
ຫ້ອງການສະຫະພັນແມ່ຍິງ ກປທ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 109 ປີ
     ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 109 ປີ (8/3/1910-8/3/2019) ໃນວັນທີ  5 ມີນາ 2019
  ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ  ພົນຕີ  ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ,  ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະຫ້ອງການຊາວໜຸ່ມ,
  ກຳມະບານ,  ຄະນະພັກ-ຄະນະບັນຊາອົງການ, ກົມກອງ ແລະ  ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

    ສະຫາຍຮອງຫົວໜ້າ ກມທ ໃຫ້ກຽດຕາງໜ້າໃຫ້ຫ້ອງການສະຫະພັນແມ່ຍິງ ກປທ ມອບກະຕ່າຂອງຂວັນໃຫ້ສະຫາຍ ພັນເອກ ດຣ ນາງແວ່ນ ແກ້ວອຸທະວົງ
     ພັນເອກ ດຣ  ນາງ ແວ່ນແກ້ວ ອຸທະວົງ  ອະດີດຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ອະດີດຫົວໜ້າຫ້ອງການສະຫະພັນແມ່ຍິງ ກປທ ໄດ້ຫວນຄືນປະຫວັດ
  ຄວາມເປັນມາຂອງວັນແມ່ຍິງສາກົນ ໂດຍວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ  ນາຍທຶນຂະຫຍາຍຕົວ, ເມື່ອໂຮງ
  ຈັກໂຮງງານ, ອຸດສາຫະກໍາຂອງນາຍທຶນຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກເຂົາ, ແຕ່ຊໍ້າພັດເພີ່ມຄວາມລໍາບາກໃຫ້ກັບຊາວຜູ້ອອກແຮງງານ  ໂດຍສະເພາະ
  ກຳມະກອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະ  ບອບຮັກສາສຸຂະພາບຂອງແມ່
  ຍິງ ແລະ ເດັກນ້ອຍ, ຖືກດູໝິ່ນປະໝາດ, ຖືແມ່ຍິງເປັນສິນຄ້າ, ຖືກຂົ່ມຂືນທໍາສໍາເລົາ ແລະ  ໄລ່ອອກຈາກວຽກ, ເວລາຖືພາ, ເກີດລູກ ຫຼື ເຈັບເປັນບໍ່ໄດ້ຮັບການປິ່ນປົວ, ຕໍ່
  ໜ້າສະພາບການດັ່ງກ່າວກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ນາຍທຶນຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ແມ່ຍິງ, ທວງໃຫ້ນາຍທຶນຫຼຸດ
  ຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ  ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ  ການຮັບສະໝັກເລືອກຕັ້ງ, ໃນປີ 1910 ຂະບວນ
  ການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວິບເອີຣົບ ແລະ  ໃນປີນີ້ເອງກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະ
  ຄອນຫຼວງຂອງປະເທດເດນມາກ, ກອງປະຊຸມໄດ້ຮັບຮອງ ແລະ  ຕົກລົງເອົາວັນທີ 8 ມີນາເປັນວັນແມ່ຍິງສາກົນ. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນເຫດການການເມືອງ
  ທີ່ສໍາຄັນ,  ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງໃນທົ່ວໂລກ, ເປັນວັນລະນຶກເຖິງ
  ການຕໍ່ສູ້ຂອງແມ່ຍິງ  ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບທຽບເທົ່າກັບເພດຊາຍ ທວງໃຫ້ນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ "ຜູ້ໜຶ່ງເຮັດ
  ວຽກມື້ລະ  8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ  ເດັກນ້ອຍ, ຕ້ານສົງຄາມຮຸກ
  ຮານ, ປົກປັກຮັກສາສັນຕິພາບຂອງໂລກ". ພ້ອມດຽວກັນນີ້ຍັງໄດ້ຍົກໃຫ້ເຫັນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ  ກອງປະຊຸມຕ່າງໆກ່ຽວກັບແມ່ຍິງ
  ໃນລະດັບສາກົນ, ພາກພື້ນ ແລະ  ອາຊຽນ, ຍົກໃຫ້ເຫັນນະໂຍບາຍຂອງ ສປປ  ລາວ ຕໍ່ກັບແມ່ຍິງລາວ, ກົນໄກສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ  ແລະ ຄວາມ
  ກ້າວໜ້າຂອງແມ່ຍິງໃນ ສປປ  ລາວ ແລະ ຍົກໃຫ້ເຫັນວຽກງານພົວພັນ ແລະ  ຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວໃນປີ 2018 ຜ່ານມາອີກດ້ວຍ.