
ສະຫຼຸບຖອດຖອນບົດຮຽນ ແລະ ເຊື່ອມຊຶມນິຕິກໍາ
  ວຽກງານປະກັນສັງຄົມທົ່ວກອງທັບ ປະຈໍາປີ 2017-2018 

    ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ 
    ແລະ ເຊື່ອມຊຶມນິຕິກໍາວຽກງານປະກັນສັງຄົມທົ່ວກອງທັບ  ປະຈໍາປີ 2017-2018
     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ເຊື່ອມຊຶມນິຕິກໍາວຽກງານປະກັນສັງຄົມທົ່ວກອງທັບ  ປະຈໍາປີ 2017-2018 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ມິຖຸນາ
    2019 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງ
    ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີບັນດາສະຫາຍຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ຄະນະພັກ-ຄະນະບັນຊາ
    ອົງການ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ຕະຫຼອດຮອດຫົວໜ່ວຍທຸລະກິດໃນທົ່ວກອງທັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ  ສະຫາຍ  ພົນຕີ ປອ ທອງລອຍ ສີລິວົງ  ໄດ້ກ່າວເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ  ເຜີຍແຜ່ນິຕິກໍາວຽກງານປະ
  ກັນສັງຄົມທົ່ວກອງທັບປະຈໍາປີ 2017-2018 ໃນຄັ້ງນີ້ວ່າ:  ວຽກງານປະກັນສັງຄົມໃນກອງທັບແມ່ນວຽກງານນະໂຍບາຍໜຶ່ງທີ່ມີຄວາມໝາຍຄວາມສຳຄັນຂອງພັກ-ລັດ
  ຕໍ່ກອງທັບຕິດພັນໂດຍກົງກັບຊີວິດສັງຄົມປະຈໍາວັນຂອງນາຍ ແລະ ພົນທະຫານ ໂດຍສະເພາະນະໂຍບາຍຮັບປະກັນໃຫ້ນາຍ ແລະ ພົນທະຫານພ້ອມດ້ວຍສະມາຊິກພາຍ
  ໃນຄອບຄົວໄດ້ຮັບການຄຸ້ມຄອງ, ປົກປັກຮັກສາດ້ານສຸຂະພາບ, ຊີວິດສັງຄົມ ແລະ  ໄດ້ຮັບລະບອບອຸດໜູນປະເພດຕ່າງໆຕາມເງື່ອນໄຂນະໂຍບາຍ ກໍຄືກົດໜາຍປະກັນສັງ
  ຄົມຂອງ ສປປ ລາວ ຢ່າງທົ່ວເຖິງເປັນເອກະພາບ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ  ສ້າງສາພັດທະນາປະເທດຊາດ ກໍຄືການປັບປຸງກໍ່ສ້າງ
  ກອງທັບໃຫ້ກ້າວຂຶ້ນເປັນກອງທັບປະຕິວັດ, ມີລະບຽບ, ແບບແຜນທັນສະໄໝສາມາດຮັບປະກັນໃຫ້ແກ່ການເຝິກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ ແລະ  ສູ້ຮົບມີໄຊ. ກອງ
  ປະຊຸມຄັ້ງນີ້ແມ່ນຈະໄດ້ພ້ອມກັນສັງເກດຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມທົ່ວກອງທັບໃນໄລຍະປີ 2017 ເຖິງປັດຈຸບັນ ແລະ  ຈະໄດ້ພ້ອມ
  ກັນກໍານົດທິດທາງແຜນການວຽກງານປະກັນສັງຄົມກອງທັບໃນຕໍ່ໜ້າຢ່າງຖືກຕ້ອງພາວະວິໄສ. ພ້ອມນີ້ກໍຈະໄດ້ຄົ້ນຄວ້າປຶກ  ສາຫາລື, ປະກອບຄໍາຄິດຄໍາເຫັນເຂົ້າໃສ່ເນື້ອ
  ໃນບົດສະຫຼຸບ, ທິດທາງແຜນການ ແລະ  ນິຕິກໍາຈໍານວນໜຶ່ງຂອງວຽກງານປະກັນສັງຄົມໃນກອງທັບດ້ານດີ ແລະ  ດ້ານຄົງຄ້າງສາເຫດ ແລະ ພຶດຕິກໍາຕົວຈິງ.  ເອກະພາບ
  ກ່ຽວ ກັບວິທີແກ້ໄຂ ແລະ  ຈັດຕັ້ງປະຕິບັດໃນປີຕໍ່ໜ້າໃຫ້ຖືກກັບສະພາບຄວາມເປັນຈິງກວ່າເກົ່າ.
ກອງປະຊຸມໃນຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງຈຶ່ງຈະສໍາເລັດລົງ.