ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະກາດ​ໂຄງ​ປະກອບ​ການຈັດ​ຕັ້ງ​ໃໝ່ ຂອງ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ


ສະຫາຍ ພົນໂທ ປະລິນຍາເອກ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ -ປະຫວັດສາດການທະຫານ


ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງກົມວິທະຍາສາດ -ປະຫວັດສາດການທະຫານ


     ຕອນເຊົ້າຂອງ ວັນທີ 3 ກຸມພາ 2022 ນີ້ຢູ່ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດມີພິທີປະກາດການຈັດ
ຕັ້ງບາງຕຳແໜ່ງງານຢູ່ພາຍໃນ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເພື່ອໃຫ້ວຽກງານເໝາະສົມກັບພາລະບົດບາດຂອງກົມກອງ ໃນສະພາບປະ
ຈຸບັນ ແລະ ເປັນການກຳນົດບຸກຄະລາກອນເຂົ້າກັບວຽກ ໃຫ້ເໝາະສົມ ໃນພິທີ ໂດຍເປັນກຽດເຂົ້າຮ່ວມ ​ເປັນ​ປະທານຂອງ ສະຫາຍ ພົນໂທ ປະລິນຍາ
ເອກ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງ
ວ່າການກະຊວງ, ກົມ​ກຳລັງ​ພົນ ​ແລະ ມີຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ ພາຍໃນກົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນຕີ ອິນທະນົງສິນ ວິໄລສຸກ ຮອງພະແນກການຈັດຕັ້ງ ກົມກຳລັງພົນກົມໃຫຍ່ເສນາທິການ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມ
ໃຫຍ່ເສນາທິການກອງທັບ ວ່າດ້ວຍ ໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນແຕ່ ປີ 2021-2025 ສະບັບປັບປຸງໂດຍປະຕິບັດຕາມແຜນ
ຍຸດທະສາດ ຂອງ ກະຊວງປ້ອງກັນປະເທດ, ສະບັບເລກທີ 2773/ກປທ ລົງວັນທີ 24 ມີຖຸນາ 2021 ​ເພື່ອ​ເຮັດ​ໃຫ້ແຜນຄຸ້ມຄອງກຳລັງພົນ ຂອງກອງທັບ
ໃຫ້ເປັນລະບົບຖືກຕ້ອງ ແລະ ອີງຕາມມະຕິ ຂອງ ກະຊວງປ້ອງກັນປະເທດຄັ້ງທີ I ສະໄໝທີ V ເລກທີ 01/ຄພກປທ ລົງວັນທີ 16 ກໍລະກົດ 2021 ວ່າ
ດ້ວຍການເພີ່ມທະວີການກໍ່ສ້າງກຳລັງດ້ານການເມືອງ, ແນວຄິດ, ການຈັດຕັ້ງປະກອບຈຳນວນພົນ, ການປັບປຸງ ແລະ ລະບຽບແບບແຜນ ໃຫ້ເຂັ້ມແຂງ
ໜັກແໜ້ນ, ກົມໃຫຍ່ເສນາທິການກອງທັບ ອອກຂໍ້ຕົກລົງສະບັບ ເລກທີ 8182/ກສນ ລົງວັນທີ 30 ທັນວາ 2021 ມາດຕາ 01 ວ່າ​ດ້ວຍໂຄງປະກອບ
ການຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນຕາມຫຼັກການປະກອບລາຍລະອຽດມີຄື: ປະກອບຄະນະກົມ 4 ສະຫາຍ ຍົກບົດບາດພະແນກການ ຂຶ້ນເປັນ
ຫ້ອງມີ 5 ຫ້ອງ: ຫ້ອງການກົມ, ຫ້ອງວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ຫ້ອງປະຫວັດສາດວິທະຍາສາດສັງຄົມ, ຫ້ອງຍຸດທະສາດ ແລະ ຫ້ອງ
ຂໍ້ມູນ-ຂ່າວສານ.

     ສຳລັບພະແນກຮັບປະກັນ ຍັງຮັກສາໄວ້ຄືເກົ່າ ເປັນຕົ້ນ ພະແນກບໍລິຫານ, ພະແນກການເມືອງ, ພະແນກການເງິນ ​ເຊິ​ງມີບຸກຄະລາກອນປະກອບທັງ
ໝົດ 5 ຫ້ອງ 24 ພະແນກການ ຈຳນວນພົນຕາມກຳນົດ 157 ສະຫາຍ ຍິງ 45 ສະຫາຍ.

     ໃນພິທີອັນມີຄວາມໝາຍຄວາມສຳຄັນ ສະຫາຍ ປະທານກອງປະຊຸມໄດ້ມີຄຳເຫັນເໜັ້ນໜັກບາງບັນຫາຕື່ມເປັນຕົ້ນແມ່ນ​ເນັ້ນໜັກ​ໃຫ້ຄະນະກົມ, ຄະ
ນະພັກ-ຄະນະບັນຊາ ຈົ່ງເພີ່ມທະວີເອົາໃຈໃສ່ຄົ້ນຄວ້າແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄົ້ນຄວ້າມະຕິຄຳ
ສັ່ງຕ່າງໆ ຂອງຂັ້ນເທິງ ໃຫ້ເຂົ້າໃຈສາມາດຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ໄດ້ເປັນພື້ນຖານຮັບປະກັນ ໃຫ້ໄດ້ກ່ຽວກັບຕັ້ງພາລະບົດບາດ, ສິດໜ້າ
ທີ່ຂອບເຂດຄວາມຮັບຜິດຊອບ ຂອງຕົນ​ໂດຍເອົາໃຈໃສ່ ດ້ານຄຸນທາດການເມືອງ ຢ່າງໜັກແໜ້ນມີຄຸນສົມບັດປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີ
ບົດຮຽນໃນການຊີ້ນຳ-ນຳພາ ແລະ ມີສຸຂະພາບຮ່າງກາຍທີ່ແຂງແຮງດີ, ຖ້າເຮັດໄດ້ຕາມເງື່ອນໄຂມາດຖານດັ່ງກ່າວຈຶ່ງເຮັດ ໃຫ້ໄດ້ການພັດທະນາກົມກອງ​
ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/02/2022