ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມກອງພົນທີ 2

     ວັນທີ 3 ກໍລະກົດ 2021 ນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະ ໂອ້ລົມຄະນະພັກ-ຄະນະບັນຊາ ກອງພົນທີ 2 ໂດຍການຕ້ອນ ຮັບຂອງ
ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງ ພົນທີ 2 ພ້ອມດ້ວຍຄະນະ.

     ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານ ມາໂດຍຫຍໍ້ຈາກສະຫາຍ ພົນຈັດ ຕະວາ ວຽງແກ້ວ ສີ
ສຸລາດ ຫົວໜ້າການເມືອງກອງພົນທີ 2, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ກອງພົນ ກ່ອນອື່ນສະຫາຍ
ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະທີ່ຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງ
ໂລກ ທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ປະເຊີນໜ້າກັບໄພຄຸກ ຄາມຂອງພະຍາດລະບາດໂຄວິດ-19, ສະຫາຍໄດ້ເໜັ້ນໜັກໃຫ້ ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ນຳພາ ແນວຄິດ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ຍົກສູງພາ ລະບົດ
ບາດການຊີ້ນໍາ-ນໍາພາ ຕໍ່ໜ້າທີ່ການເມືອງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ, ພະນັກງານ ແລະ ກໍ່ສ້າງກໍາລັງໃຫ້ເຕີບໃຫຍ່
ເຂັ້ມແຂງດ້ານຈຳນວນ ແລະ ຄຸນນະພາບ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມທິດນໍາ ຂອງພັກ ແລະ ເອົາໃຈໃສ່
ເຮັດວຽກງານກຽມພ້ອມສູ້ຮົບປ້ອງກັນເວນຍາມຕາມສະຖານທີ່ສໍາຄັນຕ່າງໆ ໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ອົບຮົມ-ຫັດ
ແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ປັບປຸງລະບຽບແບບແຜນຂອງ ກົມກອງ, ເອົາໃຈໃສ່ຄຸ້ມຄອງ ກວດກາດ້ານຈໍານວນພົນ ແລະ ພາຫະນະອາວຸດ
ເພື່ອຮັບປະກັນເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງ ຕົວຈິງ ໃຫ້ທ່ວງທັນກັບສະພາບການ, ເພີ່ມພູນຜະລິດສ້າງເສດຖະກິດ ແກ້ໄຂ
ຊີວິດການເປັນຢູ່ຂອງກົມ ກອງໃຫ້ດີຂຶ້ນ.

     ໂອກາດທີ່ລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ສະຫາຍຫົວໜ້າກົມໃຫຍ່ການເມືອງທັບ ກໍໄດ້ມອບເງິນຈຳນວນ 25.000.000 ກີບ ໃຫ້ກອງພົນທີ 2
ນໍາອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/07/2021