ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເປີດບຳລຸງວຽກງານ ປກຊ-ປກສ ໃຫ້​ພະນັກງາ​ນນຳພາ-ຄຸ້ມ​ຄອງ​ພັກ-ລັດ ຊຸດ​ທີ XIX


     ວັນທີ 4 ພຶດສະພາ 2022 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃຫ້ພະນັກງານນຳພາ-ຄຸ້ມຄອງ ພັກ-ລັດ ຊຸດທີ XIX ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການ ກົມການເມືອງ
ສູນກາງພັກ, ຜູ້ປະຈໍາການ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຫ້ອງວ່າ
ການສູນກາງພັກ, ຄະນະຈັດຕັ້ງສູນການພັກ, ຫ້ອງວ່າການລັດຖະບານ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ຄະນະນໍາ ກະຊວງປ້ອງ
ກັນຄວາມສະຫງົບ, ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະອໍານວຍການ ວປກ, ຄະນະວິຊາ
ຄູ, ຄະນະຮັບຜິດຊອບຄຸ້ມຄອງ ລະບົບນັກສຶກສາ ແລະ ພະນັກງານນຳພາ-ຄຸ້ມຄອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສົງກາ ບຸນຄູນ ຮອງຫົວໜ້າອຳນວຍການ ຫົວໜ້າກົມອົບຮົມກໍ່ສ້າງ ວປກ ຂຶ້ນຜ່ານບົດລາຍງານ ການຮຽນ-ການສອນ ໂຄງ
ການບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XIX ເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍກໍຄືການ
ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານໃນໄລຍະໃໝ່ທີ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ໃຫ້ປາ
ກົດຜົນເປັນຈິງ, ບາງເນື້ອໃນພື້ນຖານທາງດ້ານທັດສະນະທິດສະດີ, ຫຼັກການກ່ຽວກັບຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ
ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ຂົງເຂດວຽກງານອື່ນໆ ທີ່ມີການພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳແໜ້ນ
ທັດສະນະ ແລະ ປະຕິບັດກົນໄກພັກນຳພາ, ລັດຄຸ້ມຄອງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານຕິດພັນກັບການ
ພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມະຕິສາມສ້າງຂອງກົມການເມືອງສູນກາງພັກ, ເພື່ອເປັນການຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ປະ
ດິດສ້າງ ໃນການຄົ້ນຄວ້າຮໍ່າຮຽນທິດສະດີຫຼັກການ ແລະ ສົມທຽບບົດຮຽນພຶດຕິກຳຕົວຈິງຂອງອົງການ ແລະ ກົມກອງທ້ອງຖິ່ນ ຕໍ່ແນວທາງການພັດທະ
ນາ ໃຫ້ສອດຄອງກັບຈຸດພິເສດເງື່ອນໄຂທ່າແຮງຂອງອົງການ, ທ້ອງຖິ່ນນັ້ນ.

     ພາຍຫຼັງສຳເລັດການບໍາລຸງວຽກງານ ປກຊ-ປກສ ແລ້ວຈະໄດ້ສ້າງທັດສະນະຄວາມຮັບຮູ້ເຂົ້າໃຈຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານຂອງພັກ, ເສີມຂະຫຍາຍພາລະບົດບາດ, ໜ້າທີ່ໃນການເປັນເສນາທິການທາງດ້ານວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ
ໃຫ້ແກ່ສູນກາງພັກ-ລັດຖະບານ, ຢູ່ແຕ່ລະຂັ້ນແຕ່ລະທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເຊິ່ງເນື້ອໃນການອົບຮົມບໍາລຸງວຽກງານປ້ອງກັນຊາດ-
ປ້ອງກັນຄວາມສະຫງົບ ໃນຄັ້ງນີ້ແບ່ງອອກເປັນ 3 ກຸ່ມເນື້ອໃນຄື: ກຸ່ມເນື້ອໃນອົບຮົມຈຸດໜັກລວມມີ 17 ບົດ, ກຸ່ມເນື້ອໃນອົບຮົມເພີ່ມເຕີມຈຳນວນໜຶ່ງ,
ຂຽນບົດເກັບກ່ຽວ 2 ບົດ, ຊຸດອົບຮົມບຳລຸງໃຊ້ເວລາລວມທັງໝົດ 64 ວັນ ໃນນີ້ມີພະນັກງານນຳພາ-ຄຸ້ມຄອງຈໍານວນ 30 ສະຫາຍ ມາຈາກສູນກາງ 13
ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ພະນັກງານນໍາພາ-ຄຸ້ມຄອງແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຮັກສາທັດ
ສະນະບົດບາດການນໍາພາໃຫ້ສູງເດັ່ນ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ຖືເອົາໂອກາດນີ້ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສູນກາງ ແລະ
ທ້ອງຖິ່ນ, ສົມທຽບຢ່າງເລິກເຊິ່ງລະຫວ່າງທິດສະດີກັບພຶດຕິກໍາຕົວຈິງ ແລະ ໃນເວລາຄົ້ນຄວ້າຮໍ່າຮຽນຢູ່ວິທະຍາຄານແຫ່ງນີ້ໃຫ້ເຄົາລົບນັບຖື ແລະ ປະຕິ
ບັດຂໍ້ກຳນົດກົດລະບຽບຂອງກອງທັບ ໂດຍສະເພາະຂອງກົມກອງວາງອອກ ຢ່າງເຂັ້ມງວດ, ຫຼີກລ້ຽງການຂາດຮຽນ ໂດຍບໍ່ມີເຫດຜົນທີ່ຈຳເປັນ ຫຼື ທັງຮຽນ
ທັງແກ້ວຽກອັນຈະພາໃຫ້ຜິດຕໍ່ລະບຽບ ແລະ ກໍາບົດຮຽນກໍ່ຈະບໍ່ແໜ້ນ ດັ່ງນັ້ນບັນດາສະຫາຍການນໍາແຕ່ລະຂັ້ນຈົ່ງພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ
ວຽກງານ ປກຊ-ປກສ ເປັນສໍາຄັນເອົາການພັດທະນາເສດຖະກິດ-ສັງຄົມ ເປັນໃຈກາງແນ່ໃສ່ສ້າງສາພັດທະນາຂັ້ນອົງການ ແລະ ທ້ອງຖິ່ນຕົນໃຫ້ນັບມື້ເຕີບ
ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/05/2022