ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການກຳມະບານກອງທັບ ສະຫຼຸບການປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ


     ວັນທີ 29 ເມສາ 2022 ນີ້, ຫ້ອງການກຳມະບານກອງທັບ ໄດ້ສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ໂດຍການເປັນປະທານ
ຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນເອກ ບຸນຄ່ອງ ອຸດ
ທະຈັນດີ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງການກົມໃຫຍ່ການ
ເມືອງກອງທັບ, ຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການຊາວໜຸ່ມ, ຄະນະພັກ-ຄະນະອຳ
ນວຍການ, ການນຳສະຫະພັນກຳມະບານລາວ, ກຳມະບານຮາກຖານບໍລິສັດລັດວິສາຫະກິດ, ໂຮງຈັກ, ໂຮງງານ, ກົມກອງຜະລິດ ແລະ ບໍລິການຕ່າງໆຂອງ
ກອງທັບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຕີລາຄາຄືນ ໝາກຜົນແຫ່ງການນຳພາ-ຊີ້ນຳວຽກງານກຳມະບານ
ໃນໄລຍະ 1 ປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ກໍຄືກອງປະຊຸມໃຫຍ່ຜູ້ແທນກຳມະບານ
ລາວທົ່ວ ປະເທດຄັ້ງທີ VIII ແລະ ກອງປະຊຸມຜູ້ແທນກຳມະບານທົ່ວກອງທັບຄັ້ງທີ V ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳ
ມະບານລາວວາງອອກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງເຂັ້ມແຂງ ທາງດ້ານການຈັດຕັ້ງແນໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະ
ນັກງານ, ສະມາຊິກກໍາມະບານ-ກໍາມະກອນ ແລະ ຜູ້ອອກແຮງງານໃນຖັນແຖວກອງທັບ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ
ເຊື່ອມຊຶມມະຕິກອງປະຊຸມຕ່າງໆຂອງພັກ, ຂອງກອງທັບ ແລະ ຂອງສູນກາງສະຫະພັນກຳມະບານລາວ ຈຳນວນ 2.546 ເທື່ອຄົນ, ເຂົ້າຮ່ວມຮັບຟັງປາຖະ
ກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ອົງການຈັດຕັ້ງກຳມະບານລາວ ຈຳນວນ 2.848 ເທື່ອຄົນ, ນອກນີ້ບັນດາການຈັດຕັ້ງກຳ
ມະບານຮາກຖານຂັ້ນຕ່າງໆ ໃນກອງທັບໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການດຳເນີນຊີວິດການເມືອງຢ່າງເປັນປົກກະ
ຕິຕໍ່ເນື່ອງເຮັດໃຫ້ພະນັກງານ, ສະມາຊິກກຳມະບານ-ກໍາມະກອນ ແລະ ຜູ້ອອກແຮງງານໃນຖັນແຖວກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ
ບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ. ນອກນັ້ນ
ອົງການຈັດຕັ້ງກຳມະບານກອງທັບ ຍັງໄດ້ເຊື່ອມຊຶມໃນການປະຕິບັດກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ໃຫ້ພະນັກງານ, ສະມາຊິກກຳມະບານ-ກຳ
ມະກອນ ແລະ ຜູ້ອອກແຮງງານຢູ່ບັນດາຫົວໜ່ວຍແຮງງານການຜະລິດຕ່າງໆ ທີ່ຂຶ້ນກັບກອງທັບ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ການປະຕິບັດໜ້າທີ່, ສິດ ແລະ
ພັນທະຂອງສະມາຊິກກຳມະບານ, ພັນທະຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງສະຫະພັນ
ກຳມະບານລາວວາງອອກ, ຄະນະປະທານສະຫະພັນກຳມະບານລາວ, ກຳມະບານຮາກຖານ, ສະມາຊິກກໍາມະບານຍັງໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະ
ບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕໍ່ການຈັດຕັ້ງປະຕິບັດກົດລະບຽບຂອງສະຫະພັນກຳມະບານລາວ ຢ່າງຖືກຕ້ອງ ແລະ ເຂັ້ມງວດໂດຍມີ ການຕິດຕາມ
ກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງກຳມະບານແຕ່ລະຂັ້ນ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃນການເຂົ້າຮ່ວມດຳເນີນຊີວິດການ
ເມືອງຂັ້ນຈຸ, ຂັ້ນໜ່ວຍ, ຂັ້ນຮາກຖານຢ່າງເປັນປົກກະຕິ. ຄຽງຄູ່ກັນນີ້, ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ຊຸກຍູ້ຕິດຕາມກວດກາການປົກ
ປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານລາວໃນການເບີກຈ່າຍເງິນເດືອນ, ຄ່າແຮງງານ, ຊີ
ວິດການເປັນຢູ່, ການເບິ່ງແຍງທາງດ້ານສະຫວັດດີການ-ສັງຄົມ, ການປະຕິບັດນະໂຍບາຍຢ້ຽມຢາມພະນັກງານ, ສະມາຊິກກຳມະບານ-ກຳມະກອນເມື່ອເວ
ລາເຈັບເປັນ ພ້ອມທັງນຳພາຊຸກຍູ້ການຈັດຕັ້ງປະຕິບັດການອອກແຮງງານ, ການຄຸ້ມຄອງແຮງງານ, ການປະຕິບັດເຮັດສັນຍາແຮງງານລວມໝູ່-ບຸກຄົນ,
ຄວາມປອດໄພແຮງງານ ແລະ ການປະກັນທາງດ້ານສຸຂະພາບແຮງງານໃຫ້ມີສິດເທົ່າທຽມກັນ.

     ໂອກາດດັ່ງກ່າວຍັງໄດ້ມີພິທີມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ຫ້ອງການກໍາມະບານກອງທັບ 1 ໃບ, ສະຫະພັນກຳມະບານ ຈຳນວນ 13 ສະຫາຍ ແລະ
ກຳມະບານຮາກຖານຈຳນວນ 67 ຮາກຖານປະຈຳປີ 2021 ພ້ອມທັງຜ່ານເນື້ອໃນຂໍ້ແຂ່ງຂັນ ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/05/2022