
ຮອງຫົວໜ້າ ກົມໃຫຍ່ການເມືອງ ກອງທັບໄດ້ໂອ້ລົມນາຍ ແລະ ພົນທະຫານ

  
  ໃນວັນທີ 4 ກັນຍາ ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ ກອງທັບ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານ-ນັກຮົບທີ່ກຽມຈະ
  ໄປຮຽນ ລະບົບກໍ່ສ້າງ ວິຊາສະເພາະຕ່າງໆຢູ່ບັນດາ  ວິທະຍາຄານ, ໂຮງຮຽນຂອງ ກອງທັບປະຊາຊົນ ຫວຽດນາມ ສົກປີ 2019- 2020 ຈຳນວນ 155 ສະຫາຍ.
     ໂອກາດດັ່ງກ່າວ  ສະຫາຍ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ຈະໄປຮຽນຕໍ່ຈົ່ງພ້ອມກັນເອົາໃຈໃສ່ຕັ້ງໃຈຮ່ຳຮຽນ, ເຝິກຝົນຫຼໍ່
    ຫຼອມຕົນເອງຮອບດ້ານ  ສ້າງຕົນເອງໃຫ້ກາຍເປັນຄົນທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີ ສຸຂະພາບແຂງແຮງ ຈົບມາແລ້ວ ໃຫ້ເປັນພະນັກ
  ງານ  ນາຍທະຫານ ທີ່ດີເປັນຜູ້ສືບທອດທີ່ດີຂອງ ກອງທັບເຮົາ, ຕ້ອງຍາດໃຫ້ໄດ້ຄະແນນດີ ຄະແນນເກັ່ງ, ປະຕິບັດລະບຽບວິໄນໃຫ້ເຂັ້ມງວດ, ເອົາໃຈໃສ່ທຸກຂໍ້ກໍານົດກົດ
  ລະບຽບຕ່າງໆ  ຂອງໂຮງຮຽນວາງອອກໃຫ້ເຂັ້ມງວດ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບ
  ໝາຍໃຫ້ໄດ້ຮັບໝາກຜົນສູງ.