ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ
ຈາກຊັ້ນພັນໂທຂຶ້ນພັນເອກທົ່ວກອງທັບ 48 ສະຫາຍ


     ພິທີປະກາດການເລື່ອນຊັ້ນ ໃຫ້ນາຍທະຫານ ຈາກຊັ້ນພັນໂທ ຂຶ້ນພັນເອກ ໃນທົ່ວກອງທັບ, ຈັດຂຶ້ນໃນວັນທີ 31 ທັນວາ 2021 ນີ້, ໂດຍການເປັນ
ປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າບັນດາກົມ
ໃຫຍ່, ຫ້ອງວ່າການກະຊວງ, ກົມທີ່ກ່ຽວຂ້ອງ ແລະ ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ, ວ່າດ້ວຍການເລື່ອນຊັ້ນ
ໃຫ້ນາຍທະຫານ ຈາກຊັ້ນພັນໂທ ຂຶ້ນຊັ້ນ ພັນເອກ ໃນທົ່ວກອງທັບຈໍານວນ 48 ສະຫາຍ, ໃນນັ້ນ, ກົມໃຫຍ່ ເສນາທິການກອງທັບ ມີ ສະຫາຍ ພັນໂທ
ກົມພັນ ຈັນທະວົງ ຮອງຫົວໜ້າກົມສູ້ຮົບ, ສະຫາຍ ພັນໂທ ຄໍາແສງ ແກ້ວດວງດີ ຮອງຫົວໜ້າກົມ 49, ສະຫາຍ ພັນໂທ ເທບພະພອນ ຫອມດີ ຮອງຫົວ
ໜ້າຫ້ອງການເມືອງ, ສະຫາຍ ພັນໂທ ໄອສໍາລານ ຄໍາມາວົງ ຫົວໜ້າການເມືອງ ໂຮງງານ ແຜນທີ່ກອງທັບ, ສະຫາຍ ພັນໂທ ສຸກສະຫວັດ ດາລາສຸກ ຮອງ
ຫົວໜ້າຫ້ອງການກົມໃຫຍ່, ສະຫາຍ ພັນໂທ ຄໍາພັດ ສຸວັນດີ ຮອງຫົວໜ້າກົມກົດລັບ, ສະຫາຍ ພັນໂທ ບົວພາ ໄມພອນ ຮອງຫົວໜ້າ ກົມຊ່າງແສງ, ສະ
ຫາຍ ພັນໂທ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ, ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ
ມີ: ສະຫາຍ ພັນໂທ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ, ສະຫາຍ ພັນໂທ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ, ສະຫາຍ ພັນ
ໂທ ໃຈເພັດ ວົງແສນສົມ ຮອງຫົວໜ້າ ກົມຈັດຕັ້ງພັກ, ສະຫາຍ ພັນໂທ ສຸດໃຈ ມະຫາວົງ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ສະຫາຍ ພັນໂທ ລະຄອນ
ແກ້ວ ແກ້ວກິນນາລີ ອໍານວຍການ ໂຮງພິມ ກອງທັບ, ສະຫາຍ ພັນໂທ ສີສົມພູ ແກ້ວບຸນລ້ອມ ຮອງຫົວໜ້າກົມກວດກາ, ສະຫາຍ ພັນໂທ ຄໍາງອງ ຫຼຽນ
ທອງໄຊ ຫົວໜ້າພະແນກການເງິນຫ້ອງການ ກົມໃຫຍ່, ສະຫາຍ ພັນໂທ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການ ກໍາມະບານກອງທັບ, ສະຫາຍ ພັນໂທ
ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນ ແມ່ຍິງ ກອງທັບ, ສະຫາຍ ພັນໂທ ວຽງທອງ ວິດພາວົງ ຫົວໜ້າ ການເມືອງ ໂທລະພາບ ກອງທັບ,
ສະຫາຍ ພັນໂທ ວອນເພັດ ລໍເພຍແກ້ວ ຫົວໜ້າການເມືອງ ວິທະຍຸກະຈາຍສຽງກອງທັບ ຫ້ອງວ່າການກະຊວງມີ: ສະຫາຍ ພັນໂທ ໄຊສົງຄາມ ວໍລະຈິດ
ຮອງຫົວໜ້າ ກົມເສດຖະກິດ, ສະຫາຍ ພັນໂທ ວຽງໄຊ ສຸລິວົງ ຫົວໜ້າພະແນກແຜນການ-ສັງລວມ ຫ້ອງການ ປກຊ-ປກສ ສູນກາງ, ສະຫາຍ ພັນໂທ ບົວ
ພັນ ດວງຈໍາປາ ຫົວໜ້າພະແນກປ້ອງກັນຊາດ ຫ້ອງການ ປກຊ-ປກສ ສູນກາງ ກົມໃຫຍ່ພະລາທິການ ກອງທັບມີ: ສະຫາຍ ພັນໂທ ໄພວັນ ໄຊພູບານ ຫົວ
ໜ້າຫ້ອງພະລາທິການ ໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນໂທ ພູວິໄລ ພູນສະຫວັດ ຫົວໜ້າການທະຫານໂຮງໝໍບໍລິເວນ 101, ສະຫາຍ ພັນໂທ
ນາງ ພູວົງ ຫຼວງລາຊາ ຮອງອໍານວຍການ ໂຮງງານຕັດຫຍິບເລກ 1, ສະຫາຍ ພັນໂທ ຈັນທະລີ ວິຈິດ ອໍານວຍການໂຮງງານເກີບທັນວາ, ສະຫາຍ ພັນໂທ
ວົງ ນະຄອນ ພົມມະຈັກ ຮອງຫົວ ໜ້າກົມຂົນສົ່ງ, ສະຫາຍ ພັນໂທ ບຸນທົງ ກອງເທດມະນີ ອໍານວຍການບໍລິສັດເຊື້ອໄຟວຽງຈັນ, ສະຫາຍ ພັນໂທ ເພັງໄຊ
