ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ


     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນ ວັນທີ 3 ກໍລະກົດ 2020 ນີ້, ໂດຍການໃຫ້ກຽດ
ເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ສະຫາຍ ພົນໂທ ປອ ທອງ
ລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຈາກ ກະຊວງປ້ອງກັນປະເທດ, ຄະນະ
ປະທານ, ແຂກຖືກເຊີນຈາກພາກສ່ວນຕ່າງໆ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.

     ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ສະເໜີໂດຍ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນ
ຊາການທະຫານນະຄອນຫຼວງວຽງຈັນ ເຊິ່ງບົດລາຍງານການເມືອງໄດ້ທົບທວນຄືນໝາກຜົນແຫ່ງການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ ອົງຄະນະພັກໃນ
ໄລຍະ 5 ປີ ຜ່ານມາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ
ເຮັດໃຫ້ທົ່ວກົມກອງມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດເຂັ້ມແຂງ ທາງດ້ານການຈັດຕັ້ງສາມາດເຮັດສໍາເລັດໜ້າທີ່ການເມືອງທີ່ການ ຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້ເປັນຢ່າງດີ, ຄະນະພັກ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາລົງ ໃກ້ຊິດຕິດແທດໃນຂົງເຂດວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນຂົງເຂດ
ວຽກງານເຮັດໃຫ້ ນະຄອນຫຼວງມີຄວາມສະຫງົບ, ນໍາພາກໍ່ສ້າງກໍາລັງໃຫ້ເຂັ້ມແຂງໃນທຸກດ້ານ, ວຽກງານກໍ່ສ້າງຮາກຖານການເມືອງ, ການອົບຮົມ- ຫັດແອບປັບປຸງລະ
ບຽບແບບແຜນ, ວຽກງານການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ, ວຽກງານປັບປຸງກໍ່ສ້າງກຳລັງ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ, ວຽກງານກໍ່ ສ້າງ
ພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານອົງການຍຸຕິທໍາ, ວຽກງານນະໂຍບາຍ-ປະກັນສັງຄົມ, ວຽກງານການປັບປຸງໂຄງປະກອບການຈັດຕັ້ງ-ກໍາລັງພົນ
ແລະ ການປະກອບອາວຸດຍຸດໂທປະກອນ, ວຽກງານໂຮງຮຽນ, ວຽກງານວິທະຍາສາດ-ປະຫວັດສາດການທະຫານ, ວຽກງານຮັບປະກັນດ້ານຊີວິດການ ເປັນຢູ່ຂອງພະນັກ
ງານນັກຮົບ ແລະ ວຽກງານອື່ນໆອີກ. ປັດຈຸບັນນີ້, ທົ່ວອົງຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະກອບມີ 9 ຄະນະພັກຮາກຖານ ແລະ ມີ 47 ໜ່ວຍ
ພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 1.024 ສະຫາຍ, ຍິງ 160 ສະຫາຍ, ຖ້າທຽບໃສ່ 5 ປີ ຜ່ານມາ ສະມາຊິກພັກເພີ່ມຂຶ້ນ 275 ສະຫາຍ, ມີໜ່ວຍພັກປອດໃສເຂັ້ມ
ແຂງໜັກແໜ້ນຈໍານວນ 27 ໜ່ວຍ, ສະມາຊິກພັກແຂງຈໍານວນ 701 ສະຫາຍ, ປະເພດກາງຈໍານວນ 166 ສະຫາຍ, ບໍ່ໄດ້ແບ່ງປະເພດ 135 ສະຫາຍ ແລະ ສາມາດ
ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງໜັກ ແໜ້ນໄດ້ 5 ປີຊ້ອນມີ 12 ໜ່ວຍ ພັກ, 4 ປີຊ້ອນມີ 1 ໜ່ວຍພັກ, 3 ປີຊ້ອນ 8 ໜ່ວຍພັກ ແລະ 2 ປີ ຊ້ອນມີ 6 ໜ່ວຍພັກ.

     ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າພ້ອມທັງໄດ້ຮັບຟັງການປະກອບຄໍາຄິດເຫັນຈາກຜູ້ຕາງໜ້າບັນດາອົງການ ແລະ
ກົມກອງເຮັດໃຫ້ບັນຍາກາດກອງປະຊຸມມີເນື້ອໃນກົມກອງ ເຮັດໃຫ້ບັນຍາກາດກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.

