ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດຳເນີນກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ
ຂັ້ນສູນກາງຄຸ້ມຄອງ ຢູ່ອົງຄະນະພັກກະຊວງປ້ອງກັນປະເທດ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນປະທານ

     ໃນວັນທີ 3 ສິງຫາ 2022 ນີ້, ຢູ່ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມທາບທາມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນສູນກາງຄຸ້ມຄອງ
ຂອງ ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ
ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,
ພ້ອມດ້ວຍບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳພັກ-ຄະນະບໍລິຫານງານພັກກະຊວງ, ຄະນະພັກບັນດາກົມໃຫຍ່, ກອງພົນ, ກອງບັນຊາການ
ເຫຼົ່າຮົບ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ຫົວໜ່ວຍທຸລະກິດທົ່ວກອງທັບ, ບັນດານາຍທະຫານຂັ້ນສູງ
ເຂົ້າຮ່ວມ.



ສະຫາຍ ນາງ ບຸດສະດີ ທະນະເມືອງກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງປະຊຸມ ເຊິ່ງມີເນື້ອໃນສໍາຄັນບາງຕອນວ່າ: ການດໍາເນີນກອງປະຊຸມທາບທາມສ້າງແຜນ
ກຳນົດພະນັກງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງ ຢູ່ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນເທື່ອນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນ, ເປັນການເລືອກ
ເຟັ້ນເປົ້າໝາຍ ເພື່ອຈັດວາງເຂົ້າໃນໂຄງປະກອບຕຳແໜ່ງງານຂັ້ນຕ່າງໆ ຢູ່ໃນ ກະຊວງປ້ອງກັນປະເທດ ທີ່ສູນກາງຄຸ້ມຄອງ ແນໃສ່ຮັບປະກັນລັກສະນະສືບ
ທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ, ທັງເປັນການກະກຽມບຸກຄະລະກອນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະ
ຊວງປ້ອງກັນປະເທດ, ພ້ອມກັນນີ້ ກໍເປັນກອງປະຊຸມ ເພື່ອກວດກາ ແລະ ສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ບັນຊາ
ຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນຊຸມປີຜ່ານມາ.

     ໂອກາດນີ້ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ກ່າວເນັ້ນຕື່ມວ່າ: ວຽກງານສ້າງແຜນກຳນົດພະນັກງານມີຄວາມສໍາຄັນ ແລະ ຈໍາເປັນ
ເພາະວ່າມັນເປັນການປະຕິບັດແນວທາງຈັດຕັ້ງຂອງພັກ, ເປັນຂອດຕັດສິນເຖິງຜົນໄດ້ຜົນເສຍ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍລວມ
ຂອງພັກ ແລະ ວຽກງານພະນັກງານກໍ່ແມ່ນຂໍກຸນແຈທີ່ສໍາຄັນ ໃນຂະບວນວິວັດການຈັດຕັ້ງປະຕິບັດການນຳພາຂອງພັກ ຕໍ່ພາລະກິດປະຕິວັດ ກໍຄືຜົນສຳ
ເລັດວຽກງານຕົວຈິງ, ຍ້ອນແນວນັ້ນສູນກາງພັກ ກໍຄືຄະນະພັກ ກະຊວງປ້ອງກັນປະເທດ ຍາມໃດກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊີ້ນຳເປັນພິເສດ ໃນ
ການສ້າງແຜນກຳນົດພະນັກງານ ເພື່ອຊອກໃຫ້ໄດ້ບັນດາເປົ້າໝາຍທີ່ມີເງື່ອນໄຂມາດຖານຄົບຖ້ວນ ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ທັງຈະ
ເປັນພື້ນຖານໃຫ້ແກ່ການບໍາລຸງສ້າງພະນັກງານແຕ່ລະເປົ້າໝາຍໃນສະເພາະໜ້າ ແລະ ຍາວນານທັງນີ້ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງຂອງກອງທັບໃນສະເພາະໜ້າ ແລະ ຍາວນານ, ກໍຄືພາລະກິດປ່ຽນແປງໃໝ່ຂອງພັກ. ເຊິ່ງໃນວາລະກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້
ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງຄຸ້ມຄອງຢູ່ ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນໄລ
ຍະ 5 ປີ (2018-2022) ແລະ ທິດທາງແຜນການ 5 ປີ (2023-2027), ຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030, 032/ກມສພ
ລົງວັນທີ 03/01/2018 ວ່າດ້ວຍວຽກງານສ້າງແຜນກໍານົດ ແລະ ມາດຖານພະນັກງານນຳພາ-ຄຸ້ມຄອງ; ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບ
ເລກທີ 292/ຄຈສພ, ລົງວັນທີ 26/4/2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານ
ນຳພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ; ພ້ອມກັນນີ້ ຜູ້ແທນກອງປະຊຸມຈະໄດ້ໃຊ້ສິດ
ປະຊາທິປະໄຕປ່ອນບັດທາບທາມເອົາພະນັກງານນຳພາ-ບັນຊາ ຂັ້ນສູນກາງຄຸ້ມຄອງຂອງກະຊວງປ້ອງກັນປະເທດ ເພື່ອບັນຈຸເຂົ້າໃນແຜນກໍານົດໃນຊຸມປີ
ຕໍ່ໜ້າ.

     ພ້ອມດຽວກັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນ
ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ໃນການໃຊ້ສິດປະຊາທິປະໄຕ ເຕັມສ່ວນ, ສຸມສະຕິປັນຍາໃສ່ໃນການຄົ້ນຄວ້າ, ຄັດເລືອກເອົາເປົ້າໝາຍຜູ້
ທີ່ມີເງື່ອນໄຂມາດຖານຄົບຖ້ວນ ເຂົ້າໃນແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນຍຸດທະສາດຂອງກະຊວງປ້ອງກັນປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/08/2022