ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ສະຫຼຸບ ​ແລະ ຍ້ອງຍໍ​ຜົນງານ​ການ​ສະກັດ​ກັ້ນ ​ແລະ
​ແກ້​ໄກ​ບັນຫາ​ຢາ​ເສບ​ຕິດ ຕາມ​ຊາຍ​ແດນ​ລາວ-​ໄທ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທ​ດ ​ເປັນ​ປະທານ

     ໃນວັນທີ 2 ເມສາ 2021 ນີ້, ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບ ສະຫຼຸບຜົນງານ, ຍ້ອງຍໍໃຫ້ກົມກອງ ລວມໝູ່ ແລະ ບຸກຄົນ
ຂອງຄະນະປະຕິບັດງານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນລາວ-ໄທ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ
ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ປອ
ທອງເລັກ ມັງໜໍ່ເມກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີການນຳ ກົມໃຫຍ່, ຫ້ອງວ່າການ ກະຊວງ, ກອງບັນຊາການທະຫານແຂວງ,
ຫ້ອງການຄະນະພັກ-ຄະນະບັນຊາກົມ, ປກສ ແຂວງ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບ ຫົວໜ້າຄະນະປະຕິບັດງານ ເພື່ອສະກັດກັ້ນ
ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດງານ ໃນການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ
ຢູ່ພື້ນທີ່ຊາຍແດນລາວ-ໄທ ຂອງຝ່າຍລາວ ໃນໄລຍະຜ່ານມາ ຄະນະປະຕິບັດງານໄດ້ຮັບໜ້າທີ່ມ້າງຄະດີຢາເສບຕິດສ່ວນໜຶ່ງ ແມ່ນໄດ້ຂໍ້ມູນທີ່ຝ່າຍໄທສົ່ງ
ໃຫ້ ແລະ ສ່ວນໜຶ່ງແມ່ນຂໍ້ມູນໄດ້ຈາກພື້ນຖານຂອງພວກເຮົາທີ່ມີເປົ້າໝາຍ ຕິດຕາມມາແລ້ວ ມີແຜນການຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂບັນຫາ
ຢາເສບຕິດຕາມຊາຍແດນ ລາວ-ໄທ ເປັນແຜນການຮ່ວມລະຫວ່າງສອງກໍາລັງປະກອບອາວຸດຫຼັກຂອງຊາດຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ
ຄວາມສະຫງົບ ແລະ ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງອົງການປົກຄອງ ແລະ ກໍາລັງປະກອບອາວຸດທ້ອງຖິ່ນ, ພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງ
ຄະນະກໍາມະການ ປກຊ-ປກສ ສູນກາງການຈັດຕັ້ງປະຕິບັດ ແລະ ຮ່ວມມື ໃນການສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ ຕາມຊາຍແດນ ລາວ-ໄທ
