ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດໃຫ້ນາຍທະຫານຂັ້ນສູງ ພັກການຮັບບໍານານ


ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກະຊວງປ້ອງກັນປະເທດ ໄດ້ປະກາດໃຫ້ນາຍທະຫານຂັ້ນສູງຈໍານວນ 32 ສະຫາຍ ພັກການຮັບເບ້ຍບໍານານໃນ ວັນທີ 8 ມິ ຖຸນາ 2022 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາ
ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ແລະ ນາຍທະຫານທີ່ໄດ້ຮັບນະໂຍບາຍພັກການຮັບບໍານານ ເຂົ້າຮ່ວມ.

     ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງ ກະຊວງ
ປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການຮັບບໍານານລວມທັງໝົດ 32 ສະຫາຍ, ໃນນັ້ນມີ ສະຫາຍ ພົນຈັດຕະວາ ສິງສະ
ຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ສະຫາຍ ພົນຈັດຕະວາ ຄໍາໝັ້ນ ວັນນະວົງ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ, ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ສົມ
ໃຈ ເພັດທະວົງສີ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ພັນທະມິດ ວໍລະບຸດ ຫົວໜ້າຫ້ອງອົບຮົມການບິນ
ກອງບັນຊາການທະຫານອາກາດ, ສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນເອກ
ບຸນທັນ ມາບຸດສະດີ ຫົວໜ້າການເມືອງກອງພົນທີ 5, ສະຫາຍ ພັນເອກ ຄໍາຮຸ່ງ ຊາຍສີດາ ຫົວໜ້າການທະຫານ ໂຮງໝໍບໍລິເວນ 106 ກອງທັບ, ສະຫາຍ
ພັນເອກ ຈັນທີ ລິດໄກແກ້ວ ອະດີດຫົວໜ້າການທະຫານໂຮງໝໍບໍລິເວນ 109 ກອງທັບ, ສະຫາຍ ພັນເອກ ເຂັມເພັດ ໄຊສະຫວັນ ຫົວໜ້າ ຫ້ອງການບໍ
ລິຫານກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນທ່ຽງ ຈັນທຸມມາ ຫົວໜ້າການເມືອງ ໂຮງໝໍບໍລິເວນ 109 ກອງທັບ, ສະຫາຍ ພັນເອກ ວົງ
ສັກ ສຸວິຍະວົງ ຮອງອໍານວຍການບໍລິສັດ 20 ມັງກອນພັດທະນາ, ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງຫ້ອງວ່າການ ກະຊວງ
ປ້ອງກັນປະເທດ, ສະຫາຍ ພັນເອກ ສຸພາມິດ ບຸນລາວົງ ຮອງຫົວໜ້າກົມເສດຖະກິດຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ນາງ ຄໍາພູ
ສິດທິເສນ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຖາວອນ ສີຫາລາດ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່
ການເມືອງກອງທັບ, ສະຫາຍ ພັນເອກ ສຸບິນທໍ່ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ພອນໄຊ ຄູນທະຈັກ
ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ສູນທອນ ຄຳວົງສາ ຫົວໜ້າອົງການໄອຍະການທະຫານພາກໃຕ້, ສະຫາຍ ພັນເອກ
ຄໍາຕາ ວົງວັນດີ ຫົວໜ້າກົມໂຮງຮຽນກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ, ສະຫາຍ ພັນເອກ ສະຫວັນທອງ ພູນຊັບ ປະທານສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ, ສະຫາຍ ພັນເອກ ດວງສີ ພັນທະວົງ ຫົວ
ໜ້າຫ້ອງການ ປກຊ-ປກສ ແຂວງບໍລິຄໍາໄຊ, ສະຫາຍ ພັນເອກ ເຕົ້າ ຄໍາປະສິດ ຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ
ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຫົວໜ້າຫ້ອງເສນາກອງບັນຊາການທະຫານແຂວງຫຼວງພະບາງ, ສະຫາຍ ພັນເອກ ບຸນສານ ຈັນທະສອນຫົວໜ້າຫ້ອງ
ການເມືອງວິທະຍາຄານພະລາທິການກອງທັບ, ສະຫາຍ ພັນເອກ ບຸນກວ້າງ ໃຈມະວົງສັກ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 703, ສະຫາຍ
ພັນເອກ ກຸມພົນ ແກ້ວວົງສາ ຫົວໜ້າຫ້ອງເຕັກນິກ ກອງພົນທີ 5, ສະຫາຍ ພັນເອກ ພວງແກ້ວ ອຸ່ນ ລາສີ ຫົວໜ້າການທະຫານກອງ ພັນໃຫຍ່ 702, ສະ
ຫາຍ ພັນເອກ ບຸນທອນ ສຸພາວົງໄຕ ຫົວໜ້າຫ້ອງພະລາທິການ ກອງພົນທີ 4, ສະຫາຍ ພັນເອກ ລໍາທຸນ ລາດວິໄຊ ຫົວໜ້າການທະຫານ ກອງພັນໃຫຍ່
644 ແລະ ສະຫາຍ ພັນເອກ ຄໍາເພັງ ແກ້ວວົງສາ ຫົວໜ້າການເມືອງ ກອງພັນໃຫຍ່ 497.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນສະແດງຄວາມຍ້ອງຍໍຊົມຕໍ່ບັນດາສະຫາຍ ທີ່ໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າ
ໃນການເຄື່ອນໄຫວສູ້ຮົບ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືປັບປຸງກໍ່ສ້າງກອງທັບປະຊາຊົນລາວ ແລະ ປັບປຸງກໍ່ສ້າງກົມກອງຂອງຕົນ
ຕະຫຼອດໄລຍະຜ່ານມາ ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດອັນໃຫຍ່ຫຼວງ, ພ້ອມກັນນັ້ນກໍໄດ້ເນັ້ນໜັກໃຫ້ບັນດາ ສະຫາຍເຂົ້າໃຈແຈ້ງຕໍ່ແນວທາງ
ແຜນນະໂຍບາຍຂອງພັກ-ລັດ, ການພັກບໍານານເປັນການປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ພາຍຫຼັງໄດ້ຮັບນະໂຍບາຍ ໃຫ້ພັກ
ບໍານານຕ້ອງໄດ້ມອບໝາຍໜ້າທີ່ຢ່າງລະອຽດຈະແຈ້ງ, ສໍາຫຼວດກວດກາຄືນພາຍໃນຄະນະພັກ-ຄະນະບັນຊາກົມກອງ ທີ່ຕົນເອງສັງກັດຢູ່, ສືບຕໍ່ເຮັດວຽກ
ງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເປັນຫຼັກແຫຼ່ງໃຫ້ແກ່ພະນັກງານ-ນັກຮົບ ແລະ ລູກຫຼານ, ປະກອບສ່ວນຊຸກຍູ້ຊ່ວຍເຫຼືອເຂົ້າໃນວຽກງານ
ລວມຂອງບ້ານ ແລະ ສືບຕໍ່ປັບປຸງພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/06/2022