ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້
ກອງຜະລິດລ້ຽງສັດໃຫຍ່ນ້ຳທົ່ງ ເມືອງໝອກ ແຂວງຊຽງຂວາງ


ພົນໂທ ສຸວອນ ເລືອງບຸນມີ ລົງເຄື່ອນໄຫວຊຸກຍູ້ແລະຢ້ຽມຢາມກອງຜະລິດລ້ຽງສັດໃຫຍ່ນ້ຳທົ່ງ ເມືອງໝອກແຂວງຊຽງຂວາງ

     ໃນວັນທີ 29 ມີນາ 2018 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຢາມກອງຜະລິດລ້ຽງສັດໃຫຍ່ນ້ຳທົ່ງ ເມືອງໝອກ ແຂວງຊຽງ
ຂວາງ ໃນໂອກາດ ດັ່ງກ່າວ ພັນໂທ ຄຳຜຸຍ ຈັນທະວົງ ຄະນະຊີ້ນຳພາກສະໝາມລາຍງານໃຫ້ທ່ານພົນໂທ ສຸວອນ ເລືອງບຸນມີ ໃຫ້ຮູ້ວ່າ: ກອງຜະລິດລ້ຽງ
ສັດໃຫຍ່ນ້ຳທົ່ງແມ່ນນອນຢູ່ແຜນການພັດທະນາຂອບເຂດການຜະລິດຂອງກຸ່ມບ້ານຄັງວຽງ ເຊິ່ງມີເນື້ອທີ່ 200 ກວ່າເຮັກຕາ ໃນແຜນການຂອງການພັດ
ທະນາຄະນະຊີ້ນຳແມ່ນເອົາໃຈໃສ່ໃນການທົດລອງລ້ຽງສັດໃຫຍ່ໃນຕົ້ນປີ 2014 ໂດຍໄດ້ນຳເອົາງົວຈຳນວນ 25 ໂຕ ມາທົດລອງລ້ຽງ ເຊິ່ງມາຮອດປັດ
ຈຸບັນມີງົວທັງໝົດ 54 ໂຕ ແລະ ປູກໄມ້ເມືອງໜາວໄມ້ກິນໝາກມີໝາກຄາຍພັນ, ໝາກໝັ້ນ, ໝາກແອບເປີ້ນ, ໝາກເຊີລີ ແລະ ໝາກອະງຸ່ນ ຈຳນວນ
190 ຕົ້ນ, ຈາກນັ້ນ ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວກວດກາເບິ່ງຕົວຈິງໃນການລ້ຽງງົວ ເຊິ່ງເຫັນວ່າມີຜົນໄດ້
ຮັບດີພໍສົມຄວນ ແລະ ທ່ານກໍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ກໍຄືນັກວິຊາການຕ້ອງໄດ້ເອົາໃຈໃສ່ຕິດຕາມເບິ່ງແຍງສຸຂະພາບຂອງສັດເປັນແຕ່ລະໄລ
ຍະເພື່ອປ້ອງກັນການລະບາດຂອງພະຍາດສັດ, ຕ້ອງສັກຢາປ້ອງກັນໃຫ້ສັດເປັນແຕ່ລະໄລຍະ, ແຕ່ລະເດືອນເພື່ອຕິດຕາມອາການຂອງພະຍາດ, ສຶບຕໍ່ເບິ່ງ
ແຍງບົວລະບັດຕົ້ນໄມ້ໃຫ້ມີຄວາມຈະເລີນເຕີບໂຕ ແລະ ໄດ້ຮັບຜົນດີສຶບຕໍ່ປົກປັກຮັກສາຂອບເຂດດັ່ງກ່າວໄວ້ບໍ່ໃຫ້ຜູ້ໃດມາບຸກລຸກເພາະວ່າເຂດດັ່ງກ່າວ
ເປັນເຂດທຳການຜະລິດຂອງກຸ່ມບ້ານຄັງວຽງ ແລະ ຕ້ອງສ້າງແຜນການໃນການລ້ຽງສັດໃຫຍ່ໃຫ້ໄດ້ຫຼາຍກວ່າເກົ່າເປັນຕົ້ນເອົາສັດທີ່ລ້ຽງຢູ່ໃນເຂດອາກາດ
ໜາວເຊັ່ນ: ແກະ, ມ້າ ແລະ ອື່ນໆມາລ້ຽງຕື່ມອີກ, ຂຶ້ນແຜນຄົ້ນຄວ້າສົມທົບກັບຄະນະຊີ້ນຳ, ວິຊາການເພື່ອຊອກຫາເຄື່ອງຈັກທີ່ທັນສະໄໝເຂົ້າມານຳໃຊ້
ໃຫ້ແກ່ການຜະລິດຢູ່ຂອບເຂດດັ່ງກ່າວໃຫ້ໄດ້ຮັບຜົນສູງ, ເພື່ອວາງຄາດໝາຍສູ້ຊົນນຳໃຊ້ກອງຜະລິດລ້ຽງສັດໃຫຍ່ດັ່ງກ່າວໃຫ້ໄດ້ມາດຕະຖານ ແລະ ເປັນ
ບ່ອນສົ່ງອອກຂອງການລ້ຽງສັດ, ໜາກໄມ້ເມືອງໜາວ, ເອົາໃຈໃສ່ຕິດຕາມອອກເຄື່ອນໄຫວປ້ອງກັນເວນ ຍາມບ່ອນກົມກອງຕັ້ງທັບຢູ່, ຕິດຕາມສະພາບ
ຢູ່ໃນຂອບເຂດຕົນເອງຮັບຜິດຊອບໃຫ້ມີຄວາມສະຫງົບ, ຈາກນັ້ນ ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະກໍໄດ້ລົງຊຸກຍູ້ ແລະ ຕິດຕາມໂຄງ
ການກໍ່ສ້າງກອງພັນໃຫຍ່ 584 ໂດຍໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບໂຄງການ ແລະ ບໍລິສັດຜູ້ຮັບເໝົາຕ້ອງປະຕິບັດ ແລະ ເຮັດຕາມສັນຍາຜູ້ຮັບເໝົາ
ຢູ່ໃນເບື້ອງຕົ້ນທີ່ໄດ້ກຳນົດໄວ້ເຮັດໃຫ້ໄດ້ມາດຕະຖານ, ຖືກຕ້ອງຕາມແບບແຜນທີ່ກົມກໍ່ສ້າງວາງອອກ, ເອົາໃຈໃສ່ຕິດຕາມກວດກາບັນດາໜ້າວຽກໃຫ້
ເປັນປົກກະຕິເພື່ອບໍ່ໃຫ້ຜິດພາດ ທ່ານໄດ້ກ່າວວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກທາງສະພາບດິນຟ້າອາກາດກໍຕາມແຕ່ເຊື່ອວ່າດ້ວຍຄວາມຮັບຜິດສູງຕໍ່ໜ້າ
ທີ່ການເມືອງບັນດາບໍລິສັດຜູ້ຮັບເໝົາຄວນຮັບຜິດຊອບໃນການກໍ່ສ້າງໃຫ້ໄດ້ຮັບຜົນສຳເລັດ.