ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນທະຫານເຂດ 5 ກອງທັບຫວຽດນາມ ສະແດງຢູ່ວິທະຍາຄານກົມມະດຳ


ພົນຈັດຕະວາ ບຸນຈັນ ລາດສະວົງ ເຂົ້າຮ່ວມຊົມຄະນະສິລະປະກອນທະຫານເຂດ 5
ກອງທັບປະຊາຊົນຫວຽດນາມສະແດງຢູ່ວິທະຍາຄານກົມມະດຳ

     ຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ສະແດງຢູ່ວິທະຍາຄານກົມມະດຳໃນຄຳ່ຄືນຂອງວັນທີ 5 ມັງກອນ 2019 ນີ້, ໂດຍການເຂົ້າຮ່ວມ
ຊົມຂອງ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານວິທະຍາຄານກົມມະດຳ, ພັນເອກ ຫງວຽນ ວັນ ແທັງ ຫົວໜ້າການເມືອງຄະນະສິລະປະກອນທະຫານ
ເຂດ 5 ກອງທັບປະຊາຊົນຫວຽດນາມ, ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານ-ນັກຮົບ ແລະ
ພໍ່ແມ່ປະຊາຊົນອ້ອມຂ້າງວິທະຍາ ຄານກົມມະດຳເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

     ຄະນະສິລະປະກອນທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ສືບຕໍ່ການສະແດງມິດຕະພາບຢູ່ວິທະຍາຄານກົມມະດຳ ເພື່ອສ້າງຂະບວນການເບີກບານມ່ວນຊື່ນ
ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ເຊິ່ງມີ 16 ລາຍການສະແດງ ເຊິ່ງໄດ້ສ່ອງແສງເຖິງນໍ້າໃຈເສຍສະຫຼະຊີວິດຂອງນັກຮົບປະຕິ ວັດສອງຊາດ
ລາວ-ຫວຽດນາມ ຕີສັດຕູໂຕດຽວກັນ ສາມາດຍາດໄດ້ໄຊນະນະຢ່າສະຫງ່າຜ່າເຜີຍ ທັງເປັນການລະນຶກຜົນງານຂອງນັກຮົບປະຕິວັດ, ເຮັດໃຫ້ຜູ້ທີ່ມາຮັບຊົມໄດ້ຮັບຮູ້ ແລະ
ເຂົ້າໃຈເລິກເຊິ່ງເຖິງມູນເຊື້ອ ແລະ ມິດຕະພາບແບບພິເສດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສອງກອງທັບລາວ-ຫວຽດນາມ. ທັງເປັນການໂຄສະນາມູນ
ເຊື້ອສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມໍລະດົກອັນລໍ້າຄ່າໃຫ້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.