ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 3 ສິງຫາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປະຈໍາ 6 ເດືອນ
ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ
ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ,
ຄະນະພັກ-ຄະນະບັນຊາ ອົງການ, ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ຕະຫຼອດຮອດຫົວໜ່ວຍທຸລະກິດ ທົ່ວກອງທັບ
ເຂົ້າຮ່ວມ.

     ການດໍາເນີນກອງປະຊຸມຄັ້ງນີ້, ໃນທ່າມກາງທົ່ວກອງທັບເຮົາ ພວມຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງ
ພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ພິເສດແມ່ນຜົນສຳເລັດຂອງ ກອງປະຊຸມຄົບຄະນະບໍ
ລິຫານງານສູນກາງພັກສະໄໝວິສາມັນຄັ້ງທີ 1 ສະໄໝທີ XI, ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າ
ສູ່ຊີວິດຕົວຈິງ, ຕິດພັນກັບຂະບວນການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ, ການສ້າງກົມກອງວັດທະນະທໍາ ແລະ
ນັກຮົບວັດທະນະທໍາ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງບັນດາກົມກອງທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດ
ຟື້ນ ແລະ ບັນລຸຕາມຈຸດປະສົງ-ຄາດໝາຍທີ່ວາງໄວ້ພ້ອມນີ້, ສະຫາຍ ປະທານໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຈົ່ງພ້ອມກັນ
ຄົ້ນຄວ້າບັນດາເນື້ອໃນຂອງກອງປະຊຸມເປັນເຈົ້າການຍົກສູງຈິດໃຈຄວາມຮັບຜິດຊອບ ໃນການເບິ່ງບັນຫາໃຫ້ລະອຽດຖີ່ຖ້ວນ, ຕີລາຄາສະພາບການຢ່າງ
ພາວະວິໄສ; ມີການວິເຄາະ, ວິໄຈ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງເຖິງຖອງ, ຮອບຄອບ, ຢືນຢູ່ບົນຈິດໃຈບຸກທະລຸ, ມີຄວາມເປັນເອກະພາບ ແລະ ເຊື່ອໝັ້ນ
ຕໍ່ກໍາລັງແຮງສັງລວມ; ເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2021
ໃຫ້ແທດເໝາະກັບສະພາບການຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ເຮັດໃຫ້ມີການຫັນ
ປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນເກີດໝາກຜົນຕົວຈິງ.

     ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ, ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດ
ສະຫຼຸບມີເນື້ອໃນບາງຕອນວ່າ: ໃນໄລຍະຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ
ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງ ກະຊວງປ້ອງກັນປະເທດ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍ
ດ້ານທີ່ພົ້ນເດັ່ນເປັນຕົ້ນ ແມ່ນການຈັດຕັ້ງຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງ  ທີ XI ຂອງພັກ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມ, ສ່ວນກອງທັບ
ເຮົາແມ່ນຍັງຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ
ຊ່ວຍ ເຫຼືອກອບກູ້ໄພພິບັດທາງທຳມະຊາດ ແລະ ການແຜ່ລະບາດຂອງພະຍາດຕ່າງໆ ເປັນຕົ້ນແມ່ນ ພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດຢ່າງທົ່ວ
ເຖິງ ແລະ ມີຜົນສໍາເລັດເປັນຢ່າງດີ. ໃນນັ້ນ, ກອງທັບເຮົາໄດ້ເປັນກຳລັງຫຼັກແຫຼ່ງ ແລະ ເປັນກຳແພງອັນແໜ້ນໜາໃນການປ້ອງກັນປະເທດຊາດ ໄປຄວບຄູ່
ກັບການເປັນເສົາຄໍ້າສຳຄັນຂອງຊາດສົມກັບກອງທັບວິລະຊົນ, ຊາດລາວວິລະຊົນ, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະ
ຊາຊົນລາວບັນດາເຜົ່າເຮັດໃຫ້ບົດບາດອິດທິພົນຂອງຊາດລາວ ເຮົາພົ້ນເດັ່ນຂຶ້ນໃນເວ ທີສາກົນ ແລະ ພາກພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/08/2021