ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ການ​ແຕ່ງຕັ້ງ​ຄະນະ​ກຳມະການ ​ ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ


    ວັນ​ທີ 4 ຕຸລາ 2022 ນີ້, ຢູ່​ທີ່​ຫ້ອງວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການກົມການເມືອງສູນກາງພັກ ຮອງ​ນາຍົກລັດຖະມົນຕີ ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ປະທານ ຜູ້​ປະຈຳການ​ຄະນະ​ກຳມະການ ​ປກຊ-​ປກສ ສູນ​ກາງ, ມີສະຫາຍ ພົນ​ຕີ ​ປອ ສະຫວ່າງ​ໄຊ ສິນ​ນະ​ວົງ ຫົວໜ້າ​ ຫ້ອງການ​ຄະນະກຳມະການ ​ປກຊ-​ປກສ ສູນ​ກາງ, ພ້ອມ​ດ້ວຍເລຂາ-ຮອງ​ເລຂາ ແລະ ກຳມະການ​ປະຈຳ​ພັກ ນະຄອນຫຼວງ​ວຽງ​ຈັນ, ປະທານສະຫະພັນ​ນັກ ຮົບ​ເກົ່າ ແລະ ​ບັນດາ​ຫົວໜ້າ​ພະແນກການທີ່​ກ່ຽວນະຄອນຫຼວງ​ວຽງ​ຈັນ, ບັນດາ​ຫົວໜ້າ​ຫ້ອງທີ່​ຂຶ້ນ​ກັບກອງ​ບັນຊາ​ການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

     ສະຫາຍ ພົນ​ຕີ ​ປອ ສະຫວ່າງ​ໄຊ ສິນ​ນະ​ວົງ ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ນະ ຄອນຫຼວງ​ວຽງ​ຈັນ, ອີງ​ຕາມ​ມະຕິ​ຂອງກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ, ອີງ​ຕາມ​ໜັງສື​ສະເໜີ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ຕົກ​ລົງ: ແຕ່ງຕັ້ງຄະນະ​ກຳມະການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ນະຄອນຫຼວງ​ວຽງ​ຈັນ ປະກອບ​ມີ 7 ສະຫາຍ ​ຄື: ສະຫາຍ ອານຸພາບ ຕຸ​ນາ​ລົມ ເປັນ​ປະທານ, ສະຫາຍ ອາດ​ສະພັງ​ທອງ ສີ​ພັນ​ດອນ ເປັນ​ຮອງ​ປະທານ, ສະຫາຍ ພົນ​ຈັດຕະວາ ໄພ​ວັນ ຈັນທະພົມມາ ເປັນ ​ຮອງ​ປະທານ ທັງ​ເປັນ​ຜູ້​ປະຈຳການ, ສະຫາຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ເປັນ​ກຳມະການ, ສະຫາຍ ພັນ​ເອກ ບົວ​ພັນ ຟອງ​ມະນີ ເປັນ​ກຳມະການ, ສະ ຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ເປັນ​ກຳມະການ ແລະ ສະຫາຍ ພັນ​ເອກ ວັນ​ໄຊ ສີ​ລິ​ປັນຍາ ເປັນ​ກຳມະການ. ພ້ອມ​ດຽວ​ກັນ​ນີ້ ສະຫາຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງ​ເລຂາຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ຜ່ານ​ລາຍ​ງານ​ຫຍໍ້ການ​ນຳພາ-ຊີ້​ນຳຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ປກຊ-ປກສ ນະຄອນ
ຫຼວງ​ວຽງ​ຈັນ​ໃນ​ໄລຍະ​ຜ່ານ​ມາ ເຫັນ​ວ່າຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ເຊື່ອມ​ຊຶມ ແລະ ຜັນ​ຂະຫຍາຍມະຕິ​ກອງ ​ ປະຊຸມ​ໃຫຍ​່ສະໄໝ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ຂອງ​ອົງຄະ​ນະ​ພັກ ນະຄອນຫຼວງ​ວຽງຈັນ ສະໄໝ​ທີ VII ລົງ​ສູ່​ຮາກ​ຖານຂັ້ນ​ເມືອງ, ບ້ານ ແລະ ບັນດາ ​ກຳລັງ​ປະກອບ​ອາວຸດ​ຢ່າງ​ກວ້າງຂວາງ ໂດຍ​ສຸມ​ໃສ່​ປັບປຸງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃຫ້​ແກ່​ກຳລັງ ປກຊ-​ປກສ, ກອງ​ຫຼອນ​ບ້ານ, ກຸ່ມ​ບ້ານ ໃຫ້​ມີຄວາມ​ເຂັ້ມແຂງ, ໄດ້​ຈັດ​ຕັ້ງ​ເອົາ​ກຳລັງ ​ປກຊ-​ປກສ ສົມທົບ​ກັບ​ກຳລັງ​ຂອງ​ກະຊວງ ແລະ ອົງການ​ປົກຄອງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງພັດທະນາ​ຊົນນະບົດ ສ້າງ​ໄດ້​ບ້ານ​ປ້ອງ ​ ກັນ​ຄວາມ​ສະຫງົບ​ດີ 370 ບ້ານ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 49 ບ້ານ. ພ້ອມ​ນີ້​, ກໍ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ບຳລຸງ​ກໍ່ສ້າງ​ພະນັກງານ​ທີ່​ມີ​ລັກສະນະ​ສືບ​ ທອດ​ເຊັ່ນ: ກໍ່ສ້າງ​ໄລຍະ​ສັ້ນ, ໄລຍະ​ຍາວທັງ​ພາຍ​ໃນ ແລະ ຕ່າງປະເທດ, ໄດ້​ຊີ້​ນຳ​ໃນ​ການຈັດຕັ້ງ​ສັບຊ້ອນ, ຄັດ​ເລືອກ​ພະນັກງານ ທະຫານ, ຕຳຫຼວດ ຜູ້​ທີ່​ມີ​ ຄວາມ​ຮູ້​ຄວາມ​ສາມາດ ເຂົ້າ​ໃນ​ແຕ່​ລະ​ໜ້າທີ່​ວຽກ​ງານ​ປັບປຸງ​ກຳລັງ ​ປກຊ-​ປກສ ໂດຍ​ໄດ້ສຸມໃສ່​ປັບປຸງ​ການຈັດຕັ້ງ​ກອງ​ຫຼອນ-​ປກສ ຂັ້ນ​ບ້ານ, ກຸ່ມ​ບ້ານໃຫ້​ ຮູ້​ໃນ​ການເຄື່ອນໄຫວ​ໜ້າທີ່​ວຽກ​ງານຄຽງ​ຄູ່ກັບວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ ໄດ້​ຊີ້​ນຳ​ໃນ​ການ​ຄຸ້ມ​ຄອງລາຍ​ຮັບ-ລາຍ​ຈ່າຍ ບົນ​ຈິດໃຈ​ເພິ່ງ​ຕົນ​ເອງ ກຸ້ມ ​ ຕົນ​ເອງ ແລະ ສ້າງ​ຄອບຄົວ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ໄດ້​ຊີ້​ນຳ​ກຳລັງ ​ປກຊ-​ປກສ ອອກແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ​ດ້ວຍ​ການ​ປູກຝັງ-ລ້ຽງສັດ, ປູກ​ພືດ​ຕາມ ​ເງື່ອນໄຂຂອງ​ແຕ່​ລະ​ທ້ອງຖິ່ນ.