ໄຊຍະວົງ ອໍານວຍການບໍລິສັດ ປະສົມຮ່ວມທຸລະກິດ 20 ມັງກອນ, ສະຫາຍ ພັນໂທ ຄອນ ສຸພັນຄໍາ ຫົວໜ້າການເມືອງໂຮງໝໍບໍລິເວນ 109 ກົມໃຫຍ່
ເຕັກນິກກອງທັບມີ: ສະຫາຍ ພັນໂທ ລຽນວິໄລ ພັນທອງຄໍາ ຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄໍາສິງ ລືເດດສົມບັດ ຫົວໜ້າຫ້ອງການກົມໃຫຍ່,
ສະຫາຍ ພັນໂທ ສີນວນ ມະນີວົງ ຮອງຫົວໜ້າກົມຄຸ້ມຄອງລົດ, ສະຫາຍ ພັນໂທ ລໍາເງິນ ສຸຂະວົງ ຮອງຫົວໜ້າກົມການເງິນກະຊວງປ້ອງກັນປະເທດ, ສະ
ຫາຍ ພັນໂທ ໄຊຍະກອນ ຈັນຍາລາດ ຫົວໜ້າຫ້ອງແຜນການງົບປະມານກົມການເງິນ, ສະຫາຍ ພັນໂທ ຄໍາພອນ ແສນສີວົງສາ ຫົວໜ້າຫ້ອງເສນາທິການ
ກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນໂທ ສອນໄຊ ວົງພະຈັນ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານ ແຂວງບໍ່ແກ້ວ, ສະຫາຍ
ພັນໂທ ຈູລາຍ ຈຸລະຈິດ ຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານ ແຂວງບໍ່ແກ້ວ, ສະຫາຍ ພັນໂທ ຄໍາເປີງ ໄຊທະວີ ຫົວໜ້າຫ້ອງພະລາທິການກອງ
ບັນຊາການທະຫານ ແຂວງຫຼວງນໍ້າທາ, ສະຫາຍ ພັນໂທ ທອງລາ ໄຊຍະວົງສັກ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງຫຼວງພະບາງ, ສະ
ຫາຍ ພັນໂທ ລິດໄຊ ຍະຜາແກ້ວ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພັນໂທ ຄໍາພັນ ຄໍາມະນີ ຫົວໜ້າຫ້ອງພະລາ
ທິການກອງບັນຊາການທະຫານ ແຂວງຫົວພັນ, ສະຫາຍ ພັນໂທ ກິແກ້ວ ອາໄພພົງ ຫົວໜ້າຫ້ອງ ເສນາທິການກອງບັນຊາການທະຫານ ແຂວງຊຽງຂວາງ,
ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ, ສະຫາຍ ພັນໂທ ເພັດລັງສີ ພິຈິດ ຫົວໜ້າຫ້ອງ
ພະລາທິການ ກອງບັນຊາການທະຫານ ແຂວງໄຊສົມບູນ, ສະຫາຍ ພັນໂທ ວັນໄຊ ສິລິປັນຍາ ຫົວໜ້າຫ້ອງການ ປກຊ-ປກສ ກອງບັນຊາການທະຫານ ນະ
ຄອນຫຼວງວຽງຈັນ ແລະ ສະຫາຍ ພັນໂທ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານ ນະຄອນຫຼວງວຽງຈັນ.

     ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນຄວາມຫມາຍສໍາຄັນ ຂອງການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ເຊິ່ງ
ເປັນການປະຕິບັດກົດຫມາຍນາຍທະຫານ ກອງທັບປະຊາຊົນລາວ, ທັງເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງກອງ
ທັບ, ເພື່ອປັບປຸງ ກໍ່ສ້າງກອງທັບຕາມທິດສ້າງ ກອງທັບແບບແຜນທັນສະໄໝ, ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ໄດ້ຮັບການ ເລື່ອນຊັ້ນ
ໃນຄັ້ງນີ້ ຈົ່ງພ້ອມກັນ ຄົ້ນຄວ້າເຊື່ອມຊຶມແນວທາງແຜນນະໂຍບາຍພັກ, ກົດໝາຍຂອງລັດ, ບັນດາມະຕິຕ່າງໆຂອງຂັ້ນເທິງ ກໍຄືໜ້າທີ່ການເມືອງຂອງ ກົມ
ກອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຢູ່ພາຍໃນ ຕິດພັນກັບການປັບ
ປຸງ ແບບແຜນວິທີເຮັດວຽກຂອງພັກ-ພະນັກງານ ຢ່າງຖືກຕ້ອງ ເຂັ້ມງວດຕາມຫຼັກການລວມສູນປະຊາທິປະໄຕເປັນຫມູ່ຄະນະແບ່ງ ວຽກງານໃຫ້ບຸກຄົນ
ຮອບຜິດຊອບຢ່າງລະອຽດຈະແຈ້ງ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເຝິກ ຝົນຫຼໍ່ຫຼອມຕົນ
ເອງໃນທຸກດ້ານ ເປັນຕົ້ນແມ່ນເຝິກຝົນທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ ແລະ ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ
ໃຫ້ໜັກແໜ້ນເລິກເຊິ່ງ ກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/01/2022