
ສະໜາມຫັດແອບເພື່ອກະກຽມເປີດບັ້ນເຝິກອົບຮົມ-ຫັດແອບເຫຼົ່າຮົບລົດຕັງ-ຍານເກາະ

    
     ໃນວັນທີ  30 ພະຈິກ ນີ້, ສະຫາຍ ພົນໂທ  ສຸວອນ ເລືອງບຸນມີ ກຳມະການສູນກາງພັກ,  ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້ກົມໃຫຍ່ເສນາທິການ
  ກອງທັບ  ພ້ອມຄະນະໄດ້ລົງກວດກາສະໜາມຫັດແອບ ເພື່ອກະກຽມຄວາມພ້ອມໃຫ້ແກ່ບັ້ນເປີດເຝິກອົບຮົມ-ຫັດແອບ  ຂອງເຫຼົ່າຮົບລົດຕັງ-ຍານເກາະປະຈຳສົກ  2019 ທີ່
  ແຂວງ ຊຽງຂວາງ, ໂດຍມີຜູ້ຕາງໜ້າຈາກ 4 ກົມໃຫຍ່, ຄະນະຊີ້ນຳ, ບັນດາກົມກອງ, ຄະນະພັກ-ຄະນະບັນຊາ ແລະ  ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 
     ສະຫາຍ ພົນຈັດຕະວາ ບົວວັນ  ບຸດທະຈັນໂທ ຄະນະຊີ້ນຳ ຫົວໜ້າ ກົມລົດຕັງ-ຍານເກາະກົມໃຫຍ່ ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ສະໜາມ
  ເຝິກແອບເຫຼົ່າຮົບລົດຕັງ-ຍານເກາະ  ແມ່ນມີຄວາມສຳເລັດແລ້ວ  95% ແລະ ພ້ອມແລ້ວທີ່ຈະເປີດບັ້ນອົບຮົມ-ຫັດແອບປະຈຳປີ 2019, ບໍ່ວ່າຈະເປັນເຮືອນພັກເຊົ່າ, ເຮືອນ
  ຄົວ, ຫ້ອງປະຊຸມ, ຫ້ອງນອນ, ສະຖານທີ່ຕ່າງໆ.
     ສະຫາຍ ພົນໂທ ສຸວອນ ເລືອງ ບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາເບິ່ງສະຖານທີ່ແຕ່ລະບ່ອນວ່າມີຄວາມພ້ອມແລ້ວ  ຫຼື ບໍ່ ພ້ອມນັ້ນຍັງໄດ້ສະແດງຄວາມຍ້ອງ
  ຍໍຊົມເຊີຍຕໍ່ບັນດາສະຫາຍ  ຄະນະຊີ້ນຳແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງສະຖານ ທີ່ບາງບ່ອນທີ່ບໍ່ທັນເໝາະສົມເຮັດໄປຕາມແຜນທີ່ໄດ້ກຳນົດໄວ້, ສ່ວນການ
  ຈັດວາງກ້ອນກຳລັງ, ພາຫະນະ, ບ່ອນສະແດງສິລະປະ-ວັນນະຄະດີ, ຄວນປັບປຸງໃຫ້ຖືກຕ້ອງຕາມການຊີ້ນຳ ແລະ ເອກະພາບໃນແຕ່ລະຂັ້ນຕອນ, ເຮັດແນວໃດໃຫ້ຖືກ
  ຕ້ອງຕາມລະບຽບຫຼັກການ, ຖືກກັບສະພາບຕົວຈິງ, ມີຄວາມສວຍງາມ, ຫຼັງຈາກນັ້ນ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະກໍໄດ້ລົງກວດກາເບິ່ງແຕ່
  ລະພາກສ່ວນຫັດແອບຢູ່ພາກສະໜາມ ການຈັດວາງແຕ່ລະພາກສ່ວນ, ໂອກາດນີ້ ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້
  ຄະນະຊີ້ນຳ ແລະ ອານຸກຳມະການເນື້ອໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ ປະສານສົມທົບກັນແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບພ້ອມ
  ທັງພາຫະນະ, ນັກຂັບຂີ່ການຫັດແອບໃນຄັ້ງນີ້ ໃຫ້ບັນລຸຄາດໝາຍ ແລະ ມີຄວາມປອດໄພ 100%.