
ກົມວິທະຍາສາດ-ປະຫວັດສາດການທະຫານກັບວິທະຍາຄານພາລາທິການກອງທັບ
  ສ້າງກິດຈະກຳໃນວັນປູກຕົ້ນໄມ້ແຫ່ງຊາດ

    ກິດຈະກຳວັນປູກຕົ້ນໄມ້ ແຫ່ງຊາດທີ 1 ມິຖຸນາ ແລະວັນສິ່ງແວດລ້ອມໂລກທີ 5 ມິຖຸນາ
     ວັນທີ  31 ພຶດສະພາ 2019 ຜ່ານມານີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ແລະ ວິທະຍາຄານພາລາທິການກອງທັບ ໄດ້ສ້າງກິດຈະກຳວັນປູກຕົ້ນໄມ້
    ແຫ່ງຊາດທີ 1 ມິຖຸນາ  ແລະ ວັນສິ່ງແວດລ້ອມໂລກທີ 5 ມິຖຸນາ  ຂຶ້ນທີ່ວິທະຍາຄານພາລາທິການກອງທັບໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ  ວຽງໄຊ ສົມ
    ວິຈິດ  ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ພ້ອມສະຫາຍ ພັນເອກ ປອ  ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານວິທະຍາຄານພາລາທິການ
    ກອງທັບ, ມີຄະນະພັກ-ຄະນະບັນຊາສອງພາກ ສ່ວນຕະຫຼອດຮອດນັກສຶກສາພາຍໃນ ວິທະຍາຄານພາລາທິການເຂົ້າຮ່ວມ. 
     ໃນພິທີ ສະຫາຍຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ມີຄຳເຫັນກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ດັ່ງນັ້ນສອງອົງການຈຶ່ງໄດ້
    ສ້າງກິດຈະກຳປູກຕົ້ນໄມ້ເພື່ອເພີ່ມສີຂຽວໃຫ້ບາງພື້ນທີ່ ແລະ ຜູກຮັດຄວາມສາມັກຄີຮັກແພງລະຫວ່າງສອງພາກ ສ່ວນ ເຊິ່ງຕົ້ນໄມ້ທີ່ນຳມາປູກຮ່ວມກັນຄັ້ງນີ້ມີ  300 ກວ່າ
  ຕົ້ນ, ໃນນັ້ນມີ ໄມ້ດູ່ລາຍ, ໄມ້ຂະຍຸງ, ຕົ້ນຈຳປາ ແລະ ຕົ້ນໄມ້ກິນໝາກຈຳນວນໜຶ່ງເພື່ອເຮັດໃຫ້ຂອບເຂດພາຍໃນວິທະຍາຄານມີຄວາມອຸດົມສົມບູນ ແລະ ຮົ່ມເຢັນດີ.
     ພາຍຫຼັງປູກຕົ້ນໄມ້ສຳເລັດແລ້ວ,  ຍັງມີການແຂ່ງຂັນກີລາບານສົ່ງຍິງມິດຕະພາບຂຶ້ນຜ່ານການແຂ່ງຂັນ 4 ນັດຜົນປາກົດວ່ານັກກີລາບານສົ່ງຍິງຈາກກົມວິທະຍາ
    ສາດ-ປະຫວັດສາດ ການທະຫານ ເອົາຊະນະ 3 ຕໍ່ 1 ເຊັດ ແລະ ກີລາເປຕັງມິດຕະພາບລະຫວ່າງ ຄະນະພັກ-ຄະນະບັນຊາທີມປະສົມຍິງຊາຍແມ່ນທີມຂອງວິທະຍາຄານ
    ພາລາທິການກອງທັບເອົາຊະນະ.