ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລົງກວດກາ
ຄວາມຄືບໜ້າໂຄງການກໍ່ສ້າງເດີ່ນສວນສະໜາມ

     ວັນທີ 2 ຕຸລາ 2018 ນີ້, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ
ທັບ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເດີ່ນສວນສະໜາມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ວິທະຍາຄານກົມມະດຳ
ມີຄະນະນຳຈາກ 4 ກົມໃຫຍ່, ຄະນະພັກ-ຄະນະບັນຊາວິທະຍາຄານກົມມະດຳ, ຕາງໜ້າບໍລິສັດ ນໍຣິນໂກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງ
ແລະ ສ້ອມແປງເດີ່ນສວນສະໜາມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປ

     ພັນໂທ ວິຄອນ ໄຊຍະວົງ ຮອງຫົວໜ້າພະແນກຂົວທາງກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນລາຍງານກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງ ແລະ
ສ້ອມແປງເດີ່ນສວນສະໜາມ 70 ປີວ່າ: ການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ກ້ອນກຳລັງສວນສະໜາມເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 70 ປີ ໂຄງການກໍ່ສ້າງນີ້ແມ່ນໄດ້ເລີ່ມແຕ່ທ້າຍເດືອນ 12 ປີ 2017 ເປັນຕົ້ນມາ. ມາຮອດປັດຈຸບັນສາມາດເຮັດສຳເລັດຕາມແຕ່ລະໜ້າວຽກຄື: ປັບພື້ນທີ່ເດີ່ນກໍ່
ສ້າງທັງໝົດໃນເດີ່ນສວນສະໜາມ 99,86%, ວຽກລະບົບລະບາຍນໍ້າພາຍໃນເດີ່ນ 91,63%, ລະບົບນໍ້າປະປາພາຍໃນເດີ່ນ 0,33%, ເດີ່ນຈອດລົດປູຢາງ 2 ຊັ້ນ+ກ້ອນ
ເຄີບ 16,85%, ເດີ່ນຈອດລົດທົ່ວໄປປູຢາງ 2 ຊັ້ນ 5,51%, ເດີ່ນຫຍ້າສອງຝາກຂ້າງຜາມໄຊ 28,33%, ເດີ່ນຫຍ້າໜ້າຜາມໄຊ 38,99%, ເດີ່ນສວນສະໜາມຄົນ ແລະ
ພາຫະນະປູເບຕົງໜາ 30 ຊມ ເສີມເຫຼັກ 2 ຊັ້ນ 99,53%, ເບຕົງເສີມເຫຼັກທາງເຂົ້າ-ອອກເດີ່ນສວນສະໜາມເບຕົງໜາ 23 ຊມ 95,17%, ເດີ່ນເບຕົງທາງເຂົ້າໜ້າຜາມ
ໄຊເບຕົງໜາ 15 cm 95,84%, ເດີ່ນເບຕົງທາງເຂົ້າໜ້າຜາມໄຊເບຕົງໜາ 15 cm 96,45%, ເດີ່ນເບຕົງເຂົ້າໜ້າຜາມໄຊ (ບໍລິເວນຫຼັກເສົາທຸງ) ເບຕົງໜາ 15 ຊມ
100%, ເດີ່ນຈອດລົງປູຢາງ 1 ຊັ້ນ ສອງຟາກຂ້າງຜາມໄຊ 8,42%, ເກດປັບຫົດນໍ້າອັດແໜ້ນເດີ່ນລໍຖ້າກະກຽມລົດ    ເດີ່ນສະໜາມ 84,89%, ເກດປັບຫົດນໍ້າອັດ
ແໜ້ນທາງກັບລົດແຄມໜອງ 40%, ເກດປັບຫົດນໍ້າອັດແໜ້ນເດີ່ນພັກ 50% ແລະ ຄາດກະວ່າຈະສຳເລັດໃນທ້າຍເດືອນທັນວາຈະໃຫ້ສຳເລັດ 100% ໃນທ້າຍເດືອນ
ທັນວາ 2018 ທີ່ຈະມາເຖິງ.

     ໂອກາດນີ້, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນລວມທັງບໍລິສັດຮັບເໝົາກໍ່ສ້າງຈົ່ງພ້ອມກັນເອົາໃຈໃສ່ລົງໃກ້ຊິດຕິດ
ແທດຊີ້ນຳ-ນຳພາແຕ່ລະພາກສ່ວນສຸມໃສ່ແຕ່ລະໜ້າວຽກໃຫ້ສຳເລັດຕາມກຳນົດເວລາ ເພື່ອຮັບປະກັນໃຫ້ແກ່ການສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະ
ຊາຊົນລາວ ຄົບຮອບ 70 ປີ ແລະ ຍັງໄດ້ເນັ້ນໜັກໃຫ້ສຸມໃສ່ທາງດ້ານເສັ້ນທາງທາງເຂົ້າວິທະຍາຄານກົມມະດຳ, ເດີ່ນຈອດລົດ, ລະບົບເດີ່ນຫຍ້າ, ລະບົບການວາງທໍ່ນໍ້າ,
ລະບົບການວາງສາຍໄຟອີກຕື່ມ ແລະ ການກໍ່ສ້າງຕ້ອງສຳເລັດທັນເວລາຮັບປະກັນຄຸນນະພາບເປັນຫຼັກ.