ຂອງຄະນະປະຕິບັດງານຝ່າຍລາວໄດ້ດໍາເນີນໄປພ້ອມໆ ກັບການຈັດຕັ້ງປະຕິບັດແຜນແມ່ບົດແຫ່ງຊາດ ເພື່ອຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄລ
ຍະ 02 ປີ ແຕ່ປີ 2019-2020 ຂອງກະຊວງປ້ອງກັນຄວາມສະຫງົບ, ໂຄງການແມ່ນ້ຳຂອງ ປອດໄພ ລະຫວ່າງ 6 ປະເທດ, ສົມທົບກັບການຈັດຕັ້ງປະຕິ
ບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ປະເທດ ( ລາວ, ຈີນ, ມຽນມາ ແລະ ໄທ ) ຕາມແມ່ນ້ຳຂອງຕອນເໜືອ ແລະ ບັນດາອົງການ ປົກຄອງທ້ອງຖິ່ນ
ແຂວງຊາຍແດນ ລາວ-ໄທ ເປັນເຈົ້າການໃນການຊີ້ນໍາກໍາລັງ ແລະ ເຈົ້າໜ້າທີ່ຂອງຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ຈຶ່ງເຮັດ
ໃຫ້ໜ້າວຽກດັ່ງກ່າວບັນລຸໝາກຜົນ ແລະ ມີປະສິດທິພາບສູງນອກນີ້, ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍສະເພາະແມ່ນອົງການປົກ
ຄອງທ້ອງຖິ່ນຂັ້ນເມືອງ, ທະຫານຊາຍແດນ, ເຈົ້າໜ້າທີ່ຕໍາຫຼວດໄດ້ຍູ້ແຮງວຽກງານໂຄສະນາສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ, ຂໍ້ກຳນົດລະບຽບ
ຊາຍແດນ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ຂອບເຂດ ເມືອງຊາຍແດນຕາມເມືອງຕ່າງໆ ເຮັດໃຫ້ເຂົາເຈົ້າຫັນມາເຂົ້າຮ່ວມ ແລະ
ປະກອບສ່ວນເປັນຫູເປັນຕາໃຫ້ແກ່ກຳລັງພວກເຮົາຫຼາຍຂຶ້ນຜ່ານການຈັດຕັ້ງປະຕິບັດງານໃນລະຫວ່າງຕົ້ນປີ 2013- 2020 ຄະນະປະຕິບັດງານ ເພື່ອສະກັດ
ກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ ຕາມຊາຍແດນ ລາວ-ໄທ ຮ່ວມກອງທັບໄທ, ພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ທັງໝົດຈໍານວນ 61 ກໍລະນີ,
ກັກຕົວຜູ້ຕ້ອງຫາໄດ້ທັງໝົດ 956 ຄົນ, ໃນນີ້ ມີເພດຍິງ 38 ຄົນ ຢຶດຢາບ້າ ໄດ້ 17.686.976 ເມັດ ຢຶດຢາໄອສ໌ ໄດ້ຈໍານວນ 2.018,182 ກິໂລກຼາມ,
ຢຶດຢາຝິ່ນ ໄດ້ 1,52 ກິໂລກຼາມ, ຢຶດຢາ ເຮໂລອິນ ໄດ້ຈໍານວນ 204,5 ກິໂລກະລາມ, ຢຶດກັນຊາໄດ້ຈໍານວນ 3.636,17 ກິໂລກຼາມ, ທໍາລາຍສວນກັນ
ຊາໄດ້ 6 ສວນມີເນື້ອທີ່ລວມເທົ່າກັບ 9 ໄລ່, ຢຶດແປ້ງຝຸ່ນສີຂາວທີ່ມີສານເສບຕິດ ໄດ້ຈໍານວນ 11.459 ກິໂລກຼາມ, ຢຶດລົດໃຫຍ່ໄດ້ຈໍານວນ 58 ຄັນ,
ຢຶດລົດຈັກໄດ້ຈໍານວນ 213 ຄັນ, ຢຶດເຮືອບັນທຸກຂະໜາດ 60 ໂຕນ 02 ລໍາ, ຢຶດເຮືອຫາງຍາວຂະໜາດ 5 ແຮງມ້າ 8 ລໍາ, ຢຶດເຮືອຫາງຍາວຂະ ໜາດ