     ໂອກາດ​ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ສະແດງ​ຄວາມ​ຊົມເຊີຍຕໍ່ບັນດາສະຫາຍທີ່​ຖືກ​ແຕ່ງຕັ້ງ​ຮັບ​ໜ້າທີ່​ ໃໝ່ກໍ​ຄືຜົນງານຂອງຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ​ຈັນ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ຄະນະ​ກຳມະການ ​ປກຊ-​ປກສ ນະຄອນຫຼວງ​ວຽງ ​ ຈັນ ເປັນ​ການຈັດຕັ້ງໜຶ່ງ​ທີ່​ມີ​ບົດບາດ​ສຳຄັນ, ເປັນ​ເສນາ​ທິ​ການ​ໃຫ້​ແກ່​ຄະນະ​ກຳມະການ ປກຊ-​ປກສ ສູນ​ກາງ ແລະ ຄະນະພັກ​ນະຄອນຫຼວງ​ວຽງ​ຈັນໃນ ​ ການ​ຄົ້ນຄວ້າ, ກຳນົດ​ບັນຫາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງກັນ​ຄວາມ​ສະຫງົບ, ຄວາມ​ໝັ້ນຄົງ​ຂອງ​ທ້ອງຖິ່ນ, ກໍ​ຄື​ຂອງ​ຊາດ; ຜັນ​ຂະ ຫຍາຍ​ແນວທາງ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບຂອງ​ຕົນ; ເຄື່ອນ​ໄຫວ​ເພື່ອ​ຮັບປະກັນ​ໃຫ້​ແຂວງ​ມີ​ສະ ຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຕ້ອງ ເປັນ​ເຈົ້າ​ການ​ຊີ້​ນຳ​ການຈັດຕັ້ງ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ກົມການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ກົດໝາຍ​ຂອງ ​ລັດ ກ່ຽວ​ກັບ​ວຽກ​ງານ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ນຳພາ-​ຊີ້​ນຳໂດຍ​ກົງ, ລວມ​ສູນ​ເປັນ​ເອກະ​ພາບ ແລະ ຮອບດ້ານຕໍ່​ກຳລັງ ​ປກຊ-​ປກສ ສືບຕໍ່​ ເອົາໃຈໃສ່​ເພີ່ມ​ທະວີ​ການຈັດຕັ້ງ​ຜັນ​ຂະຫຍາຍ​ແນວທາງ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ​ຮອບດ້ານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/10/2022