ພົນຕີ ຈັນທອງ ສອນຕະອາດ ລົງຊີ້ນຳ
ວຽກງານບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ
ວັນທີ 1 ກັນຍາ 2022 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຜູ້ຊີ້ນຳລວມວຽກງານການເຝິກຊ້ອມກອບກູ້
ໄພພິບັດຮ່ວມ 3 ກອງທັບ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານປິ່ນອ້ອມໃນບັ້ນເຝິກຊ້ອມໄພພິບັດ ຢູ່ທີ່ສະໜາມຫັດແອບ, ວິທະຍາຄານພະລາທິການກອງທັບ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ຮັບຊົມຕິດຕາມການເຝິກຊ້ອມຕົວຈິງ, ເຊິ່ງການເຝິກຊ້ອມຄັ້ງນີ້, ເລີ່ມຕົ້ນດ້ວຍລາຍການເຄົາລົບຜູ້ແທນທາງນ້ຳ
ແລະ ອາກາດ, ຕໍ່ຈາກນັ້ນ ກໍເລີ່ມຕົ້ນເຝິກຊ້ອມໂດຍການຊອກຄົ້ນກອບກູ້ຜູ້ປະສົບໄພທີ່ຈົມຢູ່ໃຕ້ນ້ຳດ້ວຍໜ່ວຍຕ້ານ, ກອບກູ້ ແລະ
ຍົກຍ້າຍເອົາຜູ້ທີ່ຕົກ
ຄ້າງຢູ່ບ້ານເຮືອນ ແລະ ເກາະ, ດອນ, ກອບກູ້ເອົາຜູ້ທີ່ຕົກຄ້າງຢູ່ຕາມຈຸດຕ່າງໆທີ່ເຮືອເຂົ້າເຖິງ,
ຫຼັງຈາກນັ້ນນຳສົ່ງໜ່ວຍຊອກຄົ້ນດ້ວຍເຮືອບິນເຂົ້າໄປເຂດທຸ
ລະກັນດານທີ່ບໍ່ອາດເຂົ້າໄປດ້ວຍທາງບົກ ແລະ ທາງນ້ຳ, ນຳສົ່ງຄົນເຈັບໜັກດ້ວຍເຮືອບິນໄປໂຮງໝໍແນວຫຼັງ, ໜ່ວຍແພດສຸກເສີນປະ
ຖົມພະຍາບານຜູ້
ບາດເຈັບຢູ່ທ່າເຮືອ ແລະ ຈັດສົ່ງໄປໂຮງໝໍພາກສະໜາມ.
ສ່ວນການກອບກູ້ທາງບົກແມ່ນໄດ້ນຳໃຊ້ກຳລັງຊອກຄົ້ນຜູ້ປະສົບໄພທີ່ຖືກຂີ້ຕົມທັບຖົມຈາກກໍລະ
ນີທີ່ຕືກຖະຫຼົ້ມ, ນ້ຳປ່າໄຫຼຫຼາກ ເຊິ່ງເຄື່ອນທັບດ້ວຍໜ່ວຍກູ້ໄພ ປະສານສົບທົບກັບໜ່ວຍແພດສຸກເສີນປະຖົມພະຍາບານຜູ້ບາດເຈັບ ແລະ
ຈັດສົ່ງໄປໂຮງ
ໝໍພາກສະໜາມດ້ວຍລົດ ພ້ອມທັງ, ນຳໃຊ້ໜ່ວຍກອບກູ້ເຂົ້າຊ່ວຍເຫຼືອຜູ້ຖືກສານພິດ,
ນຳໃຊ້ໜ່ວຍເຄມີເຂົ້າໄປກວດກາໃນເຂດທີ່ສົງໄສວ່າມີສານເຄມີ
ຮົ່ວໄຫຼ, ນຳໃຊ້ຜູ້ວິເຄາະເຄມີ ວິເຄາະຊອກຫາຊະນິດເຄມີເພື່ອຫາວິທີແກ້ໄຂໃຫ້ທັນເວລາ, ນຳໃຊ້ໜ່ວຍລົບລ້າງປະຕິບັດລົບລ້າງຜູ້ຖືກສານເຄມີ ແລະ
ມອບ
ສົ່ງໃຫ້ໜ່ວຍແພດປິ່ນປົວ.
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຍັງໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍ, ເນັ້ນໜັກຫຼາຍບັນຫາສຳຄັນໃຫ້ຄະນະຮັບຜິດຊອບ
ເພື່ອເຮັດໃຫ້ການ
ເຝິກຊ້ອມໃນຄັ້ງນີ້, ປະສົບຜົນສຳເລັດ ແລະ ໃຫ້ຄຳເຫັນຊີ້ນຳບາງໜ້າວຽກທີ່ຍັງບໍ່ທັນສອດຄ່ອງ
ໃຫ້ແຕ່ລະພາກສ່ວນຮັບຜິດຊອບຮີບຮ້ອນພ້ອມກັນແກ້ໄຂ
ບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະນະເຕັກນິກ,
ຈຳນວນພົນແຕ່ລະເຫຼົ່າຮົບຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າ
ວຽກຂອງຕົນໃຫ້ສຳເລັດ ແລະ ທ່ວງທັນກັບໄລ ຍະເວລາໃນການເຝິກຊ້ອມກອບກູ້ໄພພິບັດໃນຄັ້ງນີ້ໃຫ້ບັນລຸຜົນສຳເລັດ.