ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດ​ກອງ​ປະຊຸມ​ສະຫຼຸບວຽກງານ​ຮອບດ້ານ​ປີ 2020


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ

     ວັນທີ 29 ຕຸລາ 2020 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຮອບດ້ານປະຈຳປີ 2020 ແລະ ວາງ
ທິດທາງແຜນການ ປີ 2021 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ
ການທະຫານ ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນໂທ ກາວິນ ຈັນທະມາດ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳປີ 2020 ແລະ ທິດທາງ ແຜນການປີ 2021 ໂດຍຍົກໃຫ້ເຫັນໃນໜຶ່ງປີ
ຜ່ານມາ ສາມາດສະຫຼຸບໄດ້ວ່າວຽກງານການເມືອງແນວຄິດໄດ້ອອກແຮງສຶກສາອົບຮົມໃຫ້ພະນັກງານເປັນປົກກະຕິ ໂດຍນຳເອົາແຈ້ງການ, ຂໍ້ກຳນົດ, ກົດ
ລະບຽບ ແລະ ຄຳສັ່ງແນະນຳເອກະສານມູນເຊື້ອມາເຜີຍແຜ່ ໄດ້ເປັນປົກກະຕິ ສາມາດເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດໜັກແໜ້ນເຮັດສຳເລັດໜ້າ
ທີ່ຂອງຕົນເປັນຕົ້ນ ວຽກວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມໄດ້ຄົ້ນຄວ້າອອກແບບຫຸ່ນຍົນນ້ອຍສຳຫຼວດກ້ອງລົດ, ຄົ້ນຄວ້າອອກແບບຖານ
ກ້ອງວັດແທກໄລຍະ ດ້ວຍລະບົບເລເຊີຕາມການສະເໜີຂອງກົມປືນໃຫຍ່ໜ້າດິນ, ກະກຽມຄວາມພ້ອມ ໃນການຈັດຕັ້ງ ທົດລອງເສື້ອເກາະກັນກະສຸນໃຫ້
ການນຳ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ​ເຂົ້າສັງ​ເກດ​ການ ​ເພື່ອປະກອບຄຳເຫັນ.

