ກະຊວງປ້ອງກັນປະເທດສະຫຼຸບການຈັດຕັ້ງປະຕິ ບັດວຽກງານການທະຫານທ້ອງ ຖິ່ນ 5 ປີ
ໃນລະຫວ່າງວັນທີ 3-4 ມີ ນາ 2022 ກະຊວງປ້ອງກັນປະເທດ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນ 5 ປີ(2015-2021)
ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນ
ເອກ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການທະຫານທ້ອງຖິ່ນ ໃນ
ໄລຍະ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການແກ້ໄຂໜໍ່ແໜງຄວາມ
ບໍ່ສະຫງົບ ຢູ່ ທ້ອງຖິ່ນ, ການກໍ່ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ, ການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນຂັ້ນພື້ນຖານ
ແລະ ວຽກງານປ້ອງກັນຄວາມສະຫງົບປອດໄພ. ນອກນີ້, ແຕ່ລະທ້ອງຖິ່ນ ຍັງໄດ້ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະບານວາງອອກ,
ເຊິ່ງສະແດງອອກມີຫຼາຍກົມກອງ ໄດ້ມີການປູກ-ການລ້ຽງ ຢູ່ກົມກອງຢ່າງເປັນຂະບວນເປັນຕົ້ນແມ່ນການປູກໄມ້ອຸດສາຫະກໍາ, ໄມ້ໃຫ້ໝາກ ແລະ ປູກພືດ
ລົ້ມລຸກ, ພ້ອມນີ້ ຍັງມີສັດລ້ຽງຕ່າງໆ ເຊັ່ນ: ງົວ, ຄວາຍ, ແບ້, ໝູ, ມີໜອງປາ ແລະ ອື່ນໆ. ມີ ຫຼາຍກົມກອງສາມາດ ນໍາໃຊ້ຜົນຜະລິດຂອງຕົນມາຮັບໃຊ້
ກົມກອງ, ຍົກລະດັບຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນເທື່ອລະກ້າວ.
ຜ່ານການຈັດຕັ້ງປະຕິບັດແນວທາງການທະຫານທ້ອງຖິ່ນຂອງພັກໃນຊຸມປີຜ່ານມາ, ໄດ້ມີຫຼາຍທ້ອງຖິ່ນມີຜົນງານພົ້ນເດັ່ນ, ເຊິ່ງນອກຈາກ ການປົກປັກ
ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໃນທ້ອງຖິ່ນຂອງຕົນ ແລ້ວຍັງໄດ້ປະກອບສ່ວນຈັດຕັ້ງ ກໍາລັງຈໍານວນໜຶ່ງໄປຊ່ວຍທ້ອງຖິ່ນອື່ນ
ໃນການແກ້ໄຂຄວາມບໍ່ສະຫງົບຕາມຄວາມຮຽກຮ້ອງ ຕ້ອງການ ກໍຄື ຄໍາສັ່ງຂອງຂັ້ນເທິງ. ແນວໃດກໍຕາມ, ໃນຕໍ່ໜ້ານີ້, ຄະນະພັກ-ຄະນະບັນຊາ, ອົງການ
ປົກຄອງແຕ່ລະຂັ້ນຕ້ອງສືບຕໍ່ເຊື່ອມຊຶມກໍາແໜ້ນແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ທຸກ
ຊັ້ນຄົນໃນສັງຄົມເຫັນໄດ້ ຄວາມໝາຍຄວາມສໍາຄັນ ແລະ ເຂົ້າຮ່ວມວຽກງານດັ່ງກ່າວ ຢ່າງຕັ້ງໜ້າ, ເອົາໃຈໃສ່ປັບປຸງ ກໍ່ສ້າງກໍາລັງປະກອບອາວຸດ ຢູ່ທ້ອງ
ຖິ່ນໃຫ້ກາຍເປັນກໍາລັງຫຼັກແຫຼ່ງໃຫ້ແກ່ຂະບວນການ ປກຊ-ປກສ ທົ່ວປວງຊົນຢ່າງແທ້ຈິງ, ການກໍ່ສ້າງກໍາລັງຕ້ອງສ້າງໃຫ້ ໄດ້ຮອບດ້ານ ເປັນຕົ້ນແມ່ນຄຸນ
ນະພາບດ້ານການເມືອງ, ຄວາມ ຊໍານິຊໍານານທາງດ້ານສິລະປະ ຍຸດ-ຍຸດທະວິທີສູ້ຮົບ ແລະ ມີ ຄວາມສາມາດກຸ້ມຕົນເອງໄດ້ໃນ ລະດັບທີ່ແນ່ນອນ. ໃນຄະ
ນະດຽວກັນ, ຕ້ອງສືບ ຕໍ່ປະຕິບັດຍຸດທະສາດຫັນລົງກໍ່ ສ້າງຮາກຖານການເມືອງ-ພັດ ທະນາຊົນນະບົດຮອບດ້ານ, ກໍ່ສ້າງທ່າສະໜາມ ປກຊ-ປກສ ຕິດພັນ
ກັບການກໍ່ສ້າງ ບ້ານ-ກຸ່ມບ້ານ ພັດທະນາ, ສ້າງແຂວງໃຫ້ເປັນ ທິດຍຸດທະສາດ, ສ້າງເມືອງເປັນ ຫົວໜ່ວຍເອກະລາດໃນການ ສູ້ຮົບ, ສ້າງບ້ານໃຫ້ກາຍເປັນ
ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບ ຕິດລຽນ ແລະ ເສີມຂະຫຍາຍ ຄວາມສາມັກຄີເປັນປຶກແຜ່ນ ໃນ ວົງຄະນະຍາດແຫ່ງຊາດພາຍ ໃຕ້ການນໍາພາຂອງພັກແມ່ນ
ເຫງົ້າພະລັງແຮງອັນສໍາຄັນ ເຂົ້າໃນວຽກງານ ປກຊ-ປກສ ທົ່ວປວງຊົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/03/2022