
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບ
  ຄະນະຜູ້ແທນຫໍສະໝຸດກອງທັບປະຊາຊົນຫວຽດນາມ 

    ພົນຕີ ສອນທອງ ພົມລາວົງ  ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຫໍສະໝຸດກອງທັບປະຊາຊົນຫວຽດນາມ
     ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ
    ສະຫາຍ ພັນເອກ ນາງ ເຈີນທິ ບິກເຮ ອໍານວຍການຫໍສະໝຸດກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດ
    ວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 5-8 ສິງຫານີ້.
     ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງກ່າວວ່າ ສະຫາຍທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດຢູ່ ສປປ ລາວ ໃນຄັ້ງ
    ນີ້ ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບແບບພິເສດນໍາເອົາຄວາມອົບອຸ່ນມາສູ່ກອງທັບປະຊາຊົນລາວ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນ
    ການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານທີ່ເປັນມູນເຊື້ອລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ
    ແລະ ປະຊາຊົນ 2 ຊາດ ລາວ-ຫວຽດ ທີ່ມີມາແຕ່ດົນນານໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍສະເພາະການພົວພັນມືລະຫວ່າງສອງກົມໃຫຍ່ການ ເມືອງກອງທັບ
    ລາວ-ຫວຽດນາມ, ກໍຄືສອງຫໍສະໝຸດກອງທັບ ລາວ-ຫວຽດນາມ ໃນໄລຍະຜ່ານມາມີຜົນສໍາເລັດຫຼາຍດ້ານ, ເຊິ່ງຜ່ານມາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດ
    ນາມ ກໍໄດ້ໃຫ້ການກໍ່ສ້າງພະນັກງານ ທັງໄລຍະຍາວ ແລະ ໄລຍະສັ້ນ, ສ້າງໂຮງຮຽນທິດສະດີການເມືອງ, ສ້ອມແປງຫໍພິພິທະພັນກອງທັບ, ຊ່ວຍການກໍ່ສ້າງຫໍສະໝຸດກອງ
    ທັບ ແລະ ຍັງໄດ້ຊ່ວຍເຫຼືອດ້ານວັດຖຸສິງຂອງໃຫ້ບັນດາເຫຼົ່າຮົບຕ່າງໆອີກດ້ວຍ. 
     ໂອກາດນີ້ ສະຫາຍ ພັນເອກ ນາງ ເຈີນທິ ບິກເຮ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບແບບດູດ
    ດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ, ຫວຽດນາມ-ລາວ, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ
    ກໍຄືສອງຫໍສະໝຸດ ຫວຽດນາມ-ລາວ ແມ່ນມີການພົວພັນເຊິ່ງກັນ ແລະ ກັນ ຢ່າງສະນິດແໜ້ນ ແລະ ໄດ້ຮັບໝາກຜົນໜ້າເພິ່ງພໍໃຈ ໂດຍສະເພາະໄດ້ໃຫ້ການຊ່ວຍເຫຼືອເຝິກ
    ອົບຮົມໃຫ້ວິຊາການຫໍສະໝຸດ, ຊ່ວຍເຫຼືອຈັກກັອບປີ, ຄອມພິວເຕີ, ຈັກສະແກນເນີ ແລະ ອື່ນໆອີກ, ພ້ອມທັງໄດ້ແຈ້ງຜົນການພົບປະແລກປ່ຽນບົດຮຽນຮ່ວມກັບຄະນະອໍາ
    ນວຍການຫໍສະໝຸດກອງທັບປະຊາຊົນລາວ ແລະ ການເຄື່ອນໄຫວຢູ່ບັນດາກົມກອງຕ່າງໆຕໍ່ ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບຊາບ.
     ພາຍຫຼັງສໍາເລັດການເຂົ້າຢ້ຽມຂ່ຳນັບສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບແລ້ວຄະນະຜູ້ແທນດັ່ງກ່າວກໍໄດ້ເຄື່ອນໄຫວຢ້ຽມຢາມຫໍສະໝຸດກອງທັບປະຊາ
    ຊົນລາວ, ໄປຢ້ຽມຢາມຫໍສະໝຸດກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາຢູ່ນະຄອນຫຼວງ
    ວຽງຈັນອີກຈໍານວນໜຶ່ງ.