
ກອງປະຊຸມຖອດຖອນບົດຮຽນວຽກງານກຳລັງພົນທົ່ວກົມໃຫຍ່ພະລາທິການກອງທັບ
  

  ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ
  
     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກຳລັງພົນທົ່ວກົມໃຫຍ່ພະລາທິການກອງທັບ ໃນໄລຍະ  5 ປີ (2016- 2020) ແລະ ທິດທາງແຜນການ 5 ປີ
    (2021-2025) ໄດ້ຈັດຂຶ້ນໃນ ວັນທີ 31 ມັງກອນ ນີ້, ໂດຍພາຍໃຕ້ການເປັນ ປະທານ ຂອງສະຫາຍ ພົນຈັດຕະວາ  ປອ ວົງສັກ ພັນທະວົງ ກໍາມະການ  ຄະນະພັກກະຊວງ
    ປ້ອງກັນປະເທດ ຮອງຫົວໜ້າ  ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມ ໃຫຍ່, ກົມກໍາລັງພົນ, ບັນດາກົມ, ຫ້ອງການ, ພະແນກການ,  ຄະນະພັກ-ຄະນະບັນ
    ຊາກົມກອງ ແລະ  ພະນັກງານຜູ້ທີ່ເຮັດວຽກງານວິຊາສະເພາະກໍາລັງພົນ ໃນທົ່ວກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ. 
     ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ມີຄຳເຫັນກ່າວໄຂກອງປະຊຸມໂດຍມີເນື້ອໃນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສັງເກດຕີລາຄາຄືນ ກ່ຽວກັບການ
    ຈັດຕັ້ງປະຕິບັດວຽກງານກຳລັງພົນ ໃນໄລ ຍະ 5 ປີ ທີ່ຜ່ານມາ ໂດຍສະເພາະແມ່ນການປະຕິບັດວຽກງານ ການກໍ່ສ້າງກໍາລັງພົນດ້ານການຈັດຕັ້ງ ແລະ ການປະກອບຈໍາ
    ນວນພົນ, ມີອັນທີ່ພົ້ນເດັ່ນ ແລະ ມີອັນໃດທີ່ຍັງບໍ່ສອດຄ່ອງກັບສະພາບການຂະຫຍາຍຕົວຂອງກົມກອງ ກໍຄືໃນການປັບປຸງການກໍ່ສ້າງກໍາລັງດ້ານການຈັດຕັ້ງ ແລະ ການ
    ປະກອບ, ໂຄງປະກອບຕໍາແໜ່ງງານຈໍານວນພົນດັ່ງກ່າວ, ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ, ສະນັ້ນຈຶ່ງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາກົມກອງແຕ່
    ລະຂັ້ນ ແລະ ພະນັກງານຜູ້ທີ່ເຮັດວຽກງານວິຊາສະເພາະ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເອງ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່
    ເນື້ອໃນເອກະສານຕ່າງໆ, ເສີມຂະຫຍາຍ ປະຊາທິປະໄຕ ໃນການເບິ່ງບັນຫາຕີລາຄາສະພາບການໃຫ້ຖືກຕ້ອງ, ພາວະວິໄສ, ເບິ່ງຄືນບັນດາໜ້າທີ່ວຽກງານທີ່ເຮັດໄດ້ ແລະ
    ບັນຫາທີ່ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກຳນົດທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບເຮົາ ບົນພື້ນ ຖານຊຸກ
    ຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.
