
ກົມ ວສ-ປສ ການທະຫານ ຈັດຕັ້ງເຊື່ອມຊຶມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ
  

    ພັນເອກ ວິຊຽນ ສີສະອາດ  ເປັນປະທານຈັດຕັ້ງເຊື່ອມຊຶມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ
     ໃນວັນທີ 26 ກຸມພາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເຊື່ອມຊຶມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດຂຶ້ນ ໂດຍພາຍໃຕ້ການ
    
    ເປັນປະທານຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານນັກຮົບພາຍ 
    ໃນກົມເຂົ້າຮ່ວມ. 
     ເອກະສານທີ່ນຳມາເຊື່ອມຊຶມຄັ້ງນີ້ປະກອບມີ: ຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ  ວ່າດ້ວຍການຈັດຕັ້ງເປີດຂະບວນການຮັກຊາດ ແລະ ພັດທະນາປະຈຳປີ
    
2019, ເອກະສານສ້າງກອງປອດໃສ,  ປອດໄພ, ປອດຄະດີ, ການສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ແລະ  ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະ 
ຈຳປີ 2019. 
     ນອກນີ້ຍັງມີເອກະສານແຈ້ງການຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງພາຫະນະຮັບໃຊ້ອາວຸດ ແລະ ນໍ້າມັນເຊື້ອໄຟໃນກອງທັບປະຈຳປີ
    
2019. ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍໃຫ້ນາຍ ແລະ ພົນທະຫານຢູ່ພາຍໃນກົມກອງໄດ້ເຂົ້າໃຈ ແລະ ຜູ້ເຮັດວຽກງານກ່ຽວຂ້ອງຫັນເປັນແຜນງານລະອຽດ ເພື່ອຈັດຕັ້ງ
ປະຕິບັດໃຫ້ຖືກຕ້ອງ ແລະ ຮັດກຸມ ເຮັດວຽກໃຫ້ມີປະສິດທິພາບມີຄວາມປະຢັດປອດໄພ ແລະ ກວດສອບໄດ້ ພ້ອມທັງເຮັດໃຫ້ກົມກອງມີຂະບວນການຟົດຟື້ນຢ່າງຕໍ່ເນື່ອງ. 
     ໂອກາດນີ້, ສະຫາຍ ພັນເອກ  ວິຊຽນ ສີສະອາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດມະຕິຄຳສັ່ງຕ່າງໆຜ່ານມາທີ່ຂັ້ນເທິງມອບໝາຍໃຫ້ ແລະ  ຍັງ
    
ຮຽກຮ້ອງໃຫ້ທຸກສະຫາຍຈົ່ງຕັ້ງໜ້າປະຕິບັດຕາມຂໍ້ກຳນົດກົດລະບຽບທີ່ຂັ້ນເທິງວາງອອກໃຫ້ຢ່າງຖືກຕ້ອງຕະຫຼອດໄປ.