ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປາຖະກະຖາວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ


ສະຫາຍ ພັນເອກ ພິເສດ ຫຼີປິງ ໄດ້ຂຶ້ນປາຖະກະຖາກ່ຽວກັບບົດປາໄສຂອງສະຫາຍສີຈີ້ນຜິງເລຂາທິການໃຫຍ່
ປະທານປະເທດແຫ່ງສປຈີນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

     ໃນວັນທີ 4 ສິງຫາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບ
ຮອບ 100 ປີ ແລະ ວັນສ້າງຕັ້ງກອທັງບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳ
ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີ ສະຫາຍ ພັນເອກ ພິເສດ ຫຼີປິງ ຫົວໜ້າ ຫ້ອງການ
ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ມີຄະນະນຳ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາ
ອົງການ, ກຳລັງຫຼວງ-ກຳລັງທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍຕະຫຼອດຮອດຫົວໜ່ວຍທຸລະກິດທົ່ວກອງທັບ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ພິເສດ ຫຼີປິງ ໄດ້ຂຶ້ນປາຖະກະຖາກ່ຽວກັບບົດປາໄສຂອງ ສະຫາຍ ສີຈີ້ນຜິງ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປ ຈີນ
ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ໃນວັນທີ 1 ກໍລະກົດ ປີ 2021, ເຊິ່ງເນື້ອໃນຂອງບົດປາໄສນັ້ນໄດ້ຊີ້ໃຫ້ເຫັນແນວ
ຄິດເບິ່ງກວ້າງເຫັນໄກສະແດງວິໄສທັດການພັດທະນາ ແບບກວມລວມມີຄວາມໝາຍອັນເລິກເຊິ່ງ ທັງມີເນື້ອໃນໃຈຄວາມ, ບົດຄວາມທັງໝົດ ໄດ້ສ່ອງ
ແສງ ສະຫວ່າງແຫຼ່ງສັດຈະທຳຂອງ ລັດທິມາກ ແມ່ນຜົນສໍາເລັດທາງດ້ານທິດສະດີຫຼັກການຈາກການນໍາໃຊ້ ລັດທິມາກ ໃນຂະບວນການພັດທະນາປະເທດ
ຈີນແມ່ນຖະແຫຼງການທາງດ້ານການເມືອງ ເພື່ອດຳເນີນການຕໍ່ສູ້ຜ່ານຜ່າຄວາມຫຍຸ້ງຍາກທີ່ມີເອກະລັກໃໝ່ທາງດ້ານປະຫວັດສາດ ອັນຫຼາກຫຼາຍຂອງທົ່ວ
ພັກກອມມູນິດຈີນ ໃນຍຸກໃໝ່ແມ່ນກໍາລັງຂັບເຄື່ອນອັນແຮງກ້າ ເພື່ອບັນລຸຄວາມໄຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະ
ຊາຊາດຈີນ ເປັນເອກະສານຫຼັກໃນການນຳພາ-ຊີ້ນຳພັກກອມມູນິດພວກຂ້າພະເຈົ້າບຸກເບີກສູ້ຊົນ ເພື່ອສົ່ງເສີມການພັດທະນາພາລະກິດອັນຍິ່ງໃຫຍ່ຂອງສັງ
ຄົມນິຍົມທີ່ມີສີສັນພິເສດ ຂອງ ສປ ຈີນ ແລະ ເປັນແມ່ແບບໃນການສ້າງສາພັດທະນາພັກກອມມູນິດຈີນ ອັນຍິ່ງໃຫຍ່ທີ່ມີຄວາມໝາຍສຳຄັນ, ໃນ 4
ດ້ານຄື: ຄວາມຍິ່ງໃຫຍ່ຈະເລີນຮຸ່ງເຮືອງຂອງ ພັກກອມມູນິດ ຕະຫຼອດໄລຍະ 100 ປີ, ເປັນຫຍັງພັກກອມມູນິດຈີນ ສາມາດເຮັດສຳເລັດໄດ້, ທຸງກອງທັບ
ຈະເດີນຕາມພັກກອມມູນິດຈີນ ຕະຫຼອດການ ແລະ ສາຍພົວພັນມິດຕະພາບສອງກອງທັບ ຈີນ-ລາວ ຄືສາຍນໍ້າສາຍພູເຊື່ອມຈອດກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/08/2021