ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ
ເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ

     ສະຫາຍ ພົນໂທ ເຈີ່ນ ເດີນ ກຳມະການສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າ
ດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນຄະນະນຳກະຊວງປ້ອງກັນປະເທດ ສປປ ລາວ ໃນວັນທີ 6 ເມສາ 2018 ນີ້, ໂດຍການຕ້ອນຮັບຂອງ ສະ
ຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ
ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ລາວ ພສ 2561 ເຊິ່ງເປັນວັນບຸນປະເພນີຂອງຊາດລາວເຮົາ.


ພົນໂທ ສຸວອນ ເລືອງບຸນມີ ຕ້ອນຮັບການເຂົ້າອວຍພອນຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ເຈີ່ນ ເດີນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ ນຳເອົາຄຳອວຍພອນອັນອົບອຸ່ນ ແລະ
ໄມຕີຈິດມິດຕະພາບອວຍໄຊໃຫ້ພອນແກ່ສະຫາຍຮອງລັດຖະມົນຕີ ພ້ອມຄະນະນຳກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບໃນທົ່ວກອງທັບປະຊາ
ຊົນລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລານາໄມສົມບູນ ເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນໃນໄລຍະໃໝ່, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວ
ພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວ
ນັ້ນໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຕາງໜ້າໃຫ້ກະຊວງປ້ອງກັນເທດ ສປປ ລາວ ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະນຳກະຊວງປ້ອງ
ກັນປະເທດ ສສ ຫວຽດນາມ ທີ່ໄດ້ນຳເອົາຄຳອວຍພອນອັນອົບອຸ່ນ, ໄມຕິຈິດມິດຕະພາບມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ຄະນະຈົ່ງມີສຸຂະ
ພາບເຂັ້ມແຂງ, ເຮັດສຳເລັດໜ້າທີ່ວຽກງານ. ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ຍາມໃດກໍໃຫ້ຄວາມ
ຊ່ວຍເຫຼືອກອງທັບປະຊາຊົນລາວເຮົາຕະຫຼອດມາ ພ້ອມທັງອວຍພອນສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ
ຫວ່າງສອງຊາດສອງກອງທັບ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນນັບມື້ກ້າວເຂົ້າສູ່ລວງເລິກ.