9 ແຮງ ມ້າ 1 ລໍາ, ເງິນກີບໄດ້ຈໍານວນ 198.079.000 ກີບ, ເງິນບາດ ໄດ້ຈໍານວນ 3.131.910 ບາດ, ເງິນໂດລາໄດ້ຈໍານວນ 16.992 ໂດລາ, ປືນ
ສັ້ນ 6 ກະບອກ ພ້ອມດ້ວຍລູກ 31 ລູກ, ປືນເຫຼັກຍາວ 9 ກະບອກ ພ້ອມດ້ວຍລູກ 125 ລູກ, ປືນລົມ 4 ກະບອກ, ທາດລະເບີດບັນຈຸໃນກະປ໋ອງພ້ອມ
ດ້ວຍແກັບລະເບີດຈໍານວນ 3 ອັນ, ໝາກແຕກ 1 ໜ່ວຍ, ໂທລະສັບມືຖື 440 ໜ່ວຍ, ໂມງໃສ່ແຂນ 10 ໜ່ວຍ, ເຄື່ອງ ໄລ່ລົມ ແລະ ເຄື່ອງສີດຢາງສໍາ
ລັບເຮັດຖົງໃສ່ຢາເສບຕິດຈໍານວນ 3 ເຄື່ອງ, ປຶ້ມສໍາມະໂນຄົວ 1 ຫົວ, ເອກະສານເດີນເຮືອ 1 ຫົວ ,ກະເປົາເງິນ 2 ໜ່ວຍ, ວັດຖຸຄ້າຍຄືເງີນ ( ສາຍແອວ,
ແຫວນ, ສາຍຄໍ ) ລວມນ້ຳໜັກ 4 ບາດ, ວັດຖຸຄ້າຍຄືຄໍາ ( ສາຍແອວ, ສາຍຄໍ, ແຫວນ, ສາຍແຂນ ) ລວມນ້ຳໜັກ 7 ບາດ. ຈາກ ຜົນງານດັ່ງກ່າວ, ກະ
ຊວງປ້ອງ ກັນປະເທດ ຈິ່ງໄດ້ຕົກລົງມອບ ຫຼຽນໄຊພິລະອາດຊັ້ນ II, ຊັ້ນ III, ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ກົມກອງລວມໝູ່ ແລະ ບຸກ
ຄົນ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານ, ຄຸນງາມຄວາມດີໃຫ້ແກ່ຄະນະປະຕິບັດງານ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ
ແມ່ນ້ຳຂອງລາວ-ໄທ ເຮັດໃຫ້ບໍລິເວນຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພ ຜົນງານດັ່ງກ່າວເປັນການປະກອບສ່ວນສຳຄັນເຂົ້າໃນ ວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນນີ້, ປະດັບຫຼຽນໄຊ ພິລະອາດຫານຊັ້ນ II ໃຫ້ 27 ສະຫາຍ,
ຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ 29 ກົມກອງ ແລະ 61 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດໃຫ້ 6 ກົມກອງ ແລະ 70 ສະຫາຍ, ໃບຍ້ອງຍໍກົມ
ໃຫຍ່ການເມືອງກອງທັບ 49 ສະຫາຍຢ່າງສົມກຽດ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນບາງບັນຫາສຳຄັນ ແລະ ຮຽກຮ້ອງໃຫ້ຄະນະຊີ້ນໍາການແກ້ໄຂບັນຫາຢາເສບຕິດ ຂອງສອງ
ກະຊວງ ປກຊ-ປກສ ສືບຕໍ່ຊີ້ນຳຄະນະປະຕິບັດງານ, ໜ່ວຍປະສານງານປະຈຳພື້ນທີ່ ຊາຍແດນຂອງຕົນ, ຄົ້ນຄວ້າກຳນົດແຜນຍຸດທະສາດ, ການກຳນົດຂອບ
ເຂດ ທີ່ເປັນຈຸດຫຼໍ່ແຫຼມ, ບັນດາວິທີການ ແລະ ມາດຕະການ ແກ້ໄຂບັນຫາ ຢາເສບຕິດ ຊາຍແດນ ລາວ-ໄທ ຮ່ວມກັບຝ່າຍໄທ ໃຫ້ລະອຽດຊັດເຈນ ແລະ
