
ກະຊວງປ້ອງກັນປະເທດຈັດກິດຈະກຳປູກຕົ້ນໄມ້ຢູ່ທີ່ໂຮງຮຽນທິດສະດີການເມືອງກອງທັບ

    ພົນເອກ ຈັນສະໝອນ ຈັນຍາລາດ  ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຢູ່ທີ່ໂຮງຮຽນທິດສະດີການເມືອງກອງທັບ
     ໃນວັນທີ 31 ພຶດສະພາ 2019 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ຢູ່ທີ່ໂຮງຮຽນທິດສະດີການເມືອງກອງທັບ, ໃນໂອກາດວັນປູກຕົ້ນໄມ້ແຫ່ງ
    ຊາດ ແລະ  ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງ ສະຫາຍ  ພົນເອກ ຈັນສະໝອນ ຈັນຍາລາດ  ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງ
    ກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ບັນດາສະຫາຍຄະນະນໍາກະຊວງ, ຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການ, ບັນດາວິທະຍາຄານ, ກົມ-ກອງອ້ອມຂ້າງ
    ກະຊວງ  ຕະຫຼອດຮອດພະນັກງານນັກຮົບເຂົ້າຮ່ວມເປັນຈຳນວນຫຼາຍ.
     ສະຫາຍ ພົນຕີ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ  ໄດ້ກ່າວວ່າ: ວັນທີ 1
    ມິຖຸນາຂອງແຕ່ລະປີແມ່ນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ສະນັ້ນການຈັດຕັ້ງພັກ-ລັດຖະບານ ແລະ ບັນດາກະຊວງ, ອົງການຈັດຕັ້ງ ແລະ ປະຊາຊົນ
  ຊັ້ນຄົນຕ່າງໆຈິ່ງໄດ້ຈັດຕັ້ງພິທີປູກຕົ້ນໄມ້ຢ່າງເປັນຂະບວນການຟົດຟື້ນໃນທົ່ວປະເທດ ແນໃສ່ເພີ່ມພື້ນທີ່ສີຂຽວ, ມີອາກາດບໍລິສຸດສົດຊື່ນ; ເພື່ອບັນລຸຄາດໝາຍສູ້ຊົນໃນ
  ການຟື້ນຟູສິ່ງແວດລ້ອມທຳມະຊາດຂອງລັດຖະບານທີ່ໄດ້ກໍານົດໄວ້ຮອດປີ 2020 ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ຢູ່ປະເທດເຮົາໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ,
  ເຊິ່ງໃນການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ຈຶ່ງມີຄວາມໝາຍສໍາຄັນຍິິ່ງ, ເປັນການປະກອບສ່ວນໃນແຜນພັດທະນາຕາມທິດສີຂຽວ ແລະ ຍືນຍົງ. ພ້ອມກັນນັ້ນກໍເປັນ
  ການແນໃສ່ເຮັດໃຫ້ໂຮງຮຽນທິດສະດີການເມືອງກອງທັບແຫ່ງນີ້ນັບມື້ນັບມີຄວາມສວຍສົດງົດງາມໄປດ້ວຍຕົ້ນໄມ້ຮົ່ມເຢັນມີສະພາບແວດລ້ອມທີຂຽວງາມ ໃນໂອກາດ
  ນີ້ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບ ຍັງໄດ້ຮຽກຮ້ອງມາຍັງຜູ້ຮັບຜິດຊອບສະຖານທີ່ແຫ່ງນີ້ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເອົາໃຈໃສ່ປົກປັກຮັກສາຕົ້ນໄມ້. ແຕ່
  ລະປະເພດທີ່ປູກແລ້ວໃຫ້ມີຄວາມຈະເລີນເຕີບໂຕງອກງາມ ແລະ ໄດ້ຮັບໝາກຜົນ  ທັງເປັນການເອກອ້າງທະນົງໃຈໃຫ້ຄົນຮຸ່ນຫຼັງໄດ້ຊື່ນຊົມ. ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້
  ມີຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກຳຈຳນວນ 480 ຕົ້ນ.