ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ I ປີ 2022
ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານ
ວັນທີ 31 ມີນາ 2022 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງ ວຽກງານຮອບດ້ານປະຈຳໄຕມາດ I ປີ
2022, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ຈາກ ກອງພັນໃຫຍ່
605, 661, 641, 279, ກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງ, ຫ້ອງການກົມໃຫຍ່ເສນາທິການກອງທັບ, ຫ້ອງການກົມໃຫຍ່ພະລາທິການກອງ
ທັບ, ຫ້ອງການ ປກຊ-ປກສ ສູນກາງ, ກົມວິທະຍາສາດ-ປະຫວັດສາດ ການທະຫານ, ວິທະຍາຄານການແພດກອງທັບ, ໂຮງຮຽນທິດສະດີການເມືອງກອງ
ທັບ ແລະ ໂຮງໝໍສູນກາງ 103 ກອງທັບ. ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.
ໃນກອງປະຊຸມແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດ ຂົງເຂດວຽກງານຮອບດ້ານປະຈໍາໄຕມາດ ຜ່ານມາ, ບົນພື້ນ
ຖານ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າໃນໜ້າທີ່ວຽກງານຕົວຈິງ ຂອງແຕ່ລະກົມກອງຢ່າງເປັນຮູບປະທຳ, ໄດ້ສຸມໃສ່ວຽກງານປ້ອງກັນຄວາມສະຫງົບ ເຮັດ
ໃຫ້ສະພາບຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພ, ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນ
ປົກກະຕິ, ຊຸກຍູ້ຢ່າງແຂງແຮງ ຂະບວນການດ້ານຕ່າງໆ ຕິດພັນກັບການສ້າງກອງວັດທະນະທໍາ, ນັກຮົບວັດທະນະທຳ, ການສ້າງໜ່ວຍພັກ ປອດໃສ ເຂັ້ມ
ແຂງ ໜັກແໜັນ ແລະ ກອງປອດໃສ ປອດໄພ ປອດຄະດີ, ການປັບປຸງກໍ່ສ້າງກົມກອງ ໃຫ້ເປັນລະບຽບຈົບງາມ ແລະ ຊຸກຍູ້ຂະບວນການສ້າງເສດຖະກິດ
ແກ້ໄຂຊິວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນ, ພ້ອມກັນນັ້ນ, ໄດ້ລາຍງານວຽກງານ ທີ່ຈະສຸມໃສ່ໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ມີຄຳເຫັນຫຼາຍບັນຫາສໍາຄັນ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ແຕ່ລະກົມ
ກອງຍາດມາໄດ້ໃນໄຕມາດຜ່ານມາ, ພ້ອມກັນນັ້ນ, ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ເຮັດວຽກງານສຶກສາອົບ
ຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ເພື່ອກຳແໜ້ນສະ
ພາບການຮອບດ້ານ, ພ້ອມກັນຕ້ານ ແລະ ສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບ ຂອບເຂດ ກົມກອງຮັບຜິດຊອບ ມີຄວາມສະຫງົບ
ປອດໄພ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/04/2022