ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວນຄືນມູນເຊື້ອ ວັນໄຊຊະນະມະຫາສົງຄາມ ປ້ອງກັນປີຕຸພູມ
ຂອງ ປະຊາຊົນ ຣັດເຊຍ ຄົບຮອບ 77


     ໃນວັນທີ 6 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບຫ້ອງການ ທີ່ປຶກສາທູດທະຫານ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ໄດ້ຈັດພິ
ທີປາຖະກະຖາຫວນຄືນມູນເຊື້ອ ວັນໄຊຊະນະມະຫາສົງຄາມ ປ້ອງກັນປິຕຸພູມ ຂອງປະຊາຊົນ ຣັດເຊຍ ຄົບຮອບ 77 ( 1945-2022) ໂດຍການເຂົ້າຂອງ
ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຕີ
ໄກຼເຢັບ ເດີມິຕຼີ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາກະຊວງປ້ອງກັນປະເທດ ສປປ ລາວ, ມີບັນດາຄະນະ
ນໍາກະຊວງປ້ອງກັນປະເທດ, ມີ 4 ກົມໃຫຍ່, ຫ້ອງວ່າການກະຊວງ ພ້ອມດ້ວຍບັນດາ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ປຶກສາທູດຝ່າຍທະຫານສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ
ຂອງ ວັນໄຊຊະນະ ມະຫາສົງຄາມ ປ້ອງກັນປິຕຸພູມ ຂອງປະຊາຊົນ ຣັດເຊຍ ຄົບຮອບ 77 ເຊິ່ງມັນ ເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ເປັນ
ວັນແຫ່ງ ຄວາມຊົງຈໍາຂອງຊາວຣັດເຊຍ ທີ່ໄດ້ຮັບໄຊຊະນະ ຈາກຟາດຊິດ ເຢຍລະມັນ ໂດຍການນໍາພາຂອງ ກອງທັບແດງ ເຊິ່ງເຫດການດັ່ງກ່າວ ມັນໄດ້
ສະແດງໃຫ້ເຫັນ ເຖິງນໍາໃຈເສຍສະຫຼະອັນສູງສົ່ງ ແລະ ຄວາມຕັດສິນໃຈ ອັນເດັດດ່ຽວ ກ້າຫານ ຂອງນາຍ ແລະ ພົນ ທະຫານຕະຫຼອດຮອດປະຊາຊົນ ຊາວ
ຣັດເຊຍ ທີ່ໄດ້ອຸທິເລືອດເນື້ອ ແລະ ນໍ້າໃຈ ໃນການເສຍສະຫຼະ ອັນຍິງໃຫຍ່ຂອງປະຊາຊົນສະຫະພາບໂຊວຽດ (ສ.ຣັດເຊຍ ໃນ ປັດຈຸບັນ) ມັນໄດ້ກາຍເປັນ
ແບບຢ່າງ ຂອງລັດຖິວິລະຊົນຢ່າງຫຼວງຫຼາຍ, ວິລະກໍາສ່ວນບຸກຄົນ ແລະ ເປັນຜູ້ເສຍສະຫຼະ ເພື່ອສັນຕິພາບ, ຄວາມກ້າວໜ້າທາງສັງຄົມ ທັງໄດ້ກໍານົດຊະຕາ
ກໍາຂອງ ທົ່ວໂລກໂດຍສະເພາະປະຊາຊົນ ຂອງບັນດາປະເທດ ທີ່ຮັກຫອມສັນຕິພາບ ທີ່ຕົກຢູ່ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນ ໃນການລຸກຂຶ້ນຕໍ່ສູ້
ຍາດເອົາເອກະລາດແຫ່ງຊາດ ຂອງຕົ້ນ.

     ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ໄດ້ໃຫ້ກຽດ ມາ
ເລົ່າຫວນຄືນ ເຖິງໄຊຊະນະ ມະຫາສົງຄາມ ປ້ອງກັນປິຕຸພູມ ຂອງປະຊາຊົນ ຊາວຣັດເຊຍ ໃນຜ່ານມາ ເຊິ່ງເຫດການດັ່ງກ່າວ ສຸດທີ່ມີຄວາມໝາຍ ຄວາມ
ສໍາຄັນ ແລະ ມີຄຸນຄ່າສູງ ທາງດ້ານປະຫວັດສາດ ຂອງໂລກ, ເຊິ່ງເຮັດໃຫ້ພະນັກງານ ການນໍາຕະຫຼອດຮອດພະນັກງານຫຼັກແຫຼ່ງ ຂອງກະຊວງປ້ອງກັນປະ
ເທດ ສປປ ລາວ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຂອງຕົນຕື່ມອີກ ໃນຕໍ່ໜ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/05/2022