ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດການທະຫານ ປະກາດການຈັດຕັ້ງ


ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 31 ທັນວາ 2021 ກົມວິທະຍາສາດ-ປະຫວັດສາດ ( ກົມ ວສ-ປສ ) ການທະຫານ ກະຊວງປ້ອງກັນປະເທດ ໄດ້ປະກາດການຈັດຕັ້ງພາຍ ໃນ
ກົມກອງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ວຽງໄຊ
ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນ
ແທນກຳມະການຄະນະພັກຮາກຖານ ປະທານກວດກາພັກ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໂດຍປະຕິບັດຕາມກົດລະບຽບ ພັກປະຊາຊົນປະຕິ
ວັດລາວ ສະໄໝທີ XI ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຍົກຍ້າຍ ແລະ ການສິ້ນສຸດເປັນກຳມະການຄະນະພັກ, ອີງຕາມໜັງສືສະເໜີ
ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກຮາກຖານປະທານ ກວດກາພັກ ກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງກຳມະການພັກ, ຄະນະພັກຮາກຖານ ແລະ ປະທານກວດກາພັກ ແຕ່ງຕັ້ງ ສະ
ຫາຍ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມ ເປັນປະທານກວດກາພັກປ່ຽນແທນ ສະຫາຍ ພັນເອກ ສຸລິວັນ ແສງຈັນ ທີ່ພັກການຮັບເບ້ຍບຳນານ, ສະ
ຫາຍ ພັນໂທ ອຸເທບ ພົມມະເທດ ຫົວໜ້າ ພະແນກການເມືອງ ເປັນກຳມະການຄະນະພັກຮາກຖານ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ
ວ່າດ້ວຍການແຕ່ງຕັ້ງ ຫົວໜ້າພະແນກ ວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ.

     ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນທັນ ສຸລິຍະແສງ ເປັນຫົວໜ້າ ພະແນກວິທະຍາສາດ ການທະຫານປ່ຽນແທນ ສະຫາຍ ພັນໂທ ຄຳໄຊ
ສະນີແກ້ວ ທີ່ຂຶ້ນເປັນຮອງຫົວໜ້າກົມ ວສ-ປສ ການທະຫານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/01/2022