     ວຽກງານຍຸດທະສາດການທະຫານຈັດພິມບົດ ວິທະຍານິພົນ ຮ່ວມກັບ ສສ ຫວຽດນາມ ໃນຫົວຂໍ້ເພີ່ມທະວີການຮ່ວມມືລະຫວ່າງ ກອງທັບປະຊາຊົນ
ລາວ ແລະ ກອງທັບປະຊາຊົນ ຫວຽດນາມ ໃນການກໍ່ສ້າງກຳລັງປະກອບອາວຸດຕີຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກໃນໄລຍະ
ໃໝ່ຄົ້ນຄວ້າຜັນຂະຫຍາຍ ແລະ ປັບປຸງເນື້ອໃນປຶ້ມນະໂຍບາຍປ້ອງກັນຊາດ ສປປ ລາວ ຄັ້ງທີ 5, ສະເໜີຂັ້ນເທິງຂໍງົບປະມານຂຽນບົດນິພົນກໍ່ສ້າງກຳລັງປະ
ກອບອາວຸດທ້ອງຖິ່ນ ແຂວງ ບໍລິຄຳໄຊ ໃນ ໄລຍະໃໝ່ຕາມຂໍ້ຕົກລົງທີ່ມີແລ້ວ ( ບົດນິພົນຂັ້ນກົມ ), ຄົ້ນຄວ້າແຕ້ມແຜນວາດປະກອບບົດນິພົນປ້ອງກັນ
ບໍລິເວນ ແຂວງ ໄຊຍະບູລີ. ວຽກງານປະຫວັດສາດຊ່ວຍກວດແກ້ ແລະ ປັບປຸງປະຫວັດສາດມູນເຊື້ອ ກົມກອງພາຍໃນ, ກົມໃຫຍ່ການເມືອງກອງທັບ ຄົບ
ຮອບ 65 ປີ, ຄົ້ນຄວ້າມູນເຊື້ອການຮ່ວມສຳພັນລະຫວ່າງແນວລາວ ຮັກຊາດກັບກຳລັງເປັນກາງຮັກຊາດ, ຊ່ວຍປັບປຸງ ແລະ ກວດແກ້ປະຫວັດສາດມູນເຊື້ອ
ກອງ ພົນທີ I ຄົບຮອບ 35 ປີ, ກອງພັນ 612 ແລະ ວິທະຍາຄານພາລາທິການກອງທັບ. ເກັບກຳຂໍ້ມູນພະນັກງານອາວຸໂສ ແລະ ສຳພາດ ທ່ານ ຈູມມະລີ
ໄຊຍະສອນ ປະກອບເຂົ້າໃນປະຫວັດສາດມູນເຊື້ອບັ້ນຮົບປົດປ່ອຍທ່າໂທມ-ທ່າວຽງ ປີ 1964, ກວດແກ້ປັບປຸງບັ້ນຮົບບັ້ນຕີທີ່ກົມກອງທ້ອງຖິ່ນ ສົ່ງມາໄດ້
ຈຳນວນ 15 ບົດ.ວຽກງານຂໍ້ມູນ-ຂ່າວສານ ໄດ້ຈັດພິມ ແລະ ແຈກຢາຍວາລະສານຂອງກົມ ປະຈຳປີ 2020 ຈຳນວນ 4 ໄຕມາດ ມີ 48 ບົດ 216 ໜ້າ
ໄດ້ 6.000 ຫົວ, ເກັບກຳຂໍ້ມູນເຂົ້າເວັບໄຊ້ ກະຊວງປ້ອງກັນປະເທດ 135 ຂ່າວ, ຂ່າວບັນດາກົມກອງ 96 ຂ່າວ, ຂ່າວຕ່າງປະເທດ 62 ຂ່າວ, ຂ່າວໂທລະ
ພາບ 40 ຂ່າວ ແລະ ຂ່າວໄອທີ 53 ຂ່າວ, ລົງເກັບກຳຂໍ້ມູນເພື່ອນຳເຂົ້າເວັບໄຊ້ 8 ກົມກອງ, ຄັດຈ້ອນເນື້ອໃນບັນດາບັ້ນຮົບ, ບັ້ນຕີ, ປະຫວັດສາດມູນ
ເຊື້ອເຫດການສຳຄັນ ໃນສະໄໝສົງຄາມການຕໍ່ສູ້ ແລະ ຂຽນຜົນງານ, ປະຫວັດນັກວິທະຍາສາດບຸກຄົນທີ່ສຳຄັນ ແລະ ມີຊື່ສຽງໃນໂລກເຂົ້າໃນເວັບໄຊ້ກະ
ຊວງປ້ອງກັນປະເທດ, ໄດ້ຮັບໜັງສືພິມເຂົ້າມາບໍລິການ ແລະ ແຈກຢາຍຕາມເປົ້າໝາຍ 3.696 ສະບັບ, ຊື້ ແລະ ແລກປ່ຽນປຶ້ມເຂົ້າຫໍສະໝຸດ 110 ຫົວ,
ຂຶ້ນທະບຽນແຜ່ນ CD 41 ແຜ່ນ, ບໍລິການ ໃຫ້ຢືມປຶ້ມ 35 ຫົວ, ຮັບປຶ້ມເຂົ້າ ຫໍສະໝຸດ 650 ຫົວ, ບໍລິການໃຫ້ອ່ານປຶ້ມ-ຄົ້ນຄວ້າ 1.220 ເທື່ອຄົນ,
ມອບປຶ້ມໃຫ້ຫໍສະໝຸດໂຮງຮຽນທິດສະດີການເມືອງກອງທັບ 30 ຫົວ, ສະຫຼຸບຂ່າວປະຈຳອາທິດຮັບໃຊ້ການນຳ960 ຂ່າວ, ຂຽນຂ່າວສົ່ງໜັງສືພິມກອງທັບ
ແລະ ວິທະຍຸ-ໂທລະພາບກອງທັບ 45 ຂ່າວ ແລະ ເກັບກຳສຳເນົາຮູບພາບການເຄື່ອນໄຫວວຽກງານຕ່າງໆ ຂອງກົມ, ພິມປຶ້ມກອງປະຊຸມຜູ້ແທນ ຄັ້ງທີ IV
ຂອງຄະນະພັກຮາກຖານກົມ.