ກົມໃຫຍ່ເຕັກນິກກອງທັບ ປິດຊຸດອົບຮົມວຽກງານ
ກວດສອບເລຂາ-ຮອງເລຂາຮາກຖານພັກ ຄັ້ງທີ I
ກົມໃຫຍ່ເຕັກນິກກອງທັບ ໄດ້ປິດຊຸດອົບຮົມວຽກງານກວດສອບເລຂາ-ຮອງເລຂາ ຮາກຖານພັກ ຄັ້ງທີ I ໃນວັນທີ 30 ມີນາ ນີ້ ພາຍຫຼັງທີ່ໄດ້ດໍາ
ເນີນການອົບຮົມມາເປັນເວລາ 10 ວັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກກະຊວງປ້ອງກັນປະ
ເທດ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກກົມໃຫຍ່, ຄະນະອະນຸກຳມະການ, ຄູ-ອາຈານ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ກໍາມະການຄະນະພັກ ອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຕີ
ລາຄາຜົນໄດ້ຮັບ ຂອງການອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ຄັ້ງທີ I ວ່າ: ຜ່ານການອົບຮົມຕະຫຼອດ ໄລຍະເວລາ 10 ວັນ ບັນດາສະຫາຍ
ທີ່ເຂົ້າຮ່ວມໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ກຳແໜ້ນທາງດ້ານ ທິດສະດີຫຼັກການ; ພຶດຕິກຳຕົວຈິງ; ຮັບຮູ້ທີ່ຕັ້ງພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ
ຂອງເລຂາ, ຮອງເລຂາຮາກຖານພັກ ແຕ່ລະຂັ້ນເປັນບ່ອນອີງ ໃຫ້ແກ່ການເຄື່ອນໄຫວ ປັບປຸງ ແລະ ສ້າງໜ່ວຍພັກ ຂອງຕົນ ໃຫ້ມີຄວາມປອດໃສ ເຂັ້ມແຂງ
ໜັກແໜ້ນ ໃນທຸກໆດ້ານ, ມີຄວາມພະຍາຍາມບຸກບືນຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍສະຕິປັນຍາ, ເຊື່ອໝັ້ນຕົນເອງ ແລະ ມີຄວາມ
ຮັບຜິດຊອບສູງ ຕໍ່ການຄົ້ນຄວ້າຮໍ່າຮຽນ. ສະແດງອອກຈາກການສອບເສັງຕົວຈິງ ສາມາດຕີລາຄາຜົນໄດ້ຮັບ ແລະ ຈັດແບ່ງປະເພດນັກກວດສອບ ໄດ້ດັ່ງນີ້:
ປະເພດເກັ່ງມີ 19 ສະຫາຍ ທີ່ມີຄະແນນສະເລ່ຍ 9,00-9,25, ປະເພດແຂງມີ 52 ສະຫາຍ ມີຄະແນນແຕ່ 7,00-8,9.
ໃນພິທີໄດ້ມອບໃບຢັ້ງຢືນ ໃຫ້ນັກເຝິກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ຄັ້ງທີ I ຂອງອົງຄະນະພັກກົມໃຫຍ່ເຕັກນິກກອງທັບ ຈໍາ
ນວນ 71 ສະຫາຍ ໂດຍການມອບຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ. ໃນຕອນທ້າຍພິທີ ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ
ໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາ ສໍາຄັນຕໍ່ຜູ້ສໍາເລັດການອົບຮົມ ຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງສືບຕໍ່ເຊື່ອມຊຶມກຳ ແໜ້ນບັນດາເອກະສານວຽກ
ງານກວດສອບເລຂາ, ຮອງເລຂາຮາກຖານພັກ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນກົມກອງຂອງຕົນ ໃຫ້ເກີດດອກອອກຜົນ, ປະ
ຕິບັດ ລະບອບລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບ ໃຫ້ບຸກຄົນ ຢ່າງຈະແຈ້ງ, ສ້າງຄວາມສາມັກຄີ ພາຍ ໃນຄະນະພັກ
ໃຫ້ເປັນປຶກແຜ່ນ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/04/2022