ກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດປ້ອງກັນ
ຄວາມສະຫງົບ 4 ແຂວງພາກເໜືອ ແລະ 1 ກອງພົນ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການ
ປກຊ-ປກສສູນກາງຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນປະທານ
ໃນວັນທີ 7 ກຸມພາ 2022 ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ 4 ແຂວງພາກເໜືອ ແລະ 1 ກອງພົນ ປະຈໍາປີ
2021 ແລະ ວາງທິດທາງແຜນການ ປີ 2022 ຢູ່ທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນ
ຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ
ຊວງປ້ອງກັນປະເທດ, ມີບັນດາສະຫາຍກໍາມະການສູນກາງພັກ, ກໍາມະການ ຄະນະກໍາມະການ ປກຊ-ປກສ ສູນກາງ, ເຈົ້າແຂວງ, ປະທານຄະນະກໍາມະການ
ປກຊ-ປກສ ແຂວງ, ຄະນະກໍາມະການ ປກຊ-ປກສ 4 ແຂວງ, ຄະນະພັກ-ຄະນະບັນຊາ ກອງພົນທີ 3, ກອງບັນຊາການທະຫານແຂວງ, ກອງບັນຊາການ
ປກສ ແຂວງ, ຫ້ອງການຄະນະກໍາມະການ ປກຊ-ປກສ 4 ແຂວງ ພ້ອມດ້ວຍ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ 5 ເມືອງ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຄືນສະພາບການລວມ ແລະ ການຈັດ
ຕັ້ງປະຕິບັດວຽກງານ ປກຊ-ປກສ ຂອງບັນດາແຂວງພາກເໜືອ ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ລັດຖະ
ບານ, ໂດຍສະເພາະແມ່ນຄະນະກໍາມະການ ປກຊ-ປກສ ສູນກາງ, ແຂວງ ໂດຍໄດ້ຮັບການຮ່ວມມື ຈາກອົງການປົກຄອງ ແຕ່ລະຂັ້ນ, ຕະຫຼອດຮອດປະຊາ
ຊົນບັນດາເຜົ່າ ແລະ ຄວາມເອົາໃຈໃສ່ ຂອງກໍາລັງ ປກຊ-ປກສ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ, ສາມາດຍາດໄດ້ຜົນງານ, ດ້ານດີຫຼາຍ
ດ້ານຮັບປະກັນ ເຮັດໃຫ້ປະເທດຊາດ ເວົ້າລວມ ເວົ້າສະເພາະ 4 ແຂວງພາກເໜືອ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບ ທາງດ້ານການເມືອງ ໜັກ
ແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ, ລະບົບ ການເມືອງ ຢູ່ຂັ້ນຮາກຖານ ໄດ້ຮັບການປັບປຸງດີຂຶ້ນ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະ
ຫຍາຍຕົວ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ພັດທະນາດີຂຶ້ນ, ກໍາລັງ ປກຊ-ປກສ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ສັງລວມແລ້ວ, ຜ່ານການ
ເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຕະຫຼອດໄລຍະຜ່ານມາ ສາມາດຮັບປະກັນ ໃຫ້ແກ່ການປົກປັກຮັກສາ ແລະ ພັດ
ທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງ ເຂົ້າໃນການເຮັດໜ້າ
ທີ່ ປກຊ-ປກສ ຢູ່ຂັ້ນທ້ອງຖິ່ນ ຂອງຕົນຢ່າງເປັນຂະບວນ ກວ້າງຂວາງ ແລະ ຕໍ່ເນື່ອງ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຊົມເຊີຍຜົນສໍາເລັດ ໃນການນໍາພາ-ຊີ້ນໍາ, ການຈັດຕັ້ງປະຕິບັດວຽກງານ ປກຊ-
ປກສ ຢູ່ 4 ແຂວງພາກເໜືອ ແລະ 1 ກອງພົນ ໃນຄັ້ງນີ້, ເຖິງວ່າຈະໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຫຼາຍປະການ, ແຕ່ຍ້ອນໄດ້ຮັບ
ການເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງການນໍາຂັ້ນສູນກາງ, ແຂວງ, ຄະນະກໍາມະການ ປກຊ-ປກສ, ບັນດາກົມກອງກຳລັງປະກອບອາວຸດ ແຕ່ລະຂັ້ນໄດ້ສຸມທຸກ
ກໍາລັງແຮງເຮັດສໍາເລັດໜ້າທີ່ຂອງຕົນດ້ວຍຈິດໃຈບຸກທະລຸ. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ກໍາລັງ ປກຊ-ປກສ ຢູ່ບັນດາແຂວງ, ອົງການຈັດຕັ້ງ, ພາກ
ສ່ວນທີ່ກ່ຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າ ຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຕັ້ງໜ້າຈັດຕັ້ງ
ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ຢ່າງແຂງແຮງ, ເອົາໃຈໃສ່ການຫັນວາລະແຫ່ງຊາດ ໃຫ້ເປັນວຽກງານບູລິມະສິດ ຂອງ
ແຂວງ, ກົມກອງ, ເພີ່ມທະວີອົບຮົມ-ຫັດແອບ ໃຫ້ກໍາລັງ ປກຊ-ປກສ, ກຸ່ມບ້ານ, ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫົງບດີ
ແລະ ກຸ່ມບ້ານພັດທະນາ ໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບເພື່ອຮັບປະກັນ ໃຫ້ປະເທດຊາດກໍຄື 4 ແຂວງພາກເໜືອ ສືບຕໍ່ມີຄວາມສະຫງົບ,
ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາ ໃຫ້ບັນລຸຕາມ
ເປົ້າໝາຍ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/02/2022