ແທດເໝາະກັບສະພາບເງື່ອນໄຂຕົວຈິງ ເພີ່ມທະວີການສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມ ໃນການປະຕິບັດ
ໜ້າທີ່ ໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ, ມີຄວາມເຂັ້ມແຂງທາງວິຊາສະເພາະ ມີຄວາມຊຳນິຊຳນານ ໃນການນຳໃຊ້ອຸປະກອນ ເຄື່ອງມືວິຊາສະ
ເພາະພ້ອມນັ້ນກໍຕ້ອງຍູ້ແຮງວຽກລົງຮາກຖານໂຄສະນາຊວນເຊື່ອ ແລະ ປູກຈິດສຳນຶກໃຫ້ປະຊາຊົນ ຢູ່ບໍລິເວນຊາຍແດນລາວ-ໄທ ໃຫ້ຮັບຮູ້ເຊື່ອມຊຶມ ແລະ
ເຂົ້າໃຈແຈ້ງຕໍ່ຜົນຮ້າຍ ຂອງຢາເສບຕິດ, ຄົ້ນຄວ້າຈັດຕັ້ງໜ່ວຍສະເພາະກິດ ເພື່ອແກ້ໄຂບັນຫາຢາເສບຕິດ ຢູ່ບໍລິເວນເມືອງຫຼໍ່ແຫຼມ, ເຊິ່ງຄະນະດັ່ງກ່າວປະ
ກອບມີ ຄະນະກອງຮ້ອຍທະຫານຊາຍແດນ, ກອງບັນຊາການທະຫານເມືອງ, ປກສ ເມືອງ, ໂດຍເອົາຮອງເຈົ້າເມືອງເປັນຫົວໜ້າ, ສ່ວນກຳລັງປະຕິບັດການ
ແມ່ນນໍາໃຊ້ກໍາລັງທະຫານຊາຍແດນ ແລະ ປກສ ເມືອງຕາມຄວາມເໝາະສົມ ເນື່ອງຈາກກຸ່ມຄ້າຂາຍຢາເສບຕິດ ມີການປັບປຸງວິທີການຄ້າຂາຍ ແລະ ມີ
ການປະກອບພາຫານະອາວຸດເສິກ ນັບມື້ນັບຫຼາຍຂຶ້ນສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ບັນດາສະຫາຍ ໃຫ້ຄົ້ນຄວ້າຈັດຕັ້ງອົບຮົມຫັດແອບ ຍຸດທະວິທີດັກສະກັດ
ແລະ ຈູ່ໂຈມເປັນແຕ່ລະໄລຍະ, ລວມທັງການຄົ້ນຄວ້າປະກອບອາວຸດ, ອຸປະກອນທີ່ຈຳເປັນເຊັ່ນ: ລະບົບສື່ສານ, ກ້ອງຖ່າຍຮູບ, ກ້ອງວິດີໂອ, ກ້ອງສ່ອງທາງ
ໄກ, ກ້ອງສ່ອງກາງຄືນ, ລົດ, ເຮືອໃຫ້ບັນດາໜ່ວຍງານທີ່ປະຕິບັດໜ້າທີ່ຕົວຈິງໃຫ້ເໝາະສົມ ແລະ ແທດເໝາະກັບພື້ນທີ່ຕົວຈິງໃຫ້ ກະຊວງປ້ອງກັນຄວາມ
ສະຫງົບຄົ້ນຄວ້າກ່ຽວກັບການຕັ້ງດ່ານກວດຊົ່ວຄາວ ຫຼື ຖາວອນຢູ່ບັນດາເສັ້ນທາງຫຼັກ ຫຼື ຢູ່ບໍລິເວນເຂດຮອຍຕໍ່ເຂດແດນລະຫວ່າງເມືອງຫາເມືອງ ລວມ
ທັງການຕິດຕັ້ງວົງຈອນປິດ ເພື່ອກວດກາ ແລະ ຈຳກັດການເຄື່ອນຍ້າຍ, ນຳເຂົ້າ, ສົ່ງອອກ ຢາເສບຕິດຜ່ານແດນຢູ່ບັນດາຈຸດທີ່ມີຄວາມສ່ຽງ ຫຼື ຢູ່ບັນດາ
ເມືອງຫຼໍ່ແຫຼມ ແລະ ການລັກລອບລໍາລຽງ ຂົນສົ່ງຢາເສບຕິດແນໃສ່ ເພື່ອແກ້ໄຂ ແລະ ເຮັດໃຫ້ບັນຫາຢາເສບຕິດໃນປະເທດເຮົານັບມື້ນັບຫຼຸດໜ້ອຍຖອຍ
ລົງເປັນກ້າວໆ. ຕັ້ງ, ກົງຈັກຊ່ວຍວຽກຂອງສະພາແຫ່ງຊາດມີ 25 ກົມ ແລະ 2 ສູນທຽບເທົ່າກົມ.