ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້​ແທນ​ຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ
ສ ຣັດເຊຍ ເຄື່ອນໄຫວ​ເຮັດ​ວຽກຢູ່ ກອງ​ພົນ​ທີ 3


     ວັນທີ 1 ມິຖຸນາ 2022 ນີ້, ສະຫາຍ ພົນຕີ ກຣາເຢັບ ຫົວໜ້າຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ສ ຣັດເຊຍ ພ້ອມດ້ວຍຄະນະເຄື່ອນໄຫວ
ຢ້ຽມຢາມ ແລະ ເຮັດວຽກຢູ່ ກອງພົນທີ 3 ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3, ມີ
ສະຫາຍ ພັນ ເອກ ຄໍາແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ.

     ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຫ້ອງ
ການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ສ ຣັດເຊຍ ຢູ່ກອງພົນທີ 3 ໃນຄັ້ງນີ້, ພ້ອມທັງລາຍງານຫຍໍ້ກ່ຽວກັບທີ່ຕັ້ງ, ໜ້າທີ່, ພາລະບົດບາດ, ຂອບເຂດກົມ
ກອງຮັບຜິດຊອບໃຫ້ສະຫາຍ ພົນຕີ ກຣາເຢັບ ໄດ້ຮັບຊາບ ແລະ ຂົງເຂດວຽກງານເຕັກນິກການທະຫານວິຊາສະເພາະໃນໄລຍະຜ່ານມາ, ເຊິ່ງຄະນະບັນຊາ
ກໍຄືຫ້ອງເຕັກນິກ ໄດ້ຖືສໍາຄັນວຽກງານການຄຸ້ມຄອງ, ບົວລະບັດ, ຜັດເຊັດອາວຸດ- ຍຸດໂທປະກອນພາຫະນະເຕັກນິກ ໂດຍປິ່ນອ້ອມໜ້າທີ່ການເມືອງຂອງ
ຕົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສາມາດນໍາໃຊ້ໄດ້ຍາວນານ ພ້ອມທັງຮັບປະກັນຄຸນນະພາບອີກດ້ວຍ, ພ້ອມນີ້ ຄະນະຜູ້ແທນທັງສອງຝ່າຍກໍ
ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນວຽກງານເຕັກນິກການທະຫານ ແລະ ລົງກວດກາຕົວຈິງກ່ຽວກັບພາຫະນະ-ເຕັກນິກ, ອາວຸດ-ຍຸດໂທປະກອນຢູ່
ກອງພັນ 612 ເຫຼົ່າຮົບປືນໃຫຍ່ໜ້າດິນ, ກອງພັນ 364 ເຫຼົ່າຮົບປອ້ງກັນອາກາດ, ກອງຮ້ອຍ 619 ເຫຼົ່າຮົບລົດຕັງ-ຍານເກາະ ແລະ ໝວດລົດເຄື່ອນທີ່ໄວ
ຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/06/2022