ເອກະພາບແຜນການ ແລະ ກຳນົດເວລາມອບ-ຮັບອັດຖິທະຫານ
ອາສາສະໝັກ
ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ
ໃນວັນທີ 4 ພຶດສະພາ 2022 ນີ້, ຄະນະກໍາມະການປະຕິບັດງານພິເສດ ສອງແຂວງສະຫວັນນະເຂດ-ກວາງຈິ ໄດ້ຈັດກອງປະຊຸມຕີລາຄາສະພາບການ
ແລະ ສະຫຼຸບຜົນງານ ຈັດຕັ້ງປະຕິບັດແຜນການສຳຫຼວດ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິ ທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່
ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ພຶື້ນທີ່ ຂອງແຂວງສະຫວັນນະເຂດ ສົກລະດູແລ້ງປີ 2021-2022 ເຊິ່ງ ຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ສີ ທະ
ວີໄຊ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ ຮອງປະທານຄະນະກໍາມະການ ປະຕິບັດງານພິເສດ ຂັ້ນແຂວງ ສປປ ລາວ ແລະ
ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງຽນ ບາ ຢ້ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກວາງຈິ ຮອງປະທານຄະນະກໍາມະການ
ປະຕິບັດງານພິເສດແຂວງກວາງຈິ ພ້ອມດ້ວຍຄະນະ ແລະ ບັນດາ ສະຫາຍໃນຄະນະກໍາມະການ ປະຕິບັດງານພິເສດທັງສອງແຂວງ ເຂົ້າຮ່ວມ.
ໃນກອງປະຊະຊຸມ ໄດ້ຕີລາຄາຄືນ ສະພາບການ ແລະ ໝາກຜົນ ຂອງການຈັດຕັ້ງປະຕິບັດໜ້າທີ່ ໃນການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະ
ຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ ຢູ່ລາວໃນພື້ນທີ່ຂອງ ແຂວງສະຫວັນນະເຂດສົກປີ 2021-2022, ເຊິ່ງ
ຄະນະກຳມະການປະຕິບັດງານພິເສດ ສອງຝ່າຍໄດ້ມີການປະສານສົມທົບ ຊີ້ນຳອຳນາດການປົກຄອງແຕ່ລະຂັ້ນເຮັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍ
ປະຊາຊົນ, ເຖົ້າແກ່ແນວໂຮມນາຍບ້ານ, ເພື່ອປະສານສົມທົບ ໃນວຽກງານ ຊອກຫາ, ສະໜອງຂໍ້ມູນ ແລະ ນຳພາ ທາງໃຫ້ກອງຂຸດຄົ້ນອັດ ຖິ 584 ລົງຂຸດ
ຄົ້ນທັນເວລາ, ຊັດເຈນ ມີປະສິດທິຜົນ, ກຳແໜ້ນສະພາບການ ໃນພຶ້ນທີ່, ຊີ້ນຳບັນດາ ທ້ອງຖິ່ນ ເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບ ໃຫ້ແກ່
ກອງຂຸດຄົ້ນ 584 ໃນໄລຍະ ຜ່ານມາ: ເຊິ່ງຄະນະປະຕິບັດງານ ສອງແຂວງ ກໍໄດ້ເຫັນດີ ເປັນເອກະພາບກັນ ໃນການຈັດສົງ ອັດຖິທະຫານອາສາສະມັກ ແລະ
ຊ່ຽວຊານຫວຽດນາມ ກັບຄືນປະເທດຢ່າງສົມກຽດ ໃນອີກບໍ່ດົນນີ້, ໝາກຜົນຂອງການຮ່ວມມື ໃນການຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານ
ຫວຽດນາມໃນຜ່ານມາ ທັງສອງຝ່າຍ ໄດ້ຕີລາຄາສູງ ເຖິງການພົວພັນ ຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄື: ແຂວງສະຫວັນນະເຂດ-ກວາງຈິ ແລະ ສອງ
ກອງບັນຊາການທະຫານແຂວງສະຫວັນນະເຂດ-ກວາງຈິ ທີ່ມີມາແຕ່ດົນນານ ແລ້ວນັ້ນ ໃຫ້ນັບມື້ ຈະເລີນງອກ ງາມຍິ່ງໆຂຶ້ນ, ຈາກນັ້ນ ທັງສອງຝ່າຍກໍໄດ້
ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ ແລະ ຕອນທ້າຍ ຍັງໄດ້ມອບຂອງຂວັນ ໃຫ້ກັນ ແລະ ກັນ ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2022