ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປິດຊຸດອົບຮົມການທະຫານ ແລະ ຍິງລູກປືນແທ້


     ວັນທີ 28 ເມສາ 2022 ນີ້, ຢູ່ທີ່ສະໜາມຍິງປືນ ກອງພັນ 199 ໄດ້ມີພິທີສະຫຼຸບປິດການອົບຮົມ-ຫັດແອບ ແລະ ຍິງເປົ້າໝາຍ ດ້ວຍລູກປືນແທ້
ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍ ຮອງຫົວ
ໜ້າກົມ, ພະແນກການ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ໂດຍຜ່ານການອົບຮົມ-ຫັດແອບ ແລະ ຍິງລູກປືນແທ້ ເພື່ອດັບສູນເປົ້າໝາຍຕົວຈິງໃນຄັ້ງນີ້, ສະຫາຍ ພັນໂທ ຄຳສິງ ພັນທະວົງ ຫົວໜ້າພະແນກບໍ
ລິຫານ ໄດ້ລາຍງານວ່າຈຳນວນພະນັກງານ-ນັກຮົບ ເຂົ້າຮ່ວມອົບຮົມ ແລະ ຍິງຕົວຈິງ 110 ສະຫາຍ.ໃນນັ້ນ, ໄດ້ຈັດໃຫ້ຍິງປືນສອງປະເພດຄື: ປືນອາກາ,
ເຊກາເຊ ແລະ ປືນສັ້ນໃຊ້ລູກປືນແທ້ເພື່ອທົດສອບການຍິງຕົວຈິງ 700 ລູກ, ຍິງຄັ້ງລະ 10 ສະຫາຍ, ລວມ 11 ຄັ້ງ. ສາມາດຕີລາຄາການຍິງປະເພດປືນ
ອາກາ, ເຊກາເຊ; ຍິງໄດ້ປະເພດເກັ່ງໄດ້ 93%, ກາງ 5% ແລະ ຄາດໝາຍ 5%. ສຳລັບປືນສັ້ນເຊເປ ແລະ 59 ມີລູກປືນຍິງທັງໝົດ 90 ລູກ, ໂດຍແມ່ນ
ການນຳຂັ້ນກົມ ແລະ ພະແນກການຜູ້ທີ່ມີປືນເປັນຂອງຕົນເອງສາມາດຍິງໄດ້ຕາມລະ ດັບຄາດໝາຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ໂອ້ລົມຕໍ່ພິທີວ່າ: ການຈັດອົບຮົມ-ຫັດແອບ ຄັ້ງນີ້ຖືເປັນການປະຕິບັດຕາມທິດອົບຮົມ-ຫັດ
ແອບປະຈຳປີຂອງກົມໃຫຍ່ເສນາທິການກອງທັບ ແລະ ເປັນການ ສ້າງສະຕິສ້າງຄວາມຄຸ້ນເຄີຍໃນການໃຊ້ອາວຸດກະສຸນໃຫ້ມີຄວາມຊຳນິຊຳນານ ແລະ ດັບ
ສູນເປົ້າໝາຍຕົວຈິງໄດ້ດີສ້າງໃຫ້ກຳລັງກາຍ ແລະ ກຳລັງໃຈ ທີ່ມີຄວາມເຂັ້ມແຂງເປັນການສ້າງຂະບວນການຕ້ອນຮັບບັນດາວັນບຸນສຳຄັນທາງປະຫວັດ
ສາດຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2022