     ຈາກນັ້ນ, ກອງປະຊຸມກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາ ຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ ຊຸດໃໝ່ຈໍານວນ 11 ສະຫາຍ, ກອງປະຊຸມ
ຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນເລືອກເອົາ ຄະນະປະຈໍາພັກກອງບັນຊາ ການທະຫານນະຄອນຫຼວງວຽງຈັນ ຈໍານວນ 3 ສະຫາຍ ຄື: ສະ ຫາຍ ພົນຈັດຕະວາ
ສີພອນ ຈັນສົມວົງ, ສະຫາຍ ພັນເອກ ບຸນວານ ພົມມະວົງ ແລະ ສະຫາຍ ພັນເອກ ບົວເງິນ ຫົງໄຂຄໍາ, ເລືອກເອົາສະຫາຍ ພັນເອກ ບົວເງິນ ຫົງໄຂຄໍາ ເປັນປະທານກວດ
ກາ, ສະຫາຍ ພັນໂທ ສຸລິເດດ ດວງມະນີ ເປັນຮອງ ແລະ ສະຫາຍ ພັນໂທ ຄໍາວົງ ໄຊຍະເພັດ ເປັນຄະນະພ້ອມທັງໄດ້ເລືອກເອົາ ຄະນະພັກກອງບັນຊາການທະຫານນະຄອນ
ຫຼວງ ປະກອບ ມີ 11 ສະຫາຍຄື: ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ບຸນວານ ພົມມະວົງ ເປັນ ຮອງເລຂາ, ສະຫາຍ ພັນ
ເອກ ບົວເງິນ ຫົງໄຂຄໍາ, ສະຫາຍ ພັນເອກ ບຸນເຈີ ຄໍາມະວົງ, ສະຫາຍ ພັນໂທ ເພັດບັນດິດ ແປງນາທີ, ສະຫາຍ ພັນໂທ ມອນຕາວັນເລືອງສອນ, ສະຫາຍ ພັນໂທ ສີວອນ
ດາວມະນີຈັນ, ສະຫາຍ ພັນໂທ ບຸນລິດ ສີສຸພອນ, ສະຫາຍ ພັນໂທ ບຸນຖົມ ໄຊສັງທອງ, ສະຫາຍ ພັນໂທ ໂອໄທ ພັນນະພາ, ສະຫາຍ ພັນໂທ ສຸລິເດດ ດວງມະນີ ເປັນ
ກຳມະການຄະນະພັກ.

     ໂອກາດດັ່ງກ່າວ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນ
ແຖວໜ້າໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ຮັບໃຊ້ປະຊາຊົນບັນດາເຜົ່າ ດ້ວຍຄວາມບໍລິສຸດໃຈ,
ສືບຕໍ່ປະຕິບັດແນວທາງຍຸດທະສາດຂອງພັກ, ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາເລກທີ 03 ຂອງກົມການເມືອງສູນກາງພັກ ດ້ວຍມາດຕະການຫັນກໍາລັງລົງກໍ່ສ້າງຮາກ
ຖານການເມືອງພັດ ທະນາຊົນນະບົດຮອບດ້ານ, ສ້າງທ່າສະໜາມ 3 ຂັ້ນ ສົມທົບກັບເຈົ້າໜ້າທີ່ ແລະ ອໍານາດການປົກຄອງທ້ອງຖິ່ນ ກໍາ ແໜ້ນສະພາບປະຊາຊົນ ແລະ
ພ້ອມກັນແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບ ຂອງກົມກອງໃຫ້ມີຄວາມສະຫງົບ, ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງໃນທຸກດ້ານ ໂດຍຖື
ເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ເອົາຄວາມສາມາດທາງດ້ານວິຊາສະເພາະ, ມີຫົວຄິດປະດິດສ້າງ ແລະ ການ ຈັດຕັ້ງບັນຊາເປັນສິ່ງສໍາຄັນຍົກສູງສະ
ຕິຕໍ່ການຈັດຕັ້ງ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ
ດ້ວຍຕົນເອງ, ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການກໍ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ທີ່ຂັ້ນເທິງວາງອອກໃຫ້ປາ
ກົດຜົນເປັນຈິງ, ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ພາຫະນະເຕັກນິກ, ອາວຸດ-ລູກກະສູນ, ວັດຖຸອຸປະກອນຕ່າງໆ ໃຫ້ໄດ້ດີ ແລະ ຕັ້ງໜ້າເສີມຂະຫຍາຍແນວ
ທາງການຕ່າງປະເທດຂອງພັກເຮົາ ໃນໄລຍະໃໝ່ໃຫ້ຖືກຕ້ອງ.