
ເປີດຊຸດອົບຮົມບໍາລຸງ-ກໍ່ສ້າງເລັ່ງລັດນາຍທະຫານການເມືອງ

      ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
  
     ວັນທີ 1 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ເປີດຊຸດອົບຮົມບໍາລຸງ-ກໍ່ສ້າງເລັ່ງລັດນາຍທະຫານການເມືອງ ປະຈໍາສົກຮຽນ
    2021-2022. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ
    ເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດແຂກທີ່ຖືກເຊີນ ເຂົ້າຮ່ວມ.
     ສະຫາຍ ພັນເອກ ບຸນທັນ ຈັນທະລີມາ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມກໍ່ສ້າງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ
  ດ້ວຍການເປີດຊຸດອົບຮົມບໍາລຸງ-ກໍ່ສ້າງນາຍທະຫານກອງທັບ ປະຊາຊົນລາວ ປະຈໍາສົກຮຽນ 2021-2022 ຢູ່ໂຮງຮຽນທິດສະດີການເມືອງກອງທັບ, ເຊິ່ງ
  ໃນການເປີດຊຸດອົບຮົມບຳລຸງ-ກໍ່ສ້າງ ໃນຄັ້ງນີ້ປະກອບມີທັງໝົດ 8 ລະບົບການຮຽນຄື: ກໍ່ສ້າງເລັ່ງລັດທິດສະດີມາກ-ເລນິນ ລະ ບົບຊັ້ນສູງ 1 ປີ ມີນັກ
  ຮຽນຈໍານວນ 30 ສະຫາຍ, ບໍາລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານປ້ອງກັນພາຍໃນລະ
  ບົບຊັ້ນສູງ  5 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານກວດກາພັກ-ລັດ ລະບົບ 3 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກ
  ງານອົງການໄອຍະການທະຫານ ລະບົບ 3 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ ລະບົບ 3 ເດືອນ ມີນັກ
  ຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານຄູລະບົບ 3 ເດືອນ ຈໍານວນ 30 ສະຫາຍ, ບໍາລຸງວຽກງານຈັດຕັ້ງພັກລະບົບ 35 ວັນ ຈໍານວນ 62 ສະຫາຍ.
     ທັງນີ້ກໍເພື່ອເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ທັດສະນະ, ແນວຄິດ ແລະ ບັນຫາພື້ນຖານທິດສະດີ, ຫຼັກມູນ ວິທະຍາສາດດ້ານຕ່າງໆ
  ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ໃຫ້ບັນດາພະນັກງານຂັ້ນນໍາພາ-ບັນຊາ ທາງດ້ານການເມືອງ ແລະ ທັງເປັນການຍົກສູງລະດັບ
  ທິດສະດີ, ຫຼັກການພື້ນຖານ ການເຄື່ອນໄຫວວຽກງານພັກ ວຽກງານການເມືອງ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວຂອງ
  ພະນັກງານການເມືອງ, ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ບາດກ້າວ ແລະ ວິທີການເຄື່ອນໄຫວວຽກງານການເມືອງ ຢູ່ໃນທົ່ວກອງທັບ.
  ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນດໍາລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ, ສິນທໍາປະຕິວັດ, ສະຕິຕື່ນຕົວປະຕິບັດຂໍ້ກໍານົດ, ກົດລະບຽບ
  ແລະ ກົດໝາຍໃຫ້ສູງຂຶ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 02/09/2021