ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ


     ວັນທີ 4 ກຸມພາ 2022ນີ້, ທີ່ສະໂມສອນ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຂຶ້ນ, ໂດຍການເປັນປະທານ
ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ,
ມີຄະນະພັກ, ຫ້ອງການເມືອງ ຈາກ 4 ກົມ, ບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃຫມ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ. ໄດ້ຂື້ນຜ່ານລັດຖະດຳລັດ
ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ອີງຕາມ
ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 76 ຂໍ້ 06 ອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບ
ເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018. ອີງຕາມໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 21 ມັງກອນ 2022.
ມາດຕາ 1 ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈຳນວນ 18 ສະຫາຍຄື: ພົວ ວົງສັກ ສີພັນດອນ ຫົວໜ້າກົມກໍ່ສ້າງ-ຄຸ້ມ
ຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ພົວ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດຫ້ອງວ່າການ ກະຊວງປ້ອງກັນປະເທດ, ພົວ ຈອມເພັດ
ໄຊຍະສຸກ ຮອງກົມໃຫຍ່ເຕັກນິກກອງທັບ, ພົວ ນິກອນ ແກ້ວພັນໄຕ ຫົວໜ້າ ກົມອຸດສາຫະກຳ ປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ, ພົວ ປົວວັນ
ອາດຖະໜາໄຊ ຮອງກົມ 213, ພົວ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ພົວ ຄຳອີ້ງ ກິ່ງແກ້ວ ຫົວໜ້າການທະຫານ ກບຊ ແຂວງໄຊ
ສົມບູນ, ພົວ ພູວັນ ພິມມະຈັນ ຫົວໜ້າການເມືອງ ກຊບ ແຂວງສາລະວັນ, ພົວ ສົມພອນ ສີສຸວັນນະ ຫົວໜ້າກົມການເມືອງ ວປກ, ພົວ ວິລະພັນ ດວງ
ມະນີ ຫົວໜ້າກົມຄົ້ນຄວ້າວິທະຍາສາດກາານທະຫານ-ການເມືອງ ວປກ, ພົວ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດຳ, ພົວ
ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ພົວ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ທະ
ຫານຮາບເລກ 1, ພົວ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ພົວ ທອງຈັນ ວັນນະສີ ຫົວໜ້າກົມແຜ່ນທີ່ ກົມໃຫຍ່ເສ
ນາທິການ ກອງທັບ, ພົວ ສີທອງ ຖິ່ນສະຫວັນ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ພົວ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ
ກົມໃຫຍ່ເສນາທິການກອງທັບ, ພົວ ບີ ມົວໄຟດາເຍຍຈ່າ ຮອງອຳນວຍການ ບໍລິສັດ ຢູນິເທວ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຕົກລົງເລື່ອນ
ຊັ້ນ ພັນໂທ ຂື້ນ ພັນເອກ 2 ສະຫາຍ ຈະໄປເປັນທີ່ປຶກສາທູດປ້ອງກັນຊາດລາວ ຢູ່ ລາຊະອານາຈັກກຳປູເຈຍ ແລະ ປະເທດ ມາເລເຊຍ ຄື: ພັນເອກ ຄຳ
ແພງ ສອນພະຈັນ ຫົວໜ້າພະແນກຂ່າວ-ໄອທີ ກົມພົວພັນຕ່າງປະເທດ ແລະ ພັນເອກ ວິໄລສອນ ສີສົມບັດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ
ກອງທັບ.

     ຈາກ​ນັ້ນສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫຼາຍບັນຫາສຳຄັນ ຕໍ່ນາຍທະຫານ ທີ່ໄດ້ຮັບການ
ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບ
ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ
ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນການເຮັດວຽກຕ້ອງມີຂັ້ນຕອນ
ແລະ ມີຈຸດສຸມ ແລະ ປະຕິບັດໜ້າທີ່ການເມືອງ ຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງ ກອງທັບປະຊາຊົນລາວກ້າວຂຶ້ນເປັນກອງທັບທີ່ມີ
ແບບແຜນ ແລະ ທັນສະໄໝ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2022