ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດ ສະເໜີລັດຖະບານ ລ໋ອກດາວ ຕື່ມອີກ 15 ວັນ ເພື່ອຕ້ານໂຄວິດ-19


     ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນປະເທດຍັງບໍ່ທັນມີທ່າອ່ຽງຫຼຸດລົງ. ດັ່ງນັ້ນ, ຄະນະສະເພາະກິດຄວບຄຸມ, ສະກັດກັ້ນ,
ຕ້ານ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຶ່ງສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດ ( ລ໋ອກດາວ ) ອອກໄປຕື່ມອີກ ຈົນຮອດວັນທີ
20 ພຶດສະພາ 2021. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂການແຜ່
ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມຄະນະໄດ້ຖະແຫຼງຂ່າວ ໃນວັນທີ 4 ພຶດສະພາ 2021 ວ່າ: ເຖິງແມ່ນທາງລັດຖະບານກໍຄືຄະນະສະເພາະ
ກິດໄດ້ສຸມໃສ່ມາດຕະການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຢ່າງຕັ້ງໜ້າກໍຕາມ, ແຕ່ການຕິດເຊື້ອຢູ່ຫຼາຍແຂວງ
ໂດຍສະເພາະໃນນະຄອນຫຼວງວຽງຈັນກໍຍັງມີຜູ້ຕິດເຊື້ອເປັນຈໍານວນຫຼວງຫຼາຍຢູ່, ການໃຫ້ຂໍ້ມູນທີ່ຊັດເຈນເພື່ອທີ່ຈະນໍາເອົາຜູ້ຕິດເຊື້ອມາປິ່ນປົວນັ້ນແມ່ນ
ຍັງມີຄວາມຫຼ້າຊ້າຢູ່ ແລະ ຈໍານວນໜຶ່ງກໍບໍ່ປະຕິບັດຕາມມາດຕະການທີ່ວາງອອກ ຍ້ອນເຫດນີ້ຈິ່ງມີຄວາມສ່ຽງທີ່ຈະນໍາເອົາພະຍາດໄປແຜ່ລະບາດຢູ່ໃນຊຸມ
ຊົນ. ນອກຈາກນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດຍັງບໍ່ທັນຫຼຸດລົງໄດ້ເທື່ອ. ດັ່ງນັ້ນ, ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດ
ມາດຕະການດັ່ງທີ່ໄດ້ກໍານົດໄວ້ຢູ່ໃນຄໍາສັ່ງ ເລກທີ 15/ນຍ, ແຈ້ງການ, ຄໍາແນະນໍາ ແລະ ມາດຕະການອື່ນໆ ທີ່ຂະແໜງການ, ແຂວງວາງອອກ ໃຫ້ເຂັ້ມ
ງວດ ແລະ ສືບຕໍ່ປະຕິບັດໄປອີກ 15 ວັນຕໍ່ໜ້າຈົນໄປເຖິງວັນທີ 20 ພຶດສະພາ 2021 ແລະ ຄະນະສະເພາະກິດຈະພິຈະລະນາຢ່າງເລິກຊຶ່ງ, ຕິດຕາມສະພາບ
ການຢ່າງໃກ້ຊິດ, ຄາດຄະເນຢ່າງຖືກຕ້ອງກ່ຽວກັບທ່າອ່ຽງຂອງການຜັນແປແລ້ວຈະມີວິທີການປັບປຸງແກ້ໄຂໃຫ້ທັນການ ແລະ ໃຫ້ສອດຄ່ອງກັບສະພາບ
ຄວາມເປັນຈິງ. ສະນັ້ນ,ຈິ່ງໄດ້ຖະແຫຼງ ມາຍັງພໍ່ແມ່ພີ່ນ້ອງປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ຮັບຊາບຕາມກັນ, ພ້ອມທັງຮຽກຮ້ອງມາຍັງທຸກການຈັດ
ຕັ້ງຂອງພັກ-ລັດ, ອົງການຈັດຕັ້ງ, ແນວໂຮມ, ການຈັດຕັ້ງມະຫາຊົນ ແລະ ທຸກການຈັດຕັ້ງສັງຄົມ ຈົ່ງເປັນກໍາລັງແຮງໃນການຈັດຕັ້ງປະຕິບັດບັນດາມາດ
ຕະການທີ່ວາງອອກຢ່າງເປັນເອກະພາບກັນ ແລະ ມີຄວາມຮັບຜິດຊອບສູງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/05/2021