ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບໂຄງການກວດສຸຂະພາບໃຫ້ປະຊາຊົນເມືອງຊຽງຄໍ້ ແຂວງຫົວພັນ

     ພາຍຫຼັງທີມແພດກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຫວູບາຈຸງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ, ໄດ້
ເດີນທາງມາກວດສຸຂະພາບໃຫ້ພໍ່ແມ່ປະຊາຊົນລາວຢູ່ເມືອງຊຽງຄໍ້ ແຂວງຫົວພັນ ໃນລະຫວ່າງວັນທີ 24 - 27 ທັນວາ 2018 ນີ້, ໄດ້ມີກອງປະຊຸມສະຫຼຸບໂຄງການດັ່ງ
ກ່າວທີ່ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 27 ທັນວາ 2018, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ
ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ພາບລວມກອງປະຊຸມສະຫຼຸບໂຄງການກວດສຸຂະພາບໃຫ້ພໍ່ແມ່ປະຊາຊົນລາວຢູ່ເມືອງຊຽງຄໍ້ແຂວງຫົວພັນ

     ໂຄງການກວດພະຍາດໃນຄັ້ງນີ້, ແມ່ນໄດ້ລົງກວດພະຍາດໃຫ້ພໍ່ແມ່ປະຊາຊົນຢູ່ເຂດເມືອງຊຽງຄໍ້ແຂວງຫົວພັນ ທີ່ໄດ້ຈັດເປັນ 4 ຈຸດຄື: ຈຸດທີ 1 ຢູ່ໂຮງໝໍເມືອງຊຽງຄໍ້,
ຈຸດທີ 2 ຢູ່ກຸ່ມບ້ານລາວຮຸ່ງ, ຈຸດທີ 3 ຢູ່ບ້ານພຽງສາ ແລະ ຈຸດທີ 4 ຢູ່ກຸ່ມມອງນໍ້າ. ຜ່ານການກວດພາຍໃນ 4 ວັນ ແລະ 4 ຈຸດນີ້ ມີປະຊາຊົນໄດ້ຮັບການກວດສຸຂະພາບ
ແລະ ປິ່ນປົວເບື້ອງຕົ້ນໂດຍບໍ່ໄດ້ເສຍຄ່າ ມີທັງໝົດ 5.940 ເທື່ອຄົນ, ເຊິ່ງແພດໄດ້ທຳການກວດພະຍາດແບບລະອຽດເຊັ່ນ: ກວດເລືອດ, ສ່ອງເອໂກ ແລະ ອື່ນໆຕາມອະລິ
ຍະບົດຂອງຫຼັກການແພດຢ່າງຖືກຕ້ອງຄົບຊຸດ.

     ໂຄງການກວດສຸຂະພາບ ແລະ ປິ່ນປົວພະຍາດໃນຄັ້ງນີ້ ກໍແມ່ນໂຄງການຮ່ວມມືຂອງສອງກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ລາວ-ຫວຽດນາມ ທີ່ຈັດຂຶ້ນ
ໃນແຕ່ລະປີ ແລະ ນີ້ກໍແມ່ນໂຄງການທີ່ສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີອີກດ້ວຍ.