ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ


     ໃນວັນທີ 2 ກັນຍາ 2020 ນີ້, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດ
ນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສສ. ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ ກອງທັບປະຊາຊົນ
ລາວ ສະແດງຄວາມຊົມເຊີຍໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ຢ່າງສຸດໃຈ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງໃນ
ຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ໃນຕະຫຼອດໄລຍະ 75 ປີ ຜ່ານມາ ຫວຽດນາມ ໄດ້ສ້າງເສດຖະກິດຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາ
ຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ. ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງ ສສ. ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ
ສາກົນ, ອັນໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ. ຫວຽດນາມ, ພິເສດ ປີ 2020 ນີ້, ສສ. ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບ
ຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມໄອປາຄັ້ງທີ 36, ທັງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສສ ຫວຽດນາມ ສາມາດຈັດບັນ
ດາກອງປະຊຸມດັ່ງກ່າວໃນຮູບແບບໃໝ່ຜ່ານລະບົບທາງໄກ (Video Con­ference) ໄດ້ຢ່າງດີເລີດ ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນັ້ນ,
ສະຫາຍຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງລະຫວ່າງ
ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກັບສະຖານທູດ ຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນ ມູນເຊື້ອທີ່ດີລະຫວ່າງສອງຝ່າຍໃຫ້
ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ.

     ພ້ອມນີ້, ສະຫາຍ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດໄດ້ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງ ທັນການຂອງສສ. ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍແມ່ນ ກະ
ຊວງປ້ອງກັນປະເທດ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ເຖິງວ່າ ຫວຽດນາມ ຈະໄດ້ຮັບຜົນກະ
ທົບຈາກພະຍາດດັ່ງກ່າວເຊັ່ນກັນແຕ່ກໍຍັງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນໄດ້ສົ່ງ ຄະນະແພດຊ່ຽວຊານ, ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍ
ລັດຖະບານ ລາວ. ຂະນະດຽວກັນໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງ
ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ການນໍາພາອັນສະຫຼາດສ່ອງໃສຂອງການນໍາພັກ-ລັດ ສສ ຫວຽດນາມ ຈະສາມາດຄວບຄຸມພະ
ຍາດດັ່ງກ່າວໄດ້ຢ່າງສິ້ນເຊີງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິ.

     ໂອກາດນີ້, ສະຫາຍ ເອກອັກ ຄະລັດຖະທູດ ຫງວຽນ ບ່າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການມາອວຍພອນຂອງສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງ
ກັນປະເທດ ແລະ ຄະນະໃນຄັ້ງນີ້. ພ້ອມທັງສະແດງຄວາມຊົມເຊີຍຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ຊົມເຊີຍຕໍ່ການຈັດພິທີ
ໂຮມຊຸມນຸມ ແລະ ບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນຊາດ ສສ. ຫວຽດນາມ ຄົບຮອບ 75 ປີ ເປັນຕົ້ນແມ່ນການວາງສະແດງຮູບພາບ, ການພົວພັນຮ່ວມມື
ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງ, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ
ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ
ນັບມື້ໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

     ໃນຕອນທ້າຍ, ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ອວຍພອນໃຫ້ ສະຫາຍ ຫງວຽນ ບ່າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດທຸກ ສະຫາຍ ແລະ
ຜ່ານສະຫາຍ ໄປຍັງການນໍາພັກ-ລັດ ແລະ ປະຊາຊົນ ຫວຽດນາມ ທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງ
ອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ
ນາມ, ຫວຽດນາມ-ລາວ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າໃນຊຸມປີຕໍ່ໜ້າ.