ກະຊວງສາທາລະນະສຸກ ມອບອຸປະກອນປ້ອງກັນໂຄວິດ-19
ໃຫ້ໂຮງຮຽນທິດສະດີການເມືອງກອງທັບ
ວັນທີ 1 ເມສາ 2022 ນີ້, ທີ່ໂຮງຮຽນທິດສະດີການເມືອງກອງທັບ (ຮທກ) ໄດ້ມີພິທີມອບ-ຮັບເຄື່ອງອຸປະກອນການແພດ ປ້ອງກັນພະຍາດ ໂຄ
ວິດ-19 ຈາກກະຊວງສາທາລະນະສຸກ ໃຫ້ໂຮງຮຽນທິດສະດີການເມືອງກອງທັບ ໃຫ້ກຽດມອບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ
ສາທາລະນະສຸກ ຕາງໜ້າໃຫ້ໂຮງຮຽນທິດສະດີການເມືອງກອງທັບ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໝືອ ຫົວໜ້າການເມືອງ, ສະ
ຫາຍ ພົນຈັດຕະວາ ຄໍາໄພ ຟອງດາລາ ຫົວໜ້າການ ທະຫານ ຮທກ ພ້ອມດ້ວຍຄະນະ ແລະ ບັນດາກົມທີ່ຂຶ້ນກັບທັງສອງຝ່າຍເຂົ້າຮ່ວມ.
ອຸປະກອນການແພດປ້ອງກັນ ໂຄວິດ-19 ທີ່ນໍາໄປມອບໃນຄັ້ງນີ້ ລວມມີຊຸດ ພີພີເອັບ (PPF) ຈໍານວນ 100 ຊຸດ, ໝວກ 100 ໜ່ວຍ, ຊົບມື
10.000 ຄູ່, ໜ້າກາກ 200 ອັນ, ຢາປິ່ນປົວພະຍາດ 12 ລາຍການ ລວມມູນຄ່າເກືອບ 90 ລ້ານກີບ. ໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວ
ສະແດງຄວາມເປັນຫວ່ງເປັນໄຍຕໍ່ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ໃນທົ່ວສັງຄົມ ທີ່ອາດສົ່ງຜົນກະທົບບໍ່ໜ້ອຍ ຕໍ່ແນວຄິດຈິດໃຈຂອງພະນັກ
ງານ-ນັກຮົບ ໃນທົ່ວໂຮງຮຽນທິດສະດີການເມືອງກອງທັບ ທີ່ກໍາລັງປະຕິບັດໜ້າທີ່ໃນປັດຈຸບັນ, ເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ເປັນການຊ່ວຍເຫຼືອດ້ວຍ
ຄວາມຈິງໃຈ ຈາກກົມອາຫານ ແລະ ຢາ-ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 2 ກະຊວງສາທາລະນະສຸກ ໃຫ້ແກ່ ໂຮງຮຽນທິດສະດີການເມືອງ
ກອງທັບ ທັງເປັນການປະກອບສ່ວນຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ໃຫ້ທ່ວງທັນ ເຮັດໃຫ້ກົມກອງສາມາດ
ເຄື່ອນໄຫວວຽກງານເປັນປົກກະຕິ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ຕາງໜ້າໃຫ້ຄະນະພັກ-ຄະນະອໍານວຍການ ຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈ ເປັນ
ຢ່າງສູງ ມາຍັງ ທ່ານ ບຸນແຝງ ພູມມະໄລສິດ ພ້ອມດ້ວຍຄະນະ ທີ່ນຳເອົາເຄື່ອງມາຊ່ວຍເຫຼືອໃນຄັ້ງນີ້ ຄະນະພວກເຮົາ ຂໍຢືນຢັນວ່າ ເຄື່ອງດັ່ງກ່າວຈະຖືກນໍາ
ໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ກົມກອງໃຫ້ດີຂຶ້ນເປັນກ້າວໆ. ພ້ອມນັ້ນ ສະຫາຍຍັງໄດ້ລາຍງານ ການ
ຈັດຕັ້ງປະຕິບັດມາດຕະການຕ້ານ-ສະກັດກັ້ນເຊື້ອພະຍາດໂຄວິດ-19 ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໃນໄລຍະຜ່ານມາ ໃຫ້ກະຊວງສາທາລະນະສຸກ
ໄດ້ຮັບຊາບໂດຍຫຍໍ້ ພ້ອມມອບໃບຈາລຶກຜົນງານ ໃຫ້ກະຊວງສາທາລະນະສຸກ ຈໍານວນ 2 ໃບ ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/04/2022