນເຈົ້າການສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິຂອງ ກົມ
ການເມືອງສູນກາງພັກ, ເລກທີ 294/ກມສພ ລົງວັນທີ 15 ສິງຫາ 2005 ວ່າດ້ວຍການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນສະພາບການ
ໃໝ່ຢ່າງຕັ້ງໜ້າ ໂດຍສະເພາະ ກະຊວງປ້ອງກັນປະເທດ ໄດ້ເປັນໃຈກາງປະສານງານກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເປັນເສນາທິການ ແລະເປັນບ່ອນປະຈຳການຂອງສະພາ
ສຶກສາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຂັ້ນສູນກາງ ໂດຍໄດ້ສ້າງນິຕິກຳຕ່າງໆເຊັ່ນ: ດຳລັດຂອງ ນາຍົກລັດຖະມົນຕີສະ ບັບເລກທີ 292/ນຍ,
ລົງວັນທີ 21 ກັນຍາ ປີ 2011 ວ່າດ້ວຍການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມະຕິຕົກລົງສ້າງຕັ້ງສະພາສຶກສາ ປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ຂັ້ນສູນກາງສະບັບເລກທີ 170/ນຍ ລົງວັນທີ 31/12/ 2012, ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະບັບເລກທີ 4028/ກປທ ລົງວັນ
ທີ 20/12/2012 ວ່າດ້ວຍການມອບໝາຍໜ້າທີ່ໃຫ້ບັນດາອົງການ, ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນເຮັດໜ້າທີ່ສຶກສາອົບຮົມວຽກງານປ້ອງກັນຊາດ- ປ້ອງກັນຄວາມ
ສະຫງົບ ທົ່ວປວງຊົນ, ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ, ລົງ ວັນທີ 04/01/2019 ວ່າດ້ວຍການແຕ່ງຕັ້ງຄະນະສະພາສຶກສາ ປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບສູນກາງ, ກຳນົດເປົ້າໝາຍອົບຮົມຢ່າງລະອຽດ ແລະສ້າງຫຼັກສູດການຮຽນການສອນຢ່າງແທດເໝາະກັບແຕ່ລະເປົ້າໝາຍນັບແຕ່ຂັ້ນສູນກາງລົງຮອດ
ທ້ອງຖິ່ນ, ລວມທັງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະສະຖາບັນຕ່າງໆ ບັນດາໂຮງຮຽນທັງພາກລັດ ແລະເອກະຊົນຢ່າງທົ່ວເຖິງ.

     ໃນກອງປະຊຸມຄະນະຜູ້ແທນຈາກພາກສ່ວນຕ່າງໆ ໄດ້ຂຶ້ນປະກອບຄຳຄິດຄຳເຫັນເຂົ້າໃສ່ບົດສະຫຼຸບ ແລະເປັນເອກະພາບຮັບເອົາທິດທາງແຜນການຄາດໝາຍສູ້ຊົນ ໃນ
5 ປີຕໍ່ໜ້າ (2019- 2024) ສ້າງທຸກເງື່ອນໄຂສະກັດກັ້ນ ແລະຕອບຕ້ານທຸກກໍລະນີເພື່ອແກ້ໄຂຢ່າງທັນການ ພ້ອມກັນສືບຕໍ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດ
ຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາກ້າວສູ່ປະເທດພັດທະນາທີ່ມີລາຍຮັບປານກາງຫາສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງໃນປີ 2030.

     ໃນຕອນທ້າຍພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະຮຽກຮ້ອງໃຫ້ອົງການຈັດຕັ້ງທຸກຂັ້ນຈົ່ງເອົາໃຈໃສ່ເຮັດສຳເລັດໜ້າທີ່ຂອງຕົນ ຕາມການ
ມອບໝາຍ ພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍຫຼາຍປະການ, ຕອບຕ້ານຕໍ່ກົນອຸບາຍຂອງພວກອິດທິກຳລັງປໍລະປັກທີ່ຫວັງມ້າງເພປະເທດຊາດ ແລະ ລະ
ບອບໃໝ່ຂອງພວກເຮົາ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງຈົ່ງ ພ້ອມກັນເພີ່ມທະວີການຊີ້ນຳ-ນຳພາຕໍ່ວຽກງານສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຮັບ
ປະກັນເຮັດໃຫ້ວຽກງານນີ້ກາຍເປັນຂອງປວງຊົນເພື່ອຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງມີຄວາມໝັ້ນຄົງທາງດ້ານການເມືອງ
ແລະ ຄວາມປອດໄພທາງດ້ານສັງຄົມ.