ບໍລິສັດ ສີສັນຮ່ວມພັດທະນາສາກົນ ມອບເຄື່ອງກັນຫນາວໃຫ້ກົມໃຫຍ່ເສນາທິການກອງທັບ
ໃນວັນທີ 1 ມິຖຸນາ 2022 ນີ້, ທ່ານ ສັນຕິ ສີທຸມພະລັດ ປະທານ ບໍລິສັດ ສີສັນຮ່ວມພັດທະນາສາກົນ ຈໍາກັດ ຜູ້ດຽວ ພ້ອມດ້ວຍຄະນະ ໄດ້ນໍາ
ເອົາເຄື່ອງກັນຫນາວ ອອກສະຫນາມ ຈໍານວນ 35 ຊຸດ ລວມມູນຄ່າ 42 ລ້ານກີບ ມາມອບໃຫ້ກົມໃຫຍ່ເສນາທິການກອງທັບ, ກ່າວຮັບໂດຍສະຫາຍ
ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ເສນາທິການກອງທັບ.
ໂອກາດນີ້ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ຕາງຫນ້າ ໃຫ້ຄະນະນໍາກົມໃຫຍ່ເສນາທິການກອງທັບ ສະແດງຄວາມຂອບໃຈ ມາຍັງບໍລິສັດ
ສີສັນຮ່ວມພັດທະນາສາກົນ ຈໍາກັດຜູ້ດຽວ ທີ່ມີຄວາມເປັນຫ່ວງເປັນໃຍ, ເຫັນໄດ້ຄວາມຫມາຍຄວາມສໍາຄັນຂອງວຽກງານປ້ອງກັນຊາດຈຶ່ງໄດ້ນໍາເອົາ
ເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ການຊ່ວຍເຫຼືອແກ່ກອງທັບພວກເຮົາຕະຫຼອດມາ, ສະຫາຍ ຍັງໄດ້ອວຍພອນ ໃຫ້ທ່ານ ສັນຕິ ສີທຸມພະລັດ
ປະທານ ບໍລິສັດ ສີສັນຮ່ວມພັດທະນາສາກົນ ຈໍາກັດຜູ້ດຽວພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການດໍາເນີນທຸລະກິດ,ພ້ອມທັງຢືນຢັນວ່າ ຈະນໍາ
ເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ໄປແຈກຢາຍໃຫ້ທົ່ວເຖິງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/06/2022