ນັກກີລາລາວ ມີຄວາມພ້ອມເຂົ້າຮ່ວມແຂ່ງຂັນງານມະຫາກຳກີລາຊີເກມ ສສ ຫວຽດນາມ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ວັນທີ 4 ພຶດສະພາ 2022 ນີ້, ຢູ່ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໄດ້ຈັດພິທີຖະແຫຼງຂ່າວກ່ຽວ
ກັບ ຄະນະນັກກີລາລາວ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ
ກີລາ, ປະທານຄະນະກໍາມະການກີລາໂອແລມປິກ ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຄູເຝິກ-ນັກກີລາ ເຂົ້າຮ່ວມ.
ສະຫາຍ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການກະກຽມເຂົ້າຮ່ວມງານມະຫາກຳກີລາຊີເກມ ຄັ້ງທີ 31 ນອກຈາກຈະເປັນການປະຕິບັດໜ້າທີ່ທາງດ້ານ
ການເມືອງ ແລະ ດ້ານການກີລາ ຂອງຄະນະນັກກີລາລາວແລ້ວ, ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງ ສປປ ລາວ ແລະ ສສ
ຫວຽດນາມ ທີ່ມີມູນເຊື້ອພົວພັນອັນດີງາມຮ່ວມກັນມາແຕ່ດົນນານ, ນອກຈາກນີ້ຍັງເປັນການປຸກລະດົມຈິດໃຈ ຮັກຊາດຂອງປະຊາຊົນລາວ ບັນດາເຜົ່າ,
ທັງເປັນການເຜີຍແຜ່ວັດທະນະທໍາອັນດີງາມ ຂອງຊາດລາວ, ເປັນການປະຕິບັດນະໂຍບາຍ ການພົວພັນກັບບັນດາ ປະເທດອາຊຽນຍົກຖານະບົດບາດ ຊື່
ສຽງຂອງ ສປປ ລາວ ໃນຂົງເຂດອະນຸພາກພື້ນ ແລະ ສາກົນ ນັບມື້ພົ້ນເດັ່ນສູງຂຶ້ນ.
ໃນໄລຍະຜ່ານມາ, ກະຊວງສຶກສາທິການ ແລະ ກີລາໄດ້ສົ່ງຄະນະນັກກີລາລາວ ເຂົ້າຮ່ວມງານມະຫາກຳກີລາຊີເກມ ຄັ້ງທີ 30 ໃນປີ 2019 ຢູ່ປະເທດ
ຟີລິບປີນ ລວມມີ 24 ປະເພດກີລາ, ມີຈຳນວນພົນທັງໝົດ 345 ຄົນ, ສາມາດຍາດໄດ້ຫຼຽນທັງໝົດ 35 ຫຼຽນຄື: ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 5 ຫຼຽນ
ແລະ ຫຼຽນທອງ 29 ຫຼຽນ ຈັດຢູ່ອັນດັບທີ 10 ໃນຈໍານວນ 11 ປະເທດທີ່ເຂົ້າຮ່ວມ ການແຂ່ງຂັນ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນເປັນຕົ້ນ: ຄະນະນຳ ແລະ ຄູເຝິກ
ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມການເຝິກແອບຂອງນັກກີລາຢ່າງໃກ້ຊິດ, ຍົກສູງການປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຄູເຝິກກີລາ
ແຕ່ລະປະເພດຕ້ອງຊອກຮູ້ຂໍ້ມູນທາງດ້ານເຕັກນິກ, ສະຖານທີ່ພັກ ແລະ ສະຖານທີ່ແຂ່ງຂັນຈາກເຈົ້າພາບ ເພື່ອແຈ້ງ ໃຫ້ນັກກີລາຂອງຕົນຮັບຮູ້ລ່ວງໜ້າ,
ສ່ວນນັກກີລາທຸກຄົນຕ້ອງເອົາໃຈໃສ່ໃນການແຂ່ງຂັນຢ່າງສຸດຄວາມສາມາດ ແລະ ອື່ນໆ ເພື່ອໃຫ້ໄດ້ຫລຽນລາງວັນປະເພດຕ່າງໆ ຫຼາຍເທົ່າທີ່ຈະຫຼາຍໄດ້
ແນໃສ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ກໍຄືສ້າງຄວາມພາກພູມໃຈໃຫ້ແກ່ປວງຊົນລາວທັງຊາດ.
ສຳລັບງານມະຫາກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈະຈັດຂຶ້ນໃນລະຫວ່າງ ວັນທີ 12-23 ພຶດສະພາ 2022,
ສປປ ລາວ ກຽມສົ່ງຄະນະນໍາ ແລະ ນັກກີລາຈໍານວນ 435 ຄົນ ໃນ 29 ປະເພດກີລາເຂົ້າຮ່ວມ ເຊິ່ງແບ່ງອອກເປັນ 2 ພາກສ່ວນຄື: ປະເພດກີລາ ທີ່ນໍາ
ໃຊ້ງົບປະມານຂອງ ລັດຖະບານຮອບດ້ານມີ 18 ປະເພດກີລາຄື: ເປຕັງ, ບີລຽດ-ສະນຸກເກີ, ຄິກບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບເທຄວັນໂດ, ມວຍສາ
ກົນ, ກະຕໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປ້ຳ, ຍິ່ງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ໂວວິນາມ ແລະ ລອຍນ້ຳ. ສ່ວນອີກໜຶ່ງພາກສ່ວນ ແມ່ນກີ
ລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ມີ 11 ປະເພດຄື: ບານເຕະ ຍິງ-ຊາຍ, ດອກປີກໄກ່, ເຕັນນິສ, ບານສົ່ງຫາດຊາຍ, ກ໋ອຟ, ຍິມນາສຕິກ, ອີສະປອດ,
ຍິງປືນ, ປິງປ໋ອງ, ເພາະກາຍ ແລະ ແວ້ນສະປອດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/05/2022