
ກະຊວງປ້ອງກັນປະເທດ ອົດສະຕຣາລີ ມອບອຸປະກອນການແພດ ໃຫ້ກະຊວງປ້ອງກັນປະເທດລາວ

  
      ພິທີມອບ-ຮັບອຸປະກອນການແພດ
  
     ວັນທີ 2 ສິງຫາ 2021 ນີ້, ທ່ານ ໂພລ ແຄລີ ເອກອັກຄະລັດ ຖະທູດອົດສະຕຣາລີ ປະຈໍາ ສປປລາວ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ອົດ
    ສະຕຣາລີ ນໍາເອົາອຸປະກອນການແພດເພື່ອປ້ອງກັນ ແລະ  ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ມາມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ
    ລາວ ໂດຍການກ່າວ ຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະ
    ນະເຂົ້າຮ່ວມ. 
     ສໍາລັບອຸປະກອນການແພດທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຄື່ອງຖ່າຍລັງສີ ( X-Ray ) ແບບເຄື່ອນທີ່ຈໍານວນ 2 ເຄື່ອງ, ເຄື່ອງດູດຂີ້ກະເທີ່
    ( 7A-23D ) ຈໍານວນ 5 ຊຸດ, ເຄື່ອງຕິດຕາມຄົນເຈັບໝັກ ( Trismed Vitapia 7000K ) ຈໍານວນ 5 ຊຸດ, ເຄື່ອງວັດແທກຫົວໃຈ ( Suzuken
  kenz Czrdico 306 ) ຈໍານວນ 5 ຊຸດ, ເຄື່ອງວັດແທກອົກຊີ ຈໍານວນ 5 ຊຸດ, ເຄື່ອງວັດແທກຄວາມດັນເລືອດແບບອັດຕະໂນມັດ ( TM-2657P )
  ຈໍານວນ 5 ຊຸດ, ເຄື່ອງວັດແທກຄວາມດັນເລືອດແບບຮັດແຂນ ( BP-1307 ) ຈໍານວນ 20 ເຄື່ອງ, ລວມມູນຄ່າທັງຫມົດ  245.000 ໂດລາອົດສະ
  ຕາລີ.
     ໂອກາດດັ່ງກ່າວ, ທ່ານ  ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ  ຕີລາຄາສູງຕໍ່ ທ່ານ ໂພລ ແຄລີ ກໍຄື ກະຊວງປ້ອງ
    ກັນປະເທດ ອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອອຸປະກອນການແພດແກ່  ກະຊວງປ້ອງກັນປະເທດລາວ ໃນໄລຍະທີ່ຜ່ານມາກໍຄືຄັ້ງນີ້, ພ້ອມທັງກ່າວວ່າຈະ
  ນໍາເອົາອຸປະກອນການແພດດັ່ງກ່າວນີ້ໄປມອບຕໍ່ໃຫ້ບັນດາໂຮງໝໍຂອງກອງທັບ  ເພື່ອໝູນໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການລະບາດຂອງ ພະຍາດໂຄ
  ວິດ-19 ທີ່ກໍາລັງລະບາດໃນປັດຈຸບັນໃຫ້ເກີດປະໂຫຍດສູງສຸດ.  ຈາກນັ້ນ, ກະຊວງປ້ອງກັນປະເທດລາວ  ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ ກະຊວງປ້ອງກັນ
  ປະເທດ ອົດສະຕຣາລີ ອີກດ້ວຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 03/08/2021