ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບ ທູດຣາຊະອານາຈັກໄທ ເຂົ້າຢ້ຽມຂໍ່ານັບ


     ວັນທີ 8 ມີນາ ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາ
ທິການກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່
ປະຈຳສປປ ລາວ.

     ໂອກາດດັ່ງກ່າວ, ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ເຈດສະດາ ກະຕະເວທີນ ທີ່ໄດ້ຮັບການ
ແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ
ພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ-ໄທ ຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ທ່ານ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທຄົນໃໝ່
ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບລະຫວ່າງ ສປປ ລາວ ແລະ ຣາ
ຊະອານາຈັກໄທ ໃຫ້ນັບມືຂະຫຍາຍຕົວຍິ່ງຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

     ໃນໂອກາດດຽວກັນ, ທ່ານ ເຈດສະດາ ກະຕະເວທິນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ທີ່ໄດ້ໃຫ້ກຽດຕ້ອນຮັບອັນ
ອົບອຸ່ນ, ພ້ອມທັງສືບຕ່ໍປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃຫ້ກວ້າງຂວາງ ແລະ ຈະສຸມທຸກຄວາມພະຍາຍາມທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງ
ຕົນປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/03/2022