ອາດີດເຈົ້າແຂວງ ແຂວງໄຊສົມບູນ ໂອ້ລົມກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ອະດີດເຈົ້າແຂວງແຂວງໄຊສົມບູນ ເປັນປະທານ
ວັນທີ 1 ກຸມພາ ນີ້, ຢູ່ທີ່ ກອງບັນຊາການທະຫານ ແຂວງໄຊສົມບູນ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ອະດີດເຈົ້າແຂວງ
ແຂວງໄຊສົມບູນ ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ເນື່ອງໃນໂອ
ກາດ ສະຫາຍໄດ້ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ ກະຊວງປ້ອງກັນປະເທດ.
ໃນພິທີ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ມີ
ຄວາມສາມັກຄີ, ພົວພັນປະສານສົມທົບກັນ ເປັນຢ່າງດີ ໃນການແກ້ໄຂບັນຫາຕ່າງໆ ພາຍໃນແຂວງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານ ເຮັດໃຫ້
ສະພາບມີຄວາມສະຫງົບ ເຊິ່ງໄລຍະຫຼາຍປີຜ່ານມາ ເຫັນວ່າສາມາດຮັບປະກັນ ໃຫ້ແຂວງມີຄວາມສະຫງົບ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ພາຍໃນ
ແຂວງມີການເຕີບໃຫຍ່ຂະຫຍາຍຕົວ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນ.
ສະຫາຍອະດີດເຈົ້າແຂວງ ແຂວງໄຊສົມບູນ ໄດ້ຮຽກຮ້ອງໃຫ້ 2 ກໍາລັງຈົ່ງເປັນເຈົ້າການສືບຕໍ່ປະຕິບັດໜ້າທີ່ ຂອງຕົນ ຢ່າງຕັ້ງໜ້າ, ເອົາໃຈໃສ່ກໍ່ສ້າງ
ກໍາລັງໃຫ້ເຂັ້ມແຂງ-ໜັກແໜ້ນ, ພັດທະນາກົມກອງ ໃຫ້ມີອັນໃໝ່ ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ.
ພ້ອມທັງສືບຕໍ່ແກ້ໄຂບັນດາ ປາກົດຫຍໍ້ທໍ້ທີ່ສ້າງຜົນເສຍ ໃຫ້ກັບ 2 ກໍາລັງເປັນຕົ້ນບັນຫາຢາເສບຕິດ ໂດຍຖືເອົາ 2 ວາລະແຫ່ງຊາດ, ມີການປະສານ
ສົມທົບກັນຂອງ 2 ກຳລັງ ໃນການແກ້ໄຂບັນຫາຕ່າງໆ ຮັບປະກັນ ໃຫ້ ແຂວງໄຊສົມບູນ ມີຄວາມສະຫງົບ ແລະ ມີການພັດທະນາ ຢ່າງຕັ້ງໜ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/02/2022