     ໃນວາລະດໍາເນີນກອງປະຊຸມ ສະຫາຍ ພັນເອກ ສີທອງ ຖີ່ນສະຫວັນ ຄະນະພັກອົງການກົມໃຫຍ່ ຫົວໜ້າ ກົມເສນາພະລາກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານ
    ບົດສະຫຼຸບຖອດຖອນບົດຮຽນ ວຽກງານກໍາລັງພົນໄລຍະ 5 ປີ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າໂດຍໄດ້ສັງເກດຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດແຜນການ
    ຍຸດທະສາດ  ກໍ່ສ້າງກໍາລັງກອງທັບດ້ານການຈັດຕັ້ງ ແລະ ການປະກອບ, ຕໍາແໜ່ງງານ,ຈໍານວນພົນຂອງຫົວໜ່ວຍການຈັດຕັ້ງທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ  ສະ
    ບັບປັບປຸງ ແລະ ໄດ້ຮັບການອະນຸມັດແລ້ວປະກອບມີທັງໝົດ 40 ຫົວໜ່ວຍ ການຈັດຕັ້ງ, ເຊິ່ງສະເເດງອອກ ຄື: ການສ້າງຕັ້ງໃໝ່, ການຍົກລະດັບ ແລະ ຫົວໜ່ວຍກົມ
    ກອງ, ວຽກງານຄຸ້ມຄອງໂຄງປະກອບການຈັດຕັ້ງ, ວຽກງານກໍ່ສ້າງບໍາລຸງນາຍສິບ ແລະ ພົນທະຫານ, ການປະກອບດ້ານຈໍານວນພົນ, ວຽກງານການຄຸ້ມຄອງການປະກອບ
    ອາວຸດ-ກະສູນ, ວຽກງານລະດົມພົນ, ວຽກງານຄຸ້ມຄອງຖານຂໍ້ມູນກໍາລັງພົນ ແລະ ບັນຊີນະໂຍບາຍຂອງກົມໃຫຍ່ພະລາທິການ, ວຽກງານບັນຊີ, ການອອກບັດ, ວຽກງານ
    ຄຸ້ມຄອງດ້ານການປະຕິບັດນະໂຍບາຍຕໍ່ນາຍສິບ ແລະ ພົນທະຫານ, ການຂໍອຸດໜູນ-ບໍານານ, ເລື່ອນຊັ້ນ, ຕໍ່ກັບທິດທາງຄາດໝາຍສູ້ຊົນແຕ່ປີ  2021-2025 ໃນການກໍາ
    ນົດໂຄງສ້າງການປະກອບການຈັດຕັ້ງຕໍາແໜ່ງງານ, ຈຳນວນພົນຂອງກົມທີ່ຂຶ້ນກັບກົມໃຫຍ່ພະລາທິການ ໃຫ້ເປັນລະບົບ, ຮັດກຸມຕາມທິດໃຫ້ມີອັດຕາສ່ວນຂອງກໍາລັງ
    ວິຊາການ, ວິຊາສະເພາະ, ກໍາລັງຮັບປະກັນສູ້ຮົບໃຫ້ສົມຄູ່ກັບຂະໜາດຂອງແຕ່ລະກົມກອງສາມາດຕອບສະໜອງໄດ້ຕາມໜ້າທີ່ການເມືອງຂອງກອງທັບ.
     ກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບການ ຈັດຕັ້ງປະຕິບັດວຽກງານກໍາລັງພົນດ້ານການຈັດຕັ້ງ ແລະ ການປະກອບ
    ໃນໄລຍະ 5 ປີ ຜ່ານມາເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານທີ່ໄດ້ເຮັດສໍາເລັດ, ບັນດາຈຸດອ່ອນທີ່ຍັງຄົງຄ້າງພ້ອມທັງວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງ
  ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ.
     ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາກົມກອງທຸກຂັ້ນ ພ້ອມດ້ວຍພະນັກງານຜູ້ທີ່ເຮັດວຽກ
    ງານວິຊາສະເພາະວຽກງານກໍາລັງພົນ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາແນວຄິດເປັນກົກ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານໃນກົມກອງຮັບຮູ້,
  ກໍາແໜ້ນເຊື່ອມຊຶມເຂົ້າໃຈແຈ້ງກ່ຽວກັບຂໍ້ກຳນົດກົດລະບຽບຂອງວຽກງານກຳລັງພົນໃນທົ່ວກອງທັບ, ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນວຽກງານດ້ານການ ຈັດ
  ຕັ້ງ ແລະ ການປະກອບຢ່າງ ເລິກເຊິ່ງເຖິງຖອງ, ມີການກວດກາຢ່າງໃກ້ສິດຕິດແທດເພື່ອແກ້ ໄຂບັນຫາຄົງຄ້າງຢ່າງຖືກຕ້ອງທັນເວລາ ແລະ ພ້ອມກັນສຶບຕໍ່ຕັ້ງໜ້າເຮັດສໍາ
  ເລັດໜ້າທີ່ວຽກງານການເມືອງຂອງກົມກອງ ທີ່ການຈັດຕັ້ງຂັ້ນເທິງ ພັກ-ລັດ ມອບໝາຍໃຫ້ມີຜົນສໍາເລັດ.