ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວສ-ປສການທະຫານກະຊວງປ້ອງກັນປະເທດ
ສະຫຼຸບວຽກງານຮອບດ້ານປະຈຳໄຕມາດ Iແລະວາງທິດທາງແຜນການໄຕມາດ II ປີ 2022


     ຕອນເຊົ້າ ຂອງວັນທີ 6 ເມສາ 2022 ນີ້ ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບຜົນ
ງານວຽກງານຮອບດ້ານຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ປະຈຳໄຕມາດIແລະວາງທິດທາງແຜນການໄຕມາດ II ຂື້ນໂດຍພາຍໃຕ້ການເປັນ
ປະທານຂອງສະຫາຍພົນຈັດຕະວາວຽງໄຊ ສົມວິຈິດ ຫົວໜ້າກົມ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາຂັ້ນກົມ, ແລະ ຕົວແທນອົງການຈັດຕັ້ງມະຫາ
ຊົນ ເຂົ້າຮ່ວມ.

     ໃນພິທີ ສະຫາຍພັນໂທ ສຸກສັນ ຄ້າຍພົມ ຮອງຫົວໜ້າຫ້ອງການກົມໄດ້ຂື້ນຜ່ານບົດສະຫຼຸບແລະທິດທາງແຜນການ ເຊິ່ງສະຫາຍກ່າວວ່າໃນຕະຫຼອດ
ໄລຍະ 3 ເດືອນຕົ້ນປີ 2022 ຜ່ານມາກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ປະຕິບັດຕາມສິດໜ້າທີ່ພາລະບົດບາດຂອງຕົນຕາມທິດຊີ້ນຳຂອງ
ຂັ້ນເທິງເດັ່ນກ່ວາໝູ່ແມ່ນກົມໄດ້ສຳເລັດການປະກາດຂໍ້ຕົກລົງຂອງຂັ້ນເທິງວ່າດ້ວຍໂຄງຮ່າງການຈັດຕັ້ງບັນດາພະແນກການພາຍໃນກົມ ແລະກຳນົດບຸກ
ຄະລາກອນເຂົ້າກັບວຽກຕົວຈິງຕາມຄວາມຮູ້ຄວາມສາມາດແລະບົດຮຽນຕົວຈິງໃຫ້ຖືກຕ້ອງຕາມລະບຽບກົດໝາຍເພື່ອຄວາມເຕີບໃຫ່ຍເຂັ້ມແຂງ ແລະ
ໜັກແໜ້ນຂອງກອງທັບສຳລັບວຽກງານວິຊາສະເພາະວຽກວິທະຍາສາດກໍ່ໄດ້ສຳເລັດການຄົ້ນຄວ້າອອກແບບ ແລະ ທົດລອງເສື້ອເກາະກັນກະສູນຈຳນວນ
30 ຜືນເພື່ອກະກຽມມອບໃຫ້ກົມໃຫ່ຍເສນາທິການກອງທັບ, ຄົ້ນຄ້ວາ ແລະ ສ້າງຫ້ອງເຮັດວຽກດ້ວຍລະບົບຄອມພິວເຕີຕໍ່ພວງ ແລະ ສ້ອມແປງຄອມ
ພິວເຕີສອງໜ່ວຍ, ສ້າງຈຸດເຊື່ອມຕໍ່ອິນເຕີເນັດໜື່ງຈຸດ, ວຽກສິ່ງແວດລ້ອມໄດ້ສຳເລັດປິດໂຄງການສ້າງຕຳລາຮຽນວິຊາສິ່ງແວດລ້ອມໃນກອງທັບສຳເລັດ
ແລະ ເປີດນຳໃຊ້, ສ້າງເອກະສານຂໍອະນຸມັດລົງມືກໍ່ສ້າງອ່າງບຳບັດນໍ້າເສຍ ແລະ ປັບປຸງຄຸນນະພາບນໍ້າໃຫ້ວິທະຍາຄານເຕັກນິກການທະຫານ. ວຽກງານປະ
ຫວັດສາດໄດ້ສຳເລັດ ແລະ ມອບຮັບປື້ມປະຫວັດສາດມູນເຊື້ອການຮ່ວມສຳພັນສູ້ຮົບ ລະຫວ່າງແນວລາວຮັກຊາດກັບກຳລັງເປັນກາງຮັກຊາດ, ໄດ້ກວດ
ແກ້ແລະຮຽບຮຽງປື້ມປະຫວັດສາດມູນເຊື້ອ ຂອງກົມກອງທ້ອງຖິ່ນ ຈຳນວນໜື່ງທີ່ສົ່ງຂື້ນມາ, ສຳລັບວຽກຍຸດທະສາດກໍ່ໄດ້ຄົ້ນຄ້ວາອອກຫົວຂໍ້ບົດນິພົນ
ຮ່ວມກັບສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃນຫົວຂໍ້ ເພີ່ມທະວີການຮ່ວມມືລະຫວ່າງກອງທັບປະຊາຊົນລາວ
ແລະ ກອງທັບປະຊາຊົນ ສສ ຫວຽດນາມ ໃນການກໍ່ສ້າງກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ ແລະ ກຽມປິດໂຄງການເພີ່ມທະວີການຮ່ວມມືລະ
ຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ໃນການກໍ່ສ້າງກຳລັງປະກອບອາວຸດຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງ
ປໍລະປັກ ໃນໄລຍະໃໝ່. ວຽກງານຂໍ້ມູນ-ຂ່າວສານ ໄດ້ສຳເລັດການຈັດພີມ ແລະ ແຈກຢາຍວາລະສານ ວິທະຍາສາດ-ປະຫວັດສາດການທະຫານ ປະຈຳ
ໄຕມາດ I, ໄດ້ສະຫຼຸບຂ່າວເດັ່ນປະຈຳອະທິດ, ອາທິດລະສອງສະບັບລວມ 214 ສະບັບມີຂ່າວພາຍໃນ ແລະ ຕ່າງປະເທດ ໄດ້ເກັບກຳສຳເນົາຂໍ້ມູນມາຂຽນ
ຂ່າວ ເພື່ອປະກອບໃຫ້ເວັບໄຊ້ກະຊວງ, ໜັງສືພີມກອງທັບ, ວິທະຍຸ ແລະ ໂທລະພາບ ເປັນປົກກະຕິ, ວຽກຫໍສະໝຸດ ໄດ້ບໍລິການສົ່ງເສີມການອ່ານການຢືມ
ແລະ ປ່ຽນປື້ມສະໜອງປື້ມ ແລະ ໜັງສືພີມໃຫ້ການນຳເປັນປົກກະຕິ, ວຽກງານເວັບໄຊ້ກະຊວງປ້ອງກັນປະເທດ:ໄດ້ສຳເລັດຂຽນ ແລະ ປ້ອນບົດເຂົ້າຖານ
ຂໍ້ມູນເວັບໄຊ້ 4 ບົດ, ປ້ອນຂ່າວການນຳໄດ້ 80 ຂ່າວ, ຂ່າວຕ່າງປະເທດ 64 ຂ່າວ, ຂ່າວໂທລະພາບ 32 ຂ່າວ ແລະ ໄດ້ເກັບກຳຂໍ້ມູນວິດີໂອ ແລະ ຂຽນ
ໂຄງຮ່າງຟາງກະກຽມສ້າງຟີມວັນຢຶດອຳນາດທົ່ວປະເທດ, ວຽກຫ້ອງການ ແລະ ບໍລິຫານໄດ້ສຳເລັດການລົງຕິດຕາມໂຄງການກໍ່ສ້າງເສັ້ນທາງເຂົ້າຄ້າຍກອງ
ໄຊຈັກກະພັດ, ສຳເລັດກອງປະຊຸມທາງໄກວຽກງານຍຸດທະສາດປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຫຼື ນາດີ ແລະ ພິທີມອບຮັບກົມກອງປອດໃສ
ເຂັ້ມແຂງ ແລະ ໜັກແໜ້ນນອກນີ້ຍັງໄດ້ກະກຽມຕ້ອນຮັບຊຽວຊານສອງຄະນະ ແລະ ກຽມກອງປະຊຸມສຳມະນາວັນຍຶດອຳນາດທົ່ວປະເທດ ແລະ ກຽມກອງ
ປະຊຸມວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບຄັ້ງທີ 4 ແລະສືບຕໍ່ປັບປຸງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນເຂົ້າໃສ່ວຽກ
ງານຕື່ມອີກ.

ແຫຼ່ງທີ່ມາ: ສອນໄຊ ສຸກສິງຈັນ
ວັນທີ 07/04/2022