ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມ
ບຳລຸງ-ກໍ່ສ້າງນາຍທະຫານການເມືອງ
ພິທີເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງສົກຮຽນ 2022-2023 ຂອງໂຮງ ຮຽນທິດສະດີການເມືອງກອງທັບ ໄດ້ໄຂຂຶ້ນໃນວັນທີ 1 ກັນຍາ 2022 ນີ , ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຜູ້ຕາງໜ້າບັນດາກົມ, ຄະນະພັກ-ຄະນະບັນຊາ ໂຮງຮຽນ ແຂກທີ່ຖືກເຊີນ, ພ້ອມດ້ວຍ ຄູ-ອາຈານ ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກສຶກສາທຸກລະບົບໃນທົ່ວ ໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ບຸນທັນ ຈັນທະລີມາ ຮອງຫົວໜ້າການທະຫານ ຫົວໜ້າຫ້ອງອົບຮົມ-ກໍ່ ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ, ໜ້າທີ່ການເຄື່ອນໄຫວຂອງໂຮງຮຽນທິດສະດີການເມືອງກອງ ທັບ ແລະ ຂໍ້ຕົກລົງ ວ່າດ້ວຍການເປີດ ອົບຮົມບຳລຸງ-ກໍ່ສ້າງນາຍທະຫານກອງທັບປະຊາຊົນລາວ ປະຈຳສົກຮຽນ 2022-2023 ຢູ່ໂຮງຮຽນທິດສະດີການເມືອງກອງທັບ. ເຊິ່ງໃນການເປີດຊຸດອົບຮົມບຳລຸງ- ກໍ່ ສ້າງໃນຄັ້ງນີ້ ມີນັກຮຽນ 237 ສະຫາຍ, ປະກອບມີທັງໝົດ 9 ເປົ້າໝາຍການຮຽນຄື: ກໍ່ສ້າງປະລິນ ຍາຕີນາຍທະຫານການເມືອງຂັ້ນກອງພັນໃຫຍ່, ກອງພົນ, ລະບົບ 3 ປີ ມີນັກຮຽນຈຳນວນ 25 ສະ ຫາຍ, ກໍ່ສ້າງເລັ່ງລັດອະນຸປະລິນຍາທິດສະດີມາກ-ເລນິນ ລະບົບ 1 ປີ ຈຳນວນ 30 ສະຫາຍ, ກໍ່ສ້າງເລັ່ງລັດນາຍທະຫານການເມືອງຂັ້ນກອງ ພັນໃຫຍ່ ລະບົບ 1 ປີ ຈຳນວນ 15 ສະຫາຍ, ກໍ່ສ້າງເລັ່ງລັດນາຍທະຫານການເມືອງຂັ້ນກອງພັນນ້ອຍ ລະບົບ 1 ປີ ຈຳນວນ 15 ສະຫາຍ, ບຳລຸງທິດສະດີມາກ-ເລນິນ ລະ ບົບຊັ້ນສູງ 5 ເດືອນ ຈຳນວນ 32 ສະຫາຍ, ບຳລຸງວຽກງານປ້ອງກັນພາຍໃນລະບົບຊັ້ນສູງ 5 ເດືອນ ຈຳນວນ 30 ສະຫາຍ, ບຳລຸງວຽກງານໄອຍະການທະຫານ ລະບົບ 03 ເດືອນ ຈຳນວນ 30 ສະ ຫາຍ, ບຳລຸງວຽກງານກໍ່ສ້າງຮາກຖານການເມືອງ ລະບົບ 3 ເດືອນ ຈຳນວນ 30 ສະຫາຍ ແລະ ບຳລຸງວຽກງານຄູການເມືອງ ລະບົບ 3ເດືອນ ຈຳນວນ 30 ສະຫາຍ, ໃນ 09 ເປົ້າໝາຍນີ້ຈະໄດ້ແບ່ງອອກເປັນ 2 ຊຸດຮຽນຄື: ຊຸດທີ 1 ມີ 7 ເປົ້າໝາຍ ແລະ ຊຸດທີ 2 ມີ 2 ເປົ້າໝາຍ. ທັງນີ້ກໍເພື່ອເປັນການຍົກລະດັບ ຄວາມຮັບຮູ້ຄວາມເຂົ້າໃຈຕໍ່ທັດສະນະ, ແນວຄິດ ແລະ ບັນຫາພື້ນຖານທິດສະດີ, ຫຼັກມູນວິທະ ຍາສາດດ້ານຕ່າງໆຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍ ຂອງພັກ, ໃຫ້ບັນດາພະນັກງານຂັ້ນນຳພາ-ບັນຊາທາງດ້ານການເມືອງ ແລະ ທັງເປັນການຍົກສູງລະດັບທິດສະດີຫຼັກການພື້ນຖານ ການເຄື່ອນໄຫວວຽກງານພັກ- ວຽກ ງານການເມືອງ, ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ບາດກ້າວ ແລະ ວິທີການເຄື່ອນໄຫວວຽກງານການເມືອງຢູ່ໃນທົ່ວກອງທັບ, ປັບປຸງແບບແຜນວິ ທີນຳພາ-ບັນຊາ, ແບບແຜນດຳລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ, ສິນທຳປະຕິວັດ, ສະຕິຕື່ນຕົວປະ ຕິບັດຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດໃຫ້ສູງຂຶ້ນ. ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັ້ກໃຫ້ນັກສຶກສາຕ້ອງຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບົດຮຽນທີ່ຄູ- ອາ ຈານຖ່າຍທອດໃຫ້ ເພື່ອນຳໄປໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ມີຜົນສຳເລັດ ແລະ ພ້ອມກັນອອກແຮງແຂ່ງຂັນກັນຍາດເອົາຄະ ແນນດີ, ຄະແນນເກັ່ງ, ເດັດດ່ຽວຕ້ານຄະ ແນນຫຼຸດຄາດໝາຍ, ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງທຸກດ້ານໃນມາດຖານເງື່ອນໄຂທີ່ທາງກະຊວງກໍ່ຄືໂຮງຮຽນວາງອອກ, ເປັນຕົ້ນແມ່ນດ້ານຄຸນສົມບັດສິນທຳປະຕິ ວັດ,ຂໍ້ກຳນົດກົດລະບຽບຕ່າງໆຂອງກອງທັບ, ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ດີ, ຕັ້ງໜ້າເຮັດຫຼ້ອນໜ້າທີ